ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫວຽດນາມຫັນເຫອອກຈາກສັນຍາ​ການ​ຄ້າ​ TPP ໃນຂະນະທີ່ທ່ານ Trump ຕຽມໂຕເຂົ້າ ຮັບຕຳແໜ່ງ


ພະນັກງານຊາຍຄົນນຶ່ງທີ່ເຮັດວຽກຢູ່ໂຮງງານໄໝພົມ ໃນ ແຂວງ Ha Nam, ຂ້າງນອກຮ່າໂນຍ, ຫວຽດນາມ, 7 ຕຸລາ, 2015.
ພະນັກງານຊາຍຄົນນຶ່ງທີ່ເຮັດວຽກຢູ່ໂຮງງານໄໝພົມ ໃນ ແຂວງ Ha Nam, ຂ້າງນອກຮ່າໂນຍ, ຫວຽດນາມ, 7 ຕຸລາ, 2015.

ເຈົ້າໜ້າ​ທີ່​ຂອງ​ຫວຽດນາມ ຊຶ່ງຄັ້ງ​ນຶ່ງ​ເຄີຍ​ຕື່ນ​ເຕັ້ນ​ດີ​ໃຈ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ສົນ​ທິສັນຍາ​ການ​ຄ້າ​ຂ້າມມະຫາ​ສະມຸດ​ປາຊິ​ຟິກທີ່​ນຳພາ​ໂດຍ​ສະຫະລັດ ຫຼື TPP ນັ້ນ ຄື​ການ​ແລກປ່ຽນ​ສິນຄ້າ​ໃນ​ຂົງ​ເຂດ​ປາຊິ​ຟິກ ມາບັດນີ້ແມ່ນພວມ​ແນມ​ເບິ່ງ​ຫົນທາງ​ອື່ນ ທີ່ີສາມາດ​ກະ​ຕຸ້ນ​ການ​ເສດຖະກິດ​ທີ່​ກາງ​ຕໍ່​ການ​ສົ່ງ​ອອກ​ສິນຄ້ານັ້ນ ຊຶ່​ງ ທີພີພີ ​ອາດ​ຈະສິ້ນສຸດລົງ
ພາຍ​ໃຕ້​ປະທານາທິບໍດີ​ທີ່​ຫາ​ກໍ​ເລືອກ​ຕັ້ງໃໝ່ ທ່ານ Donald Trump.

ປະ​ເທດ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ແຫ່ງດັ່ງກ່າວ ທີ່​ໄດ້​ກາງ​ຕໍ່ນຳ​ການ​ອຸດສາ ຫະກຳ​ສົ່ງອອກ ຊຶ່ງ​ຖື​ວ່າເປັນກະດູ​ດສັນຫຼັງ​ຂອງ​ການ​ເສດຖະກິດ​ຂອງ​ປະ​ເທດ​ນັບ​ຕັ້ງ​ແຕ່​ ຊຸ່ມປີ 1980 ທີ່​ຈະ​ຍົກ​ຍ້າຍ​ການ​ເພັງ​ເລັງການ​ແລກປ່ຽນສິນ​ຄ້າ​ເສລີ​ກັບ​ຈີນ ຣັດ​ເຊຍ ​ແລະ ສະຫະພາບ​ຢູ​ໂຣບ​ ​ແທນ​ສົນທິສັນຍາ TPP ອິງ​ຕາມພວກ​ນັກສັງ​ເກດ​ການນັ້ນ.

ພວກປະທ້ວງພາກັນໂຮມຊຸມນຸມກັນທີ່ນະຄອນຫຼວງວໍຊີງຕັນ, 7 ພຶດສະພາ, 2014
ພວກປະທ້ວງພາກັນໂຮມຊຸມນຸມກັນທີ່ນະຄອນຫຼວງວໍຊີງຕັນ, 7 ພຶດສະພາ, 2014

ຫວຽດນາມ ທີ່​ຖືກ​ມອງ​ເຫັນ​ວ່າ ​ເປັນຜູ້​ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍທີ່​ສຸດ ​ໃນ​ບັນດາ ​ສະມາຊິກ 12 ປະ​ເທດ ຊຶ່ງ​ຮວມທັງ 3 ປະທ​ເດ​ໃນ​ເອ​ເຊຍນຳ.​ ແຕ່​ວ່າ​ເຈົ້າ​ໜ້າ​ທີ່​ໃນ​ຮ່າ​ໂນ​ຍ ​ໄດ້​ເກີດ​ເປັນ​ຫ່ວງ​ເປັນ​ໃຍ ນັບ​ຕັ້ງ​ແຕ່​ກາງ​ປີ

ເວລາ​ລັດຖະສະພາສະຫະລັດ ຈະ​ບໍ່​ຮັບ​ຜ່ານສັດຕະຍາບັນ​ນີ້ ​ພາຍ​ໃນເສັ້ນ​ຕາຍໃນເດືອນ​ກຸມພາ ປີ 2018.

“ຂ້າພະ​ເຈົ້າ​ຄິດວ່າ ພວກ​ເຂົາ​ເຈົ້າຮັບ​ຊາບ​ວ່າສົນທິສັນຍາ TPP ຈະບໍ່​ສຳ​ເລັດ​ໄດ້”
ຊຶ່ງ​ເປັນ​ຄຳ​ເວົ້າ​ຂອງ​ທ່ານ Oscar Mussons ທີ່​ປຶກສາທຸລະ​ກິດ​ນາໆ​ຊາດ ໃຫ້​ບໍລິສັດທີ່​ປຶກສາ Dezan Shira ​ໃນ​ເມືອງ Ho Chi Minh City ຊຶ່ງ​ທ່ານ​ກ່າວ​ຕື່ມວ່າ ຂ້າພະ​ເຈົ້າ​
ຄິດ​ວ່າ ຫວຽດນາມ ​ໄດ້​ມີສົນທິສັນຍາດ້ານ​ຄ້າ​ເສລີ ທີ່​ໄດ້​ລົງ​ນາມໄປແລ້ວຫຼາຍອັນ. ມັນ​ຢູ່​ພາຍໃນຜົນ​ປະ​ໂຫຍ​ດຂອງລັດຖະບານ​ຫວຽດນາມ ​ທີ່ຈະ​ລົງ​ນາມ​ໃນສົນທິສັນຍາ​ດັ່ງກ່າວ​. ​

ພວກພະນັກງານພາກັນຂົນຍ້າຍເຂົ້າຈາກກຳປັ່ນລຳລຽງ ຈຳນວນ 12, 700ໂຕນ, ໃນທ່າເຮືອ Manila, 5 ກໍລະກົດ, 2014.
ພວກພະນັກງານພາກັນຂົນຍ້າຍເຂົ້າຈາກກຳປັ່ນລຳລຽງ ຈຳນວນ 12, 700ໂຕນ, ໃນທ່າເຮືອ Manila, 5 ກໍລະກົດ, 2014.

ທ່ານ Trump ວາງ​ແຜນ​ວ່າຈະ​ເອົາ​ໂຕ ສະຫະລັດ​ອອກຈາກ ສົນທິສັນຍາ TPP

ຊ່ຶງປະທານ​ນາ​ທິບໍດີ​ສະຫະລັດ ທີ່​ຫາ​ກໍ​ໄດ້​ຮັບ​ເລືອກໃໝ່ ທ່ານ Donald Trump ​ໄດ້​ກ່າວ​ວ່າ ທ່ານ​ຈະ​ພະຍາຍາມ​ຈະ​ອອກ​ຈາກ ສົນທິສັນຍາ TPP ທີ່​ຕໍ່​ລອງ ກັນ​ມາ​ໄດ້ 10 ປີ ​ແລະ​ໄດ້​ລົງ​ນາມ ​ໃນ​ເດືອນ​ກຸມພານັ້ນ. ທ່ານ ຫວັງ​ວ່າ​ຈະ​ທົບ​ທວນ​ຄືນສັນຍາ​ດັ່ງກ່າວ ຊຶ່ງ​ຈະ​ໃຫ້
ກວມເອົາ 40 ​ເປີ​ເຊັນ​ຂອງ​ເສດ​ຖະກິດ​ໂລກ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG