ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫວຽດນາມ ຄຸມຂັງ ນັກຂ່າວ ອິນເຕີແນັດ 2 ຄົນ ທີ່ຕິຕຽນ ລັດຖະບານ


ນັກຂຽນຂ່າວອິນເຕີແນັດ Nguyen Huu Vinh (ກາງ) ຖ່າຍພາບ ຂະນະທີ່ໄປຮ່ວມ ການປະທ້ວງຈີນ ໃນຮາໂນ່ຍ.
ນັກຂຽນຂ່າວອິນເຕີແນັດ Nguyen Huu Vinh (ກາງ) ຖ່າຍພາບ ຂະນະທີ່ໄປຮ່ວມ ການປະທ້ວງຈີນ ໃນຮາໂນ່ຍ.
ຕຳຫຼວດຫວຽດນາມ ​ໄດ້​ຈັບ​ກຸມ​ນັກ​ເຄື່ອນ​ໄຫວ 2 ຄົນ ທີ່​ໄດ້​
ພິມເຜີຍ​ແຜ່​ບົດຄວາມ​ຕ່າງໆ​ລົງທາງອິນເຕີແນັດ ທີ່​ຕຳໜິຕິ
ຕຽນລັດຖະບານ​ຄອມ​ມຸຍນີສຂອງປະເທດດັ່ງກ່າວ.

​ກະຊວງ​ຮັກສາ​ຄວາມ​ສະ​ງົບ​ຂອງ​ຫວຽດນາມ ​ກ່າວໃນ​ຖະ​ແຫຼ​ງ
ການ​ສະບັບ​ນຶ່ງວ່າ ທ່ານ Nguyen Huu Vinh ​ແລະທ່ານ Nguyen Thi Minh ​ໄດ້ຖືກ​ຈັບ​ກຸມ​ໃນ​ວັນ​ຈັນ​ວານ​ນີ້ທີ່​ນະຄອນຫຼວງຮາ​ໂນ່​ຍ.

ພວກ​ທ່ານ​ທັງ​ສອງ​ຖືກ​ກ່າວ​ຫາ​ວ່າ “ລະ​ເມີດ​ສິດ​ເສລີພາບ
ປະຊາທິປະ​ໄຕ”
​ໂດຍ​ພິມເຜີຍ ເລື່ອງລາວ“ທີ່​ສ້າງຄວາມ
ເສຍຫາຍໃຫ້ແກ່ກຽດສັກສີແລະ​ຄວາມໄວ້ເນື້ອເຊື່ອໃຈໃນພະແນກ ການຕ່າງໆ
ຂອງ​ລັດຖະບານ.”
ບຸກຄົນທັງສອງປະ​ເຊີນ​ກັບ​ການຕິດ​ຄຸກ​ເປັນ​ເວລາ 7 ປີ ຖ້າ​ຫາກ
ຖືກພົບ​ເຫັນວ່າມີຄວາມ​ຜິດ.

ທ່ານ Vinh ​ແມ່ນ​ອະດີດ​ຕຳຫຼວດຊຶ່ງ​ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ເປັນ​ຜູ້​ລິ​ເລີ້ມຂຽນຂ່າວລົງ
ເວັບໄຊທ໌ ທີ່ເອີ້ນວ່າ “Basam blog” ຊຶ່ງເວົ້າກ່ຽວກັບເລື່ອງການເມືອງ ການ​ສໍ້​ລາດ
​ບັງ​ຫຼວງ ແລະ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ.

ເວັບໄຊທ໌ນີ້ ​ມັກນຳເອົາ​ບົດຂຽນຕ່າງທີ່ຕັ້ງຄຳ​ຖາມ​ກ່ຽວ​ກັບ​ນະ​ໂຍບາຍ​ຂອງລັດຖະ
ບານລົງ​ພິມເຜີຍ​ແຜ່​ ​ແລະກໍ​ໄດ້​ຕົກ​ເປັນ​ເປົ້າ​ໝາຍ​ຊ້ຳ​ແລ້ວ​ຊ້ຳ​ອີກ ຈາກພວກໂຈມຕີ
ເຈາະຂໍ້ມູນ.

ນີ້​ແມ່ນ​ການ​ປາບປາມ​ຄັ້ງ​ຫຼ້າ​ສຸດ ​ຕໍ່​ການ​ປາກ​ເວົ້າ​ຢ່າງ​ເສລີ​ແລະ​ພວກຄັດຄ້ານລັດຖະບານ ໃນຫວຽດນາມບ່ອນທີ່ໜັງສືພິມ​ແລະໂທລະພາບ​ຕ່າງໆແມ່ນດຳ​ເນີນ​ງານໂດຍລັດຖະ
ບານ.
XS
SM
MD
LG