ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ອອກກົດໝາຍ ທັບມ້າງ ພວກເຄື່ອນໄຫວ ທາງອີນເຕີແນັດ


ຫວຽດນາມ ​​ເອົາ​ບາດກ້າວເພີ້​ມຂຶ້ນ ​ໃນການ​ປາບ​ປາມພວກ
​ຄັດຄ້ານ​ທາງ​ອິນ​ເຕີ​ແນັດ
ຫວຽດນາມ ​​ເອົາ​ບາດກ້າວເພີ້​ມຂຶ້ນ ​ໃນການ​ປາບ​ປາມພວກ ​ຄັດຄ້ານ​ທາງ​ອິນ​ເຕີ​ແນັດ
ຫວຽດນາມ ​ໄດ້ເອົາ​ບາດກ້າວເພີ້​ມຂຶ້ນ ​ໃນການ​ປາບ​ປາມພວກ
​ຄັດຄ້ານ​ທາງ​ອິນ​ເຕີ​ແນັດ ດ້ວຍ​ກົດໝາຍ​ໃໝ່​ ທີ່​ຮວມ​ທັງ ​ປັບ​ໃໝ​
ເປັນ​ເງິນ​ຈຳນວນ​ຫຼວງຫຼາຍແກ່​ບຸກຄົນ​ໃດ​ກໍ​ຕາມ ​ທີ່​ຕິຕຽນລັດຖະ
ບານ ຢູ່​ໃນ​ສື່​ສັງຄົ​ມ ​ເຊັ່ນ​ວ່າ Facebook.

ດຳລັດ ທີ່​ໄດ້​ເຊັນ​ເປັນ​ກົດໝາຍ​ໃນ​ອາທິດ​ນີ້ ​ແມ່ນຮວມ​ທັງ​ຄ່າ​ປັບ
ໃໝ​ຫລາຍ​ກວ່າ 4,700 ​ໂດ​ລາ ທີ່​ສາມາດ​ນຳ​ໃຊ້ ຕໍ່ພວກ​ຂຽນຂ່າວ
“ການ​ໂຄສະນາ​ຊວນ​ເຊື່ອຕໍ່​ຕ້ານ​ລັດຖະບານ.” ​ເຖິງ​ຢ່າງ​ໃດ​ກໍ​ດີ
​ຄວາມ​ເວົ້າ​ທີ່​ບໍ່​ແຈ້ງ​ຂາວແບບຄຸມ​ເຄືອ ​ໃນ​ມາດຕະການ​ດັ່ງກ່າວ
​ໄດ້ກຳນົດ​ຢ່າງ​ຈະ​ແຈ້ງວ່າ ​ໃນ​ສະພາບ​ການ​ແບບ​ໃດ​ພວກ ທີ່​ລ່ວງ
​ລະ​ເມີດ​ຈຶ່ງ​ຈະ​ຖືກ​ປັບ​ໃໝ.

ນັກ​ເຄື່ອນ​ໄຫວ ທາງອິນ​ເຕີ​ແນັດ ທ່ານ Nguyen Lan Thang ກ່າວ
​ຕໍ່​ວີ​ໂອ​ເອພາສາ​ຫວຽດນາມ​ວ່າ ຂະນະ​ທີ່​ດຳລັດ​ສະບັບ​ໃໝ່​ໄດ້​ສ້າງ
​ຄວາມ​ວິຕົກ​ກັງວົນ ​ໃຫ້​ແກ່​ພວກ​ຊົມ​ໃຊ້​ອິນ​ເຕີ​ແນັດ​ຢູ່​ໃນ​ຫວຽດນາມ​
ນັ້ນແຕ່​ມັນ​ຈະ​ບໍ່​ມີ​ຜົນ​ກະທົບ​ໃດໆ ຕໍ່​ປະຊາ​ຄົມທີ່​ຄັດຄ້ານລັດຖະບານ​
ທາງ​ອິນ​ເຕີ​ແນັດ​ເລີຍ.

ທ່ານ Nguyen Lan Thang ​ເວົ້າວ່າ “ບັນດາ​ຜູ້ທີ່​ໄດ້​ສະ​ແດງ​ຄວາມ​ເຫັນຄັດ ຄ້ານລັດຖະບານ
ຊາບ​ດີ​ວ່າ ​ເຂົາ​ເຈົ້າ​ອາດ​ຈະ​ຖືກ​ຈັບ ​ຫລື​ຕິດ​ຄຸກ​ໃນ​ການ​ກະທໍາ ດັ່ງກ່າວ. ​ເພາະສະ​ນັ້ນ ການ​ປັບ​
ໃໝ​ສູງໆຈະ​ບໍ່​ສາມາດ​ຢຸດ​ຢັ້ງ​ເຂົາ​ເຈົ້າຈາກ​ການ ​ສະ​ແດງ​ຄວາມຄິດ​ຄວາມ​ເຫັນຂອງ​ເຂົາ​ເຈົ້າ​ໄດ້.”

ດຳລັດ​ໃໝ່ ແມ່ນ​ນຶ່ງ​ໃນ​ມາດ​ຕະການ​ຫລ້າ​ສຸດ ທີ່ມີ​ມາ​ຢ່າງ​ຕໍ່​ເນຶ່ອງ ທີ່​ແນ​ໃສ່​ເພື່ອ​ຈຳກັດຮັດ​ແຄບ
ການປາກ​ເວົ້າອອກ​ຂ່າວ​ທາງອິນ​ເຕີ​ແນັດ. ດຳລັດ​ທີ່ເປັນ​ບັນຫາ​ໂຕ້​ແຍ້​ງອີກ​ອັນ​ນຶ່ງ ຊຶ່ງ​ມີ​ຜົນເລີ້ມ
​ບັງຄັບ​ໃຊ້ໃນ​ເດືອນກັນຍາໄດ້ເຮັດ​ໃຫ້ການ​ແລກ ​ປ່ຽນຫຼື​ແບ່ງປັນ​ຂ່າວ​ທາງ​ອິນ​ເຕີ​ແນັດ ​ເປັນ​ຄວາມ
​ຜິດທາງ​ອາຍາ.

​ເດືອນ​ແລ້ວ​ນີ້ ກົດໝາຍ​ເກົ່າ​ສະບັບ​ນຶ່ງ ​ໄດ້​ຖືກ​ໃຊ້ໃນ​ການ​ຝາກ​ໂທດ​ນັກ​ເຄື່ອນ​ໄຫວທາງ​ອິນ​ເຕີ​
ແນັ​ດຄົນ​ນຶ່ງ​ເປັນ​ເວລາ 15 ​ເດືອນ ​ໃນ​ຖານ​ໃຊ້ Facebook ​ຕິຕຽນການ​ລົງ​ໂທດຕໍ່​ອ້າຍ​ຂອງ​ລາວ.

ກ່ຽວຂ້ອງກັນ

XS
SM
MD
LG