ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິນເດຍແລະຫວຽດນາມຮ່ວມມືທາງທະຫານ


ທະຫານຫວຽດນາມ
ທະຫານຫວຽດນາມ

ອິນເດຍແລະຫວຽດນາມ ໄດ້ຕົກລົງທີ່ຈະຈັດຕັ້ງການຮ່ວມມື ທາງດ້ານທະຫານຮວມທັງການຝຶກຊ້ອມຮ່ວມກັນລະຫວ່າງ ພວກທະຫານ ຂອງປະເທດທັງສອງ.

ການຕັດສິນໃຈດັ່ງກ່າວມີຂຶ້ນໃນລະຫວ່າງການເຈລະຈາຫາ ລື ຂອງລັດຖະມົນຕີປ້ອງກັນປະເທດອິນເດຍ ທ່ານ A.K. Antony ແລະລັດຖະມົນຕີ ປ້ອງກັນປະເທດຫວຽດນາມ ນາຍພົນ Phung Quang Thanh. ທ່ານ Antony ເດີນທາງໄປຮ່າໂນ່ຍເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີ ປ້ອງກັນປະເທດຢູ່ໃນຂົງເຂດໃນຕົ້ນອາທິດນີ້.

ທັງລັດຖະມົນຕີປ້ອງກັນປະເທດຂອງອິນເດຍແລະຫວຽດ
ນາມ ຕ່າງກໍໄດ້ສະແດງຄວາມເພິງພໍໃຈໃນມື້ວານນີ້ ກ່ຽວ
ກັບຄວາມກ້າວໜ້າໃນບົດບັນທຶກ ວ່າດ້ວຍການຮ່ວມມື
ໃນດ້ານປ້ອງກັນປະເທດ ທີ່ໄດ້ລົງນາມກັນໃນເດືອນພະ ຈິກປີກາຍ ແລະກ່າວວ່າ ພວກທ່ານຢາກໃຫ້ປະເທດທັງ ສອງ ມີຄວາມສຳພັນ ທີ່ແໜ້ນແຟນຂຶ້ນຕື່ມ.

ຂົງເຂດທີ່ອາດມີການຮ່ວມມືກັນໄດ້ ແມ່ນຮວມທັງການແບ່ງປັນຂໍ້ມູນເທັກໂນໂລຈີ ທີ່ພົວ
ພັນໃນດ້ານປ້ອງກັນປະເທດ ແລະການໃຫ້ຄວາມຊ່ອຍເຫຼືອຂອງອິນເດຍໃນດ້ານຄວາມຮູ້​ ພາສາອັງກິດ.

ນອກນັ້ນ ຫວຽດນາມຍັງສາມາດອຳນວຍຄວາມສະດວກ ໃນການຮັກສາແລະສ້ອມແປງ
ເພື່ອໃຫ້ການສະໜັບສະໜຸນຕໍ່ກຳລັງທາງທະເລຂອງອິນເດຍ ທີ່ພວມເຕີບໃຫຍ່ຂະຫຍາຍ​
ໂຕ. ຫວຽດນາມກັບສະຫະລັດ ໄດ້ທຳການຝຶກຊ້ອມທາງທະເລຮ່ວມກັນ ເທື່ອທຳອິດໃນ ເດືອນສິງຫາ ຜ່ານມານີ້.

XS
SM
MD
LG