ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສານຫວຽດນາມ ​​ຕັດສິນ ຈໍາ​ຄຸກ ຊາວມົ້ງ 8 ຄົນ​ ໃນແຂວງ Dien Bien


ແຜນທີ່ຫວຽດນາມ
ແຜນທີ່ຫວຽດນາມ

ອົງການຂ່າວ​ເອພີ ​ແລະ​ເອ​ເອຟພີ ລາຍ​ງາ​ນວ່າ ຫວຽດນາມ​ໄດ້​ຈໍາ​ຄຸກຊາວມົ້ງ 8 ຄົນ​ທີ່ປະ
ກອບສ່ວນ​ໃນ​ການ​ໂຮມ​ຊຸມນຸມຄັ້ງ​ສໍາຄັນເມື່ອ​ປີຜ່ານມາ ທີ່​ທາງ​ການສານ​ໄດ້​ອະທິບາຍ​ວ່າ​
ເປັນ​ຂະ​ບວນການ​ເຄຶ່ອນ​ໄຫວ ຂອງພວກ​ຊົ່ນ​ເຜົ່າ​ເພື່ອ​ແບ່ງດິນ​ແດນ ອີງຕາມ​ລາຍ​ງານ
ຂ່າວ​ຂອງ​ລັດໃນ​ວັນ​ພຸດ​ມື້​ນີ້.

ປະທານ​ສານຕັດສິນຂອງ​ຫວຽດນາມ​ທ່ານ Pham Van Nam ​ກ່າວ​ວ່າ ພວກຜູ້ຊາຍ​ຈໍາ
ນວນ​ດັ່ງກ່າວ​ຖືກ​ຕັດສິນ​ວ່າ​ ກະທໍາຜິດ​ຖານ​ໂຈມ​ຕີພວກ​ເຈົ້າໜ້າ​ທີ່ແລະ​ໄດ້​ຍຸຍົງ​ພວກ​ອື່ນໆ
ໃຫ້ໂຮມ​ຊຸມນຸມ​ກັນ ​ເພື່ອຮຽກຮ້ອງ​ໃນ​ການ ສ້າງຕັ້ງລັດ​ເອກ​ກະລາດຂຶ້ນ. ພວກ​ຊາຍຈຸ​ດັ່ງ
ກ່າວ​ນີ້​ ຖືກ​ຈັບ​ກຸມ​ເມື່ອ​ຕົ້ນ​ເດືອນ​ມິຖຸນາ​ປີກາຍ ລຸນ​ຫລັງຈາກ​ການໂຮມ​ຊຸມນຸມ​ກັນ ​ທາງ​
ສາສະໜາ ຂອງ 5,000 ຄົນ ​ໃນ​ແຂວງ​ດຽນບຽນ

ຊາວ​ເຜົ່າ​ມົ້ງບາງ​ຄົນ​ໄດ້​ຊ່ວຍ​ກໍາລັງ​ສະຫະລັດ​ຕໍ່ຕ້ານ​ຫວຽດນາມ​ເໜືອ ​ໃນລະຫວ່າງ​ການ
ເຮັດສົງຄາມ​ລັບທີ່​ປະ​ເທດເພື່ອນ​ບ້ານ ຄື​ລາວ​ນັ້ນ ​ແລະ​ຖືກ​ລົງ​ໂທດ​ຫລັງ​ຈາກ​ພັກ​ຄອມ​ມີ​ວ
ນີສ​ເຂົ້າກໍາ​ອໍານາດ.

ຈໍາ​ເລີ​ຍ​ທັງ​ແປດ​ຄົນ ທີ່​ຂຶ້ນສານ​ເມື່ອວັນ​ອັງຄານ​ວານ​ນີ້ ຢູ່​ແຂວງ​ດຽນບຽນ ທາງ​ພາກ​ຕາ
ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດນາມ ຖືກ​ຂໍ້​ຫາ​ທັບ​ມ້າງ​ຄວາມ​ໝັ້ນຄົງ​ຂອງ​ຊາດ ຕາມ​ລາຍ​
ງານ​ຂອງ​ໜັງສືພິມ​ Nhan Dan ຂອງພັກ​ຄອມ​ມີ​ວນີສນັ້ນ.

ຕາມ​ລາຍ​ງານຂ່າວ​ແຈ້ງ​ໃຫ້​ຊາບ​ຕື່ມ​ວ່າ ຈໍາ​ເລີຍ​ສອງ​ຄົນ ຖືກ​ຕັດສິນ​ຈໍາ​ຄຸກ​ສອງ​ປີ​ເຄິ່ງ ຂະ
ນະ​ທີ່​ອີກ​ຫົກ​ຄົນ​ຈໍາ​ຄຸກສອງປີ ຫລັງ​ຈາກ​ຖືກ​ປ່ອຍ​ຕົວ​ແລ້ວພວກ​ຈໍາ​ເລີຍ​ດັ່ງກ່າວ​ຍັງ​ຈະ​ຖືກ
ກັກ​ບໍລິ​ເວນ ​ເປັນ​ເວລາ​ອີກສອງ​ປີ​.

XS
SM
MD
LG