ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍົນເຮລິຄອບເຕີທະຫານ ຕົກໃນຫວຽດນາມ ເຮັດໃຫ້ 16 ຄົນເສຍຊີວິດ (ວີດີໂອ)


ບັນດາທະຫານອາກາດ ກຳລັງຍາມສະຖານທີ່ເກີດເຫດ ບ່ອນຍົນເຮລິຄອບເຕີທະຫານ ຕົກຢູ່ນອກນະຄອນຫລວງຮາໂນ່ຍ, ວັນທີ 7 ກໍລະກົດ 2014.
ບັນດາທະຫານອາກາດ ກຳລັງຍາມສະຖານທີ່ເກີດເຫດ ບ່ອນຍົນເຮລິຄອບເຕີທະຫານ ຕົກຢູ່ນອກນະຄອນຫລວງຮາໂນ່ຍ, ວັນທີ 7 ກໍລະກົດ 2014.

ບັນດາ​ເຈົ້າໜ້າ​ທີ່ຫວຽດນາມ ກ່າວ​ວ່າ ​ຍົນເຮ​ລິ​ຄອບ​ເຕີທະຫານ
ລຳ​ນຶ່ງ ທີ່ກຳລັງ​ປະຕິບັດ​ ການ​ຝຶກ​ຊ້ອມ​ໂດດ​ຈ້ອງ ຢູ່ຕາມ​ປົກກະຕິ
​ນັ້ນ ​ໄດ້ຕົກ​ລົງ ຢູ່​ນອກ​ນະຄອນຫລວງ​ຮາ​ໂນ່ຍ ເຮັດ​ໃຫ້​ມີ​ຜູ້​ເສຍ​
ຊີວິດ ຢ່າງ​ນ້ອຍ 16 ຄົນ.

ອີກ 5 ຄົນ ​ທີ່​ຢູ່​ໃນ​ຍົນລຳ​ນັ້ນ ໄດ້ຮັບບາດ​ເຈັບ ​ໃນ​ອຸບັດ​ເຫດ​ເຊົ້າ
ວັນ​ຈັນ​ມື້​ນີ້. ມີ​ລາຍ​ງານ​ວ່າ ຜູ້ເຄາະ​ຮ້າຍທັງ​ໝົດ​ ​ເປັນ​ພະນັກງານ
​ທະຫານ.

Hanoi
Hanoi

​ເຈົ້າໜ້າ​ທີ່​ກ່າວ​ວ່າ ​ເຮລິ​ຄອບເຕີ ລຸ້ນ MI-171 ທີ່​ສ້າງ​ຢູ່ຣັດ​ເຊຍ ​
ໄດ້ຕົກລົງ​ ໃນ​ເວລາປະມານ 15 ນາທີ ຫຼັງຈາກ​ບິນ​ຂຶ້ນ​ໄປ ​ແລ້ວ
ລະ​ເບີດລຸກ​ເປັນ​ໄຟຂຶ້ນ ຢູ່ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ຮາ​ໂນ່ຍ.

ສາ​ເຫດ​ຂອງຍົນເຮລິ​ຄອບ​ເຕີຕົກ​ ກຳລັງ​ຢູ່​ໃນ​ການ​ສືບສວນ​ສອບ​ສວນ.

​ເຈົ້າໜ້າ​ທີ່ທະຫານ ພົນ​ໂທ Vo Van Tuan ກ່າວ​ວ່າ ປະກົດ​ວ່າ​ເປັນ​ຍ້ອນບັນຫາ​ທາງ​ເທັກນິກ​ ​ທີ່​ເຮັດ​ໃຫ້​ເກີ​ດອຸບັດ​ເຫດ ​ແລະ ບໍ່​ແມ່ນ​ເປັນ​ການ​ກໍ່ວິນາດສະກຳ.

VIETNAM HELICOPTER CRASH VO
please wait

No media source currently available

0:00 0:00:51 0:00

XS
SM
MD
LG