ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີອັງກິດ ຢ້ຽມຢາມ ຮາໂນ່ຍ


ລັດຖະມົນຕີຕ່າງປະເທດອັງກິດ William Hague ພົບປະສົນທະນາກັບ ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໃນລະຫວ່າງການຢ້ຽມຢາມ ເມື່ອວັນທີ 25 ເມສາ 2012 ນີ້.
ລັດຖະມົນຕີຕ່າງປະເທດອັງກິດ William Hague ພົບປະສົນທະນາກັບ ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໃນລະຫວ່າງການຢ້ຽມຢາມ ເມື່ອວັນທີ 25 ເມສາ 2012 ນີ້.

ທ່ານ William Hague ລັດຖະມົນ​ຕີ​ຕ່າງປະ​ເທດ​ອັງກິດ​ກ່າວ​ວ່າ ທ່ານ ​ໄດ້​ປຶກສາ​ຫາລື​ກັນ​ເລຶ່ອງບັນຫາ​ຂັດ​ແຍ້​ງ ທີ່ມີ​ທ່າ​ທີ​ວ່າ​ຈະ​ຮ້ອນ​ແຮງ​ຂຶ້ນ​ນັບ​ມື້ ກ່ຽວ​ກັບ​ອະທິປະໄຕຢູ່​ໃນ​ເຂດ​ທະ​ເລຈີນ​ໃ​ຕ້​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຫວຽດນາມ​ທີ່ ​ບໍ່​ຄ່ອຍເກີດ​ຂຶ້ນນັ້ນ.

ທ່ານ Hague ​ໄດ້​ບອກ​ພວກ​ນັກ​ຂ່າວ ​ເມື່ອ​ວັນ​ພຸດ​ມື້​ນີ້​ວ່າ ຂໍ້​ຂັດ​ແຍ້​ງດັ່ງ ກ່າວ​ ທີ່​ເຮັດ​ໃຫ້​ຈີນ​ຖືກ​ຕໍ່ຕ້ານ​ຈາກ​ຫລາຍໆ​ປະ​ເທດ​ເພື່ອນ​ບ້ານຂອງ​ຕົ​ນນັ້ນ ເປັນ​ພຽງ​ນຶ່ງ​ໃນ​ຫລາຍໆ​ບັນຫາ​ສໍາຄັນ​ ໃນ​ການ​ເຈລະຈາ​ຂອງທ່ານກັບ ນາຍົກລັດຖະມົນຕີ​ຫວຽດນາມທ່ານ Nguyen Tan Dung ​ແລະ ທ່ານ Pham Binh Minh ລັດຖະມົນຕີ​ຕ່າງປະ​ເທດ​ຫວຽດນາມ.

ທ່ານ William Hague, ຊ້າຍt, ຈັບມືກັບຄູ່ຕໍາແໜ່ງ ລັດຖະມົນຕີຕ່າງປະເທດຫວຽດນາມ Pham Binh Minh ກ່ອນການເຈລະຈາກັນທີ່ຮາໂນ່ຍ, ວັນພຸດ ທີ 25 ເມສາ 2012. (AP Photo/Mike Ives)
ທ່ານ William Hague, ຊ້າຍt, ຈັບມືກັບຄູ່ຕໍາແໜ່ງ ລັດຖະມົນຕີຕ່າງປະເທດຫວຽດນາມ Pham Binh Minh ກ່ອນການເຈລະຈາກັນທີ່ຮາໂນ່ຍ, ວັນພຸດ ທີ 25 ເມສາ 2012. (AP Photo/Mike Ives)

ນອກ​ນີ້​ແລ້ວ ບັນຫາ​ດ້ານ​ການ​ຄ້າ​ກໍ​ເປັນ​ຫົວ
​ຂໍ້​ລະດັບ​ສູງ ​ໃນ​ລາຍການ​ປະ ຊຸມ​ຂອງ​ທ່ານ
Hague ຊຶ່ງ​ເປັນ​ລັດຖະມົນຕີ​ຕ່າງປະ​ເທດອັງ
ກິດ​ຜູ້​ທໍາ​ອິດ​ ທີ່​ໄດ້​ໄປຢ້ຽມຢາມ​ຫວຽດນາມ
​ໃນ​ໄລຍະ 17 ປີ. ອົງການ​ຂ່າວ DPA ຂອງ
​ເຢຍຣະມັນ ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າຂອງທ່ານ
Anthony Stokes ​ເອກ​ອັກຄະ​ລັດຖະທູດ​
ອັງກິດ​ທີ່​ເວົ້າວ່າ ທ່ານ Hague ມີ​ຄວາມ​ສົນ
​ໃຈ​ໃນ​ການສະ​ແຫວ​ງຫາໂອກາດ​ສໍາລັບການ
ຈັດ​ຊື້ແລະ​ຂາຍ​ອາວຸດ​ຂອງ​ລັດຖະບານ.

ປະລິມານ​ການ​ສົ່ງ​ອອກ​ຂອງ​ອັງກິດ​ໄປ​ຍັງ​ຫວຽດນາມໄດ້​ຖີບ​ຕົວ​ສູງ​ຂຶ້ນ ​ເປັນ 18 ​ເປີ​ເຊັນ​ເມື່ອ​ປີຜ່ານມາ ​ໃນ​ຂະນະ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ອັງກິດ ​ໄດ້​ເພີ່ມ​ຂື້ນ​ເປັນ 37 ​ເປີ​ເຊັນ.

ລັດຖະມົນຕີຕ່າງປະ​ເທດ Hague ​ຈະ​ເດີນທາງ​ໄປສິງ​ຄະ​ໂປ ໃນ​ວັນ​ພະຫັດມື້ອື່ນ​ ​ເພື່ອກ່າວ​ຄໍາ​ປາ​ໄສ​ດ້ານ​ກິດຈະການ​ລະຫວ່າງ​ຊາດ ​ແລະ​ຕໍ່​ຈາກນັ້ນ​ ກໍ​ຈະ​ເດີນທາງ​ໄປ​ປະ​ເທດ ບຣູ​ໄນ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ບັນດາລັດຖະມົນຕີ​ຕ່າງປະ​ເທດ.

XS
SM
MD
LG