ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫວຽດນາມ ໃຫ້ອະໄພໂທດ ​​​18,000 ກວ່າຄົນ ​ໃນໂອກາດ ວັນ​ເອກ​ກະລາດ ທີ 2 ​ກັນຍາ


ທ່ານ Giang Son ຮອງລັດຖະມົນຕີ ປະຈຳທຳນຽບປະທານາທິບໍດີ.​
ທ່ານ Giang Son ຮອງລັດຖະມົນຕີ ປະຈຳທຳນຽບປະທານາທິບໍດີ.​

​ຫວຽດນາມກ່າວ​ວ່າ ຕົນ​ຈະໃຫ້ອະໄພໂທດແກ່​ຫລາຍ​ກວ່າ
18,000 ຄົນ ​ເນື່ອງໃນໂອກາດ ວັນ​ສະຫລອງເອກ​ກະລາດ ທີ 2
​ກັນຍາ ​ແຕ່ ພວກ​ທີ່​ຖືກ​ຈັບ ​ໃນ​ຄວາມ​ຜິດກ່ຽວກັບຄວາມ​ປອດ​ໄພ
​ຂອງ​ປະ​ເທດ ຈະ​ບໍ່​ຖືກ​ປ່​ອຍ​ໂຕ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ພວກ​ນັກໂທດ ທີ່ຮວມທັງຊາວຕ່າງ
ປະ​ເທດ ​34 ຄົນ ຈະ​ຖືກ​ປ່ອຍ​ໂຕ​ຈາກ​ຄຸກ​ເລີ້ມ​ແຕ່​ວັນ​ຈັນ​ຈະ​ມາ​
ເຖິງ​ນີ້ ກ່ອນ​ໜ້າ​ການສະຫລອງວັນ​ຄົບຮອບ 70 ປີ ທີ່​ປະ​ເທດ
​ຄອມ​ມິ​ວນິສຫວຽດນາມ ​ໄດ້​ຮັບເອກ​ກະລາດ​ຈາກ​ຝຣັ່ງ.

ທ່ານ Giang Son ຮອງ​ລັດຖະມົນຕີປະຈຳທຳນຽບປະທານາ
ທິບໍດີ​ ກ່າວໃນ​ວັນ​ສຸກ​ວານ​ນີ້ວ່າ “ການ​ໃຫ້ອະໄພໂທດນີ້ ສະທ້ອນ​ໃຫ້ເຫັນເຖິງຄວາມ
​ເປັນມະ ນຸດສະທຳ​ຂອງ ​ພັກຄອມ​ມິ​ວນິສ ​ແລະ​ປະ​ເທດ​ຫວຽດນາມ”.

ພວກນັກ​ໂທດ​ທີ່​ຈະ​ຖືກ​ປ່ອບ​ໂຕ ​ແມ່ນໄດ້ຮັບ​ໂທດ​ຈາກ​ຄວາມ​ຜິດຕ່າງໆນັບແຕ່​ ການ
​ຄາດ​ຕະກຳ ການຄ້າຢາ​ເສບ​ຕິດ ​ແລະ​ການ​ຄ້າ​ມະນຸດ ຕະຫລອດທັງການຊື້​ຈ້າງ​ຈອບ
ອອຍ. ທ່ານ Le Quy Vuong ຮອງ​ລັດຖະມົນຕີຮັກສາ​ຄວາມ​ສະ ຫງົບຂອງປະເທດໄດ້
ກ່າວວ່າ “​ແຕ່​ບໍ່​ມີໃຜ​ໄດ້​ກະທຳ​ຄວາມ​ຜິດ​ຕ້ານຄວາມ​ປອດ​ໄພ​ຂອງ​ປະ​ເທດ".

ບັນດາ​ກຸ່ມປົກປ້ອງ​ສິດທິ​ມະນຸດ ​ໄດ້​ຕິຕຽນຫວຽດນາມທີ່​ປົກຄອງໂດຍ​ພັກ​ດຽວ​ວ່າ​ ບໍ່​ມີ
ການໂຍະຍານຜ່ອນຜັນ​ຕໍ່​ພວກຄັດຄ້ານ​ທາງ​ດ້ານ​ການ​ເມືອງ ​ແລະ​ກັກ​ຂັງ​ພວກ​ນັກ​
ເຄື່ອນ​ໄຫວ ທີ່ໄດ້ສະແດງການບໍ່ເຫັນພ້ອມ ກັບການ​ປົກຄອງ​ພັກໂດຍພັກການເມືອງ
ພັກດຽວນັ້ນ.

ຮ່າ​ໂນ່ຍ ​ຢືນຢັດວ່າ ມີ​ແຕ່​ພວກ​ລະເມີດ​ກົດໝາຍເທົ່ານັ້ນຖືກ​ກັກຂັງ.

XS
SM
MD
LG