ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຫວຽດນາມ ເປັນຫ່ວງນຳ ຄວາມປອດໄພ ຂອງ ອາຫານ (ວີດີໂອ ຮຽນພາສາອັງກິດ)


Overuse of Crop Pesticides Worries Vietnamese
please wait

No media source currently available

0:00 0:03:08 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້ ແລະ ຮຽນພາສາອັງກິດ ໄປພ້ອມ.

ໃນ​ລາຍ​ງານ​ການ​ກະ​ເສດ​ຂອງ​ເຮົາ​ມື້​ນີ້ ​ເຮົາ​ຈະ​ເວົ້າ​ເລື້ອງ​
ຄວາມປອດ​ໄພ​ຂອງ​ອາຫານ ​ໃນ​ຫວຽດນາມ ຊຶ່ງ​ບາງ​ຄົນ
​ພາກັນ​ມີ​ຄວາມ​ເປັນຫ່ວງ​ ນຳ​ການ​ໃຊ້​ຢາ​ຂ້າ​ແມງ​ໄມ້​ເກີນ
​ຂອບເຂດ​ໃສ່​ເຄື່ອງ​ປູກ​ຂອງ​ຝັງ ຊຶ່ງ​ພາ​ໃຫ້​ຊາວ​ຫວຽດນາມ
​ບາງ​ຄົນ​ຫັນ​ໄປ​ຊື້​ອາຫານ​ທາງ​ອິນ​ເທີ​ແນັດ. ສິງ​ມີລາຍ​ງານ​
ກ່ຽວ​ກັບ​ເລື້ອງ​ນີ້ ມາສະ​ເໜີ​ທ່ານ​.

ຫວຽດນາມ​ກຳລັງ​ດຳ​ເນີນ​ການ​ ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍ​ສຳລັບ​ການ​ຜະລິດ​ອາຫານ​
ແລະ​ຄວາມ​ປອດ​ໄພ​ຂອງ​ອາຫານ. ໃນ​ການ​ດຳ​ເນີນ​ການ​ດັ່ງກ່າວ​ນີ້ ລັດຖະບານໃຫ້
ການສະໜັບສະໜຸນ​ໃນ​ການ​ໃຊ້ຢາຂ້າ​ແມງ​ໄມ້​ ແລະ​ຢາ​ເຄມີ​ອື່ນໆ​ໃສ່​ເຄື່ອງ​ປູກ​ຂອງ
​ຝັງ​. ພວກ​ກະສິກອນ​ໃຊ້​ສານ​ເຫລົ່າ​ນີ້ ​ເພື່ອ​ຊ່ອຍ​ໃຫ້​ພວກ​ເຄື່ອງ​ປູກ​ຂອງ​ເຂົາ​ເຈົ້າ​ງອກ​
ງາມ​ຂຶ້ນ ​ແລະ​ເພື່ອ​ປົກ​ປ້ອງ​ບໍ່​ໃຫ້​ແມງ​ໄມ້ ​ແລະ​ໄພ​ຄຸກ​ຄາມ​ອື່ນໆມາ​ທຳລາຍ​ມັນ.

ປ້າຍ​ຕ່າງໆ​ໃນ​ທົ່ວ​ຫວຽດນາມ ແມ່ນມີ​ຂໍ້ຄວາມ​ວ່າ “ຢ່າ​ໃຊ້​ຢາຂ້າແມງ​ໄມ້ ເກີນ​ຂອບເຂດ. ​
ໃຫ້​ຄຶດ​ຫາ​ພວກ​ຄົນ​ຊື້​ແດ່”. ​ແຕ່​ລັດຖະບານ​ມີກົດ ​ລະບຽບ​ຕ່າງໆ ​ໃນ​ຂອບເຂດ​ຈຳກັດ​
ກ່ຽວກັບ​ການ​ໃຊ້​ພວກ​ຢາຂ້າ​ແມງ​ໄມ້​ນັ້ນ.

ປະຊາຊົນ​ຫວຽດນາມ​ບາງ​ຄົນ ພາກັນ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ເລື້ອງທີ່​ວ່າ ​ເຂົາ​ເຈົ້າ
​ຊື້​ອາຫານປະ​ເພດ​ຜັກ​ໝີ່​ຂອງ​ເຂົາ​ເຈົ້າ​ ຈາກ​ພວກ​ຄົນ​ປູກທີ່​ເຂົາ​ເຈົ້າ​ຮູ້ຈັກ​ດີ​ເທົ່າ​ນັ້ນ
ຫລື​ບໍ່ກໍຊື້ອາຫານດັ່ງກ່າວທາງ​ອິນເຕີແນັດ.

ນາງ Tran Thuy Nhat ​ໄວ 30 ປີ ຊຶ່ງ​ເປັນ​ແມ່​ເດັກ ທີ່ອາ​ໄສ​ຢູ່​ໃນ ເຂດ​ໃກ້ໆ​ກັບ​
ນະຄອນຫຼວງ​ຮາ​ໂນ່​ຍ ​ແລະ​ນາງ​ໄປ​ຊຶ້ື້​ເຄື່ອງ​ກິນປະ​ເພດ​ຜັກ​ນີ້ ​ໃນເຂດ​ໃຈກາງນະ
ຄອນຫຼວງ​ນັ້ນ.

​ແຕ່​ນາງ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຢາຂ້າ​ແມງ​ໄມ້ ດັ່ງ​ນັ້ນ ນາງ​ຈຶ່ງ​ໄປຊື້​ຜັກ​ມາ​ກິນ​
ຈາກ​ພວກ​ຜູ້​ຄົນ ​ທີ່​ນາງ​ຮູ້ຈັກ​ໃນ​ໝູ່​ບ້ານ​ຂອງ​ນາງ. ຖ້າ​ນາງ​ບໍ່​ເຮັດ​ຈັ່ງ​ຊັ້ນ ນາງ​ກ່າວ
​ວ່າ ພວກຜັກເຫຼົ່ານີ້​ ສາມາດ​ເປັນ​ໄພ​ອັນຕະລາຍ ແກ່​ລູກນ້ອຍ​ຂອງ​ນາງ​ໄດ້.

ບໍ່​ແມ່ນ​ວ່າ​ໝົດ​ສູ່​ຄົນຮູ້​ຈັກກັບ​ຊາວ​ກະສິກອນ​ປູກ​ຜັກ​ທີ່​ໄວ້​ໃຈ​ໄດ້ ​ແຕ່​ມີ website ທີ່​
ສາມາດ​ຊ່ອຍ​ໄດ້ ຊຶ່ງ website ດັ່ງກ່າວ​ຈະ​ບອກ​ຊື່​ພວກ​ຮ້ານ​ທີ່​ຂາຍ​ຜັກໝີ່ຕ່າງໆ​ທີ່
ປອດ​ໄພ​ໃຫ້​ເຮົາຮູ້ຈັກ. ກຸ່ມ​ຜູ້​ຊື້​ຫວຽດນາມ ທີ່​ມີ​ຊື່ວ່າ “Vinastas” ​ເປັນ​ຜູ້​ຈັດ​ຕັ້ງ
website ດັ່ງກ່າວຂຶ້ນ ​ໃນ​ປີ 2011.

ນາງ Dang Kiem Hien ​ເປັນ​ນຶ່ງ​ຢູ່​ໃນ​ທີ​ມ ທີ່ແລ່ນ​ເລື້ອງ website ນີ້ ເວົ້າ​ວ່າ ພວກ​
ຮ້ານ​ຄ້າຂາຍ​ຜັກເຫຼົ່າ​ນີ້ ​ຈະ​ຕ້ອງ​ປະຕິບັດ​ຕາມ​ຂໍ້​ບັງຄັບຕ່າງໆ ທີ່​ກຳນົດໄວ້ຢູ່​ໃນ
website ນັ້ນ. ດັ່ງ​ໂຕ​ຢ່າງ ພວກເຈົ້າ​ຂອງ​ຮ້ານຈະ​ຕ້ອງ​ພິສູດ​ໃຫ້​ເຫັນ​ວ່າ ​ເຂົາ​ເຈົ້າ​ໄດ້
​ຜັກ​ໝີ່​ຂອງ​ເຂົາ​ເຈົ້າ​ມາຈາກ​ພວກ​ກະສິກອນ ​ທີ່​ບໍ່​ໃຊ້​ຢາຂ້າ​ແມງ​ໄມ້ ສີດ​ໃສ່​ຜັກ​ຂອງ​
ເຂົາ​ເຈົ້າ. ນາງ Hien ກ່າວ​ຕື່ມ​ວ່າ ຮ້ານຄ້າ​ຮ້ານ​ໃດ​ກໍ​ຕາມ ຈະ​ຖືກ​ລຶບ​ຊື່ອອກ​ຈາກ​
ບັນຊີ​ລາຍ​ຊື່ຮ້ານຂາຍ​ຜັກ​ ຖ້າ​ບໍ່​ປະຕິບັດ​ຕາມ​ກົດ​ລະບຽບ​ຕ່າງໆ​ ທີ່ໄດ້ບົ່ງ​ໄວ້.

ທ່ານ Eduardo Sabio ຊຶ່ງ​ເຮັດ​ວຽກ​ກັບ​ກຸ່ມ VECO ຊຶ່ງ​ເປັນ​ກຸ່ມ​ສົງ​ເສີມ​ການ​ກະ​
ເສດ ທີ່​ບໍ່​ພົວພັນ​ກັບ​ລັດຖະບານຈາກ​ແບ​ລຢ້ຽມ ​ໃຫ້ການ​ສະໜັບສະໜຸນ website
ດັ່ງກ່າວ ທີ່​ທ່ານ Sabio ກ່າວ​ວ່າ ການ​ໃຊ້​ຢາຂ້າ​ແມງ​ໄມ້​ ເກີນຂອບເຂດ​ໃນ​ຫວຽດ
ນາມນັ້ນ ​ເປັນ​ບັນຫາ​ນຶ່ງທີ່​ແທ້​ຈິງ ​ແລະ​ກ່າວ​ວ່າ:

“ລັດຖະບານ ​ເຂົາ​ເຈົ້າ​ມີ​ບັນຊີ​ລາຍ​ຊື່​ພວກ​ຢາຂ້າ​ແມງ​ໄມ້​ຕ່າງໆ ທີ່​ອະນຸຍາດ
​ໃຫ້​ໃຊ້ໄດ້ ​ແຕ່ມັນ​ມັກ​ເກີດ​ຂຶ້ນ​ເລື້ອຍໆ ທີ່ອ້າງ​ຕາມ​ຄຳ​ເວົ້າ​ຂອງ ທ່ານ​ວ່າ
“ຢາຂ້າ​ແມງ​ໄມ້​ທີ່​ຜິດ​ກົດໝາຍ” ທີ່​ລັກ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ ​ແລະ​ຂາຍ​ໃຫ້​
ພວກ​ກະສິກອນ​ນັ້ນ.


ທ່ານ Sabio ກ່າວ​ວ່າ website ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ອາຫານ ຫວຽດນາມ
​ໃຊ້​ອັນ​ທີ່​ເອີ້ນ​ກັນ​ວ່າ ລະບົບ​ຫລັກ​ຊີ້​ນຳ​ຮ່ວມ ທີ່​ກຳກັບ​ດູ​ແລ​ຄວາມ​ປອດ​ໄພ​ຂອງ​ອາ
ຫານ ຜ່ານ​ລາຍ​ງານ​ຄຸນ​ນະພາ​ບຈາກ​ບັນດາ​ກຸ່ມ​ກະສິກອນ ພວກ​ຄ້າຂາຍ ​ແລະ​ບັນ
ດາເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ. ລະບົບ​ດັ່ງ ກ່າວ​ນີ້ ​ໄດ້​ຖືກ​ນຳ​ໃຊ້​ໃນ​ຫຼາຍ​ກວ່າ 20 ປະ​ເທດ​
ໃນ​ທົ່ວ​ໂລກ ​ແລະ​ທ່ານ Sabio ກ່າວ​ວ່າ ພວກ​ກະສິກອນ​ຫວຽດນາມ ​ໄດ້​ເກັບ​ກຳ​
ລາຍ​ລະອຽດ​ຕ່າງໆ​ໄວ້ ກ່ຽວ​ກັບ​ການ​ໃຊ້​ຢາຂ້າ​ແມງ​ໄມ້​ຂອງ​ເຂົາ​ເຈົ້າ ຕະຫຼອດ​ທັງ​
ພວກ​ກະສິກອນ​ໃກ້​ຄຽງ​ນັ້ນ ​ເຊັ່ນ​ກັນ.
XS
SM
MD
LG