ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອຸທົກກະໄພທີ່ຫວຽດນາມ ເອົາຊີວິດ 100 ຄົນແລ້ວ


ນໍ້າຖ້ວມທີ່ຫວຽດນາມ.
ນໍ້າຖ້ວມທີ່ຫວຽດນາມ.

















ທາງ​ການ​ຫວຽດນາມ​ກ່າວ​ວ່າ ມາ​ຮອດ​ປັດຈຸບັນ​ ຈໍານວນ​ຜູ້​ຄົນ​ທີ່​ເສຍ​ຊີວິດ ມີ​ຮອດ
100 ຄົນ​ແລ້ວ ຍ້ອນ​ອຸ​ທົກ​ກະ​ໄພ​ຄັ້ງ​ຮ້າຍ​ແຮງ​ທີ່​ໄດ້ຄຸກ​ຄາມໄປ​ຍັງ​ທົ່ວ​ປະ​ເທດ ​ມາ​ໄດ້
​ຫລາຍ​ສັບປະດາ​ແລ້ວ​ນັ້ນ.

ໂຕ​ເລກ​ຜູ້​ຄົນ​ເສຍ​ຊີວິດ​ໃໝ່​ນີ້ ​ແມ່ນ​ຮ່ວມ​ທັງ 17 ຄົນ​ທີ່​ເສຍ​ຊີວິດ​ໃນ​ທົ່ວພາກ​ກາງຂອງ
​ຫວຽດນາມທີ່​ໄດ້​ຖືກ​ນໍ້າຖ້ວມ​ ເນື່ອງ​ຈາກ​ຝົນຕົກ​ໜັກ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້.

ທ່ານ Bhupinder Tomar ຜູ້ຕາງໜ້າ​ສະຫະພັນ​ສະພາກາ​ແດງສາກົນ ທີ່ປະ​ຈໍາການ
​ຢູ່ນະຄອນຫລວງ​ຮາ​ໂນ​ຍ ກ່າວ​ກັບ​ວີ​ໂອ​ເອວ່າ ນໍ້າ​ຖ້ວມ​ກໍາລັງເລີ້ມ​ບົກ​ລົງ ຢ່າງ​ນ້ອຍ
​ກໍ​ແມ່ນ​ຢູ່​ໃນຂົງ​ເຂດ​ພາກ​ກາງ​ຂອງຫວຽດນາມ.

ປະຊາຊົນ​ໃນ​ຈໍານວນ​ຫລາຍ​ກວ່າ 20 ພັນ​ຄົນ​ໄດ້​ອົບ​ພະຍົບອອກ​ຈາກ​ບ້ານ​ເຮືອນ​ຂອງ
​ເຂົາ​ເຈົ້າ​ຍ້ອນໄພ​ຫາຍຍະນະ​ດັ່ງກ່າວ ຊຶ່ງ​ທ່ານ Tomar ກ່າວ​ວ່າ ​ແນ່ນອນ​ແມ່ນຈະເຮັດ​
ໃຫ້ວິ​ກິດ​ການ​ດ້ານ​ມະນຸດສະ​ທໍາຮ້າຍແຮງ​ຂຶ້ນຕື່ມ.

ມີ​ຫລາຍ​ກວ່າ 800 ຄົນ​ແລ້ວ​ເສຍ​ຊີວິດ ​ໃນ​ທົ່ວ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ ຍ້ອນ​ຝົນ
ຕົກ​ໜັກ​ຜິດ​ປົກກະຕິ​ໃນ​ລະດູ​ຝົນມອນ​ສູນ. ທ່ານ Tomar ກ່າວ​ຕື່ມ​ວ່າ ສະຫະພັນ​
ສະພາກາ​ແດງ​ສາກົນ ຫລື IFRC ກໍາລັງ​ພະຍາຍາມ​ຫາ​ເງິນ​ໃຫ້​ໄດ້ຫລາຍ​ກວ່າ 2 ລ້ານ
​ໂດ​ລາ​ເພື່ອ​ນໍາ​ໄປບັນ​ເທົາທຸກພວກ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ອຸ​ທົກກະ​ໄພ ​ໂດຍ​ການ​ມອບ
​ເງິນ​ຊ່ອຍ​ສົດເຫ​ລື​ອລ້າໃຫ້​ເຂົາ​ເຈົ້າ ເພື່ອ​ນໍາ​ໄປ​ໃຊ້​ຈ່າຍ​ສໍາລັບ​ສິ່ງຕ່າງໆ​ເຊ່ນ ການ​ກໍ່ສ້າງ​
ທີ່​ພັກ​ພາ​ອາ​ໄສ​ຄືນ​ໃໝ່ ​ແລະ​ຊື້​ເຮືອ​ແລະ​ພວກມອງ​ຫາ​ປາ​ໃໝ່ ດັ່ງ​ນີ້​ເປັນ​ຕົ້ນ.

XS
SM
MD
LG