ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມບໍລິສັດຫວຽດນາມ ຈະຂາຍສຳປະທານ ສວນຢາງພາລາ ທີ່ແຂວງອັດຕະປື


ກຸ່ມບໍລິສັດ Hoang Anh Gia Lai ທີ່ໄດ້ຮັບສຳປະທານ ທີ່ດິນປູກຢາງພາລາ ເນື້ອທີ່ 20,000 ກວ່າເຮັກຕາ ທີ່ແຂວງອັດຕະປື.
ກຸ່ມບໍລິສັດ Hoang Anh Gia Lai ທີ່ໄດ້ຮັບສຳປະທານ ທີ່ດິນປູກຢາງພາລາ ເນື້ອທີ່ 20,000 ກວ່າເຮັກຕາ ທີ່ແຂວງອັດຕະປື.

ກຸ່ມບໍລິສດຫວຽດນາມ ຈະຂາຍສຳປະທານສວນຢາງພາລາ ເນື້ອທີ່ 20,000 ກວ່າ ເຮັກຕາ ທີ່ແຂວງອັດຕະປື ໃຫ້ກັບກຸ່ມບໍລິສັດຈີນ ເພາະກຳລັງປະເຊີນກັບ ບັນຫາໜີ້ສິນ ຢ່າງໜັກໜ່ວງ.

ເຈົ້າໜ້າທີ່ຂັ້ນສູງຂອງກຸ່ມບໍລິສັດ Hoang Anh Gia Lai ຈາກຫວຽດນາມ ເປີດເຜີຍວ່າ ບໍລິສັດກຳລັງພິຈາລະນາ ຈະຂາຍສຳປະທານສວນຢາງພາລາ ໃນເນື້ອທີ່ 20,000 ກວ່າ ເຮັກຕາ ແລະ ໂຮງງານປຸງແຕ່ງນ້ຳຕານ ທີ່ບໍລິສັດໄດ້ລົງທຶນ ຢູ່ໃນແຂວງອັດຕະປື ຂອງ ລາວ ເນື່ອງຈາກວ່າບໍລິສັດກຳລັງປະເຊີນກັບບັນຫາຂາດທຶນ ແລະເປັນໜີ້ສິນ ຢ່າງໜັກ ໜ່ວງ ໃນປັດຈຸບັນນີ້ ອັນເປັນຜົນຈາກການຕົກຕ່ຳ ຂອງລາຄາຢາງພາລາໃນຕະຫຼາດໂລກ ທີ່ລົດລົງຈາກລາຄາສະເລ່ຍ 14,000 ກີບຕໍ່ກິໂລກຣາມ ໃນປີ 2013 ມາເປັນ 5,000 ກີບ ຕໍ່ກິໂລກຣາມ ໃນເວລານີ້.

ທາງດ້ານບໍລິສັດ Earn and Young ທີ່ຮັບຜິດຊອບໃນການກວດສອບ ກ່ຽວກັບ ບັນຫາ ໜີ້ສິນຂອງກຸ່ມບໍລິສັດ Hoang Anh Gia Lai ລາຍງານວ່າ ກຸ່ມບໍລິສັດ Hoang Anh Gia Lai ມີພາລະໜີ້ສິນເຖິງ 8.168 ພັນຕື້ດົງ ຫຼື 366 ລ້ານໂດລາ ທີ່ຈະຕ້ອງຊຳລະ ຄືນໃຫ້ກັບບັນດາທະນາຄານ ໃນຫວຽດນາມ ທັງຍັງເປັນໜີ້ກອງທຶນ Temasek ຂອງ ລັດຖະບານສິງກະໂປ ອີກ 1.1 ພັນຕື້ດົງ ຫຼື ເກືອບ 50 ລ້ານໂດລາ ອີກດ້ວຍ ຈຶ່ງມີພຽງ ການຂາຍສຳປະທານ ສວນຢາງພາລາ ແລະ ໂຮງງານປຸງແຕ່ງນ້ຳຕານໃນລາວ ໃຫ້ກັບ ກຸ່ມທຸລະກິດຈາກຈີນເທົ່ານັ້ນ ຈຶ່ງຈະມີເງິນຊຳລະໃຫ້ກັບເຈົ້າໜີ້ດັ່ງກ່າວ.

ເຄື່ອງໝາຍ ສັນຍາລັກ ຂອງກຸ່ມບໍລິສັດ ຫວຽດນາມ Hoang Anh Gia Lai
ເຄື່ອງໝາຍ ສັນຍາລັກ ຂອງກຸ່ມບໍລິສັດ ຫວຽດນາມ Hoang Anh Gia Lai

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງໂຍທາທິການ ແລະຂົນສົ່ງຂອງລາວ ເປີດເຜີຍວ່າ ບັນຫາໜີ້ສິນຂອງກຸ່ມບໍລິສັດ Hoang Anh Gia Lai ຍັງສົ່ງຜົນກະທົບເຖິງໂຄງການ ກໍ່ສ້າງສະໜາມບິນໃໝ່ ຢູ່ທີ່ບ້ານໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ທີ່ລົງທຶນກໍ່ສ້າງ ໂດຍກຸ່ມບໍລິສັດ Hoang Anh Gia Lai ດ້ວຍ ເພາະການດຳເນີນງານນັບຈາກປີ 2014 ເປັນຕົ້ນມາ ໄດ້ຄືບໜ້າໄປແລ້ວພຽງ 40 ເປີເຊັນ ເທົ່ານັ້ນ ແລະຖືວ່າ ຊັກຊ້າໃນທຸກດ້ານ ເພາະຕາມແຜນການໄດ້ກຳນົດໃຫ້ການກໍ່ສ້າງຈະຕ້ອງເສັດສົມບູນ ແລະເປີດໃຊ້ສະໜາມ ບິນໃຫ້ໄດ້ຢ່າງເປັນທາງການພາຍໃນທ້າຍປີ 2016 ນີ້ ເປັນຢ່າງຊ້ານັ້ນເອງ.

ຍິ່ງໄປກວ່ານັ້ນ ການກໍ່ສ້າງຍັງບໍ່ໄດ້ມາດຕະຖານ ຕາມແບບທີ່ລັດຖະບານລາວ ກຳນົດ ອີກດ້ວຍ ຊຶ່ງກໍໄດ້ເປັນຜົນເຮັດໃຫ້ ທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະຂົນສົ່ງອອກຄຳສັ່ງໃຫ້ໂຈະການກໍ່ສ້າງສະໜາມບິນ ເປັນການຊົ່ວຄາວ ນັບຈາກກາງປີ 2015 ເປັນຕົ້ນມາ ດັ່ງທີ່ ທ່ານບຸນຈັນ ໄດ້ໃຫ້ການຢືນຢັນວ່າ:

“ໂຄງການກໍ່ສ້າງເດີ່ນບິນໜອງຄ້າງ ອັນນີ້ນິ ບັນຫາທີ່ສຳສຳຄັນ ຂ້າພະເຈົ້າກໍໄດ້ເມືອ ເບິ່ງ ກໍໄດ້ເຫັນສະພາບຕົວຈິງ ຈະຕ້ອງໄດ້ເບິ່ງເພາະວ່າ ການກໍ່ສ້າງບໍ່ໄປຕາມ ມາດ ຕະຖານເທັກນິກ ເພາະວ່າ ມາດຕະຖານເທັກນິກການກໍ່ສ້າງສະໜາມບິນ ເປັນມາດ ຕະຖານເທັກນິກ ທີ່ຕ້ອງການຄວາມແໜ້ນສູງ.”

ສະຖານທີ່ກໍ່ສ້າງເດີ່ນເຮືອບິນ ແຂວງຫົວພັນ ໄດ້ຖືກສັ່ງໂຈະໄວ້ຊົ່ວຄາວ ຍ້ອນ ກຸ່ມບໍລິສັດ Hoang Anh Gia Lai ທີ່ດຳເນີນການກໍ່ສ້າງ ບໍ່ໄດ້ມາດຕະຖານ.
ສະຖານທີ່ກໍ່ສ້າງເດີ່ນເຮືອບິນ ແຂວງຫົວພັນ ໄດ້ຖືກສັ່ງໂຈະໄວ້ຊົ່ວຄາວ ຍ້ອນ ກຸ່ມບໍລິສັດ Hoang Anh Gia Lai ທີ່ດຳເນີນການກໍ່ສ້າງ ບໍ່ໄດ້ມາດຕະຖານ.

ທັງນີ້ ໂດຍລັດຖະບານລາວ ໄດ້ຕົກລົງໃນສັນຍາລົງທຶນ ເພື່ອກໍ່ສ້າງສະໜາມບິນໃໝ່ 2 ແຫ່ງຢູ່ໃນແຂວງຫົວພັນ ແລະອັດຕະປື ເມື່ອປີ 2013 ທີ່ຜ່ານມາ ໂດຍກຸ່ມບໍລິສັດ Hoang Anh Gia Lai ໄດ້ຕົກລົງເປັນຝ່າຍອອກທຶນໃຫ້ກ່ອນ ທັງ 2 ແຫ່ງ ໃນມູນຄ່າລວມຫຼາຍ ກວ່າ 110 ລ້ານໂດລາ ໂດຍແບ່ງເປັນ 36.19 ລ້ານໂດລາ ແລະ 74 ລ້ານໂດລາ ສຳລັບ ກໍ່ສ້າງສະໜາມບິນອັດຕະປື ແລະ ຫົວພັນຕາມລຳດັບ.

ສຳລັບສະໜາມບິນສາກົນ ທີ່ແຂວງອັດຕະປື ໄດ້ກໍ່ສ້າງສຳເລັດ ແລະ ຈັດພິທີເປີດໃຊ້ຢ່າງ ເປັນທາງການ ໃນທ້າຍເດືອນພຶດສະພາ 2015 ທີ່ຜ່ານມາ ໂດຍສະໜາມບິນຢູ່ຫ່າງຈາກ ເຂດເທດສະບານແຂວງອັດຕະປື 5 ກິໂລແມັດ ມີທາງແລ່ນຂຶ້ນ-ລົງ ຍາວ 1,850 ແມັດ ກວ້າງ 30 ແມັດ ທີ່ສາມາດຮອງຮັບ ເຮືອບິນຂະໜາດ 70-100 ບ່ອນນັ່ງ ແລະກໍຖືເປັນ ໂຄງການ ລະຍະທີ 1 ສ່ວນລະຍະທີ 2 ກໍຈະຂະຫຍາຍທາງແລ່ນໃຫ້ກວ້າງຂຶ້ນເປັນ 45 ແມັດ ຍາວ 3,000 ແມັດ ເພື່ອໃຫ້ສາມາດຮອງຮັບເຮືອບິນຂະໜາດ 150-250 ບ່ອນນັ່ງ ໂດຍມີກຳນົດກໍ່ສ້າງແລ້ວເສັດພາຍໃນປີ 2020.

ກຸ່ມບໍລິສັດ Hoang Anh Gia Lai ເປັນບໍລິສດໃຫຍ່ອັນດັບ 2 ໃນຕະຫຼາດຮຸ້ນຫວຽດນາມ ໄດ້ເນັ້ນໜັກ ການລົງທຶນໃນການປູກຢາງພາລາ ການຂຸດຄົ້ນແຮ່ທາດ ການກໍ່ສ້າງເຂື່ອນ ໄຟຟ້າ ແລະ ອຸດສາຫະກຳແປຮູບໄມ້ ໂດຍມີມູນຄ່າລົງທຶນໃນລາວ ຫຼາຍກວ່າ 1,000 ລ້ານໂດລາ ໃນປັດຈຸບັນນີ້.

XS
SM
MD
LG