ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດຫວຽດນາມ ຂາດແຄນເງິນທຶນ ເຮັດໃຫ້ ການກໍ່ສ້າງສະໜາມບິນໜອງຄ້າງ ຕ້ອງຊັກຊ້າ


ການກໍ່ສ້າງສະໜາມບິນໜອງຄ້າງ ໃນເຂດເມືອງຊຳເໜືອ ຂອງແຂວງຫົວພັນ ລົງທຶນ ແລະ ດຳເນີນການກໍ່ສ້າງ ໂດຍກຸ່ມບໍລິສັດ Hoang Ahn Gia Lai ຈາກຫວຽດນາມ.
ການກໍ່ສ້າງສະໜາມບິນໜອງຄ້າງ ໃນເຂດເມືອງຊຳເໜືອ ຂອງແຂວງຫົວພັນ ລົງທຶນ ແລະ ດຳເນີນການກໍ່ສ້າງ ໂດຍກຸ່ມບໍລິສັດ Hoang Ahn Gia Lai ຈາກຫວຽດນາມ.

ກຸ່ມບໍລິສັດຫວຽດນາມ ຍັງຕ້ອງປະເຊີນກັບບັນຫາຂາດແຄນເງິນທຶນຢ່າງໜັກ ແລະ ໄດ້ສົ່ງຜົນກະທົບເຮັດໃຫ້ການກໍ່ສ້າງສະໜາມບິນໜອງຄ້າງ ຢູ່ໃນແຂວງຫົວພັນ ຕ້ອງ ຊັກຊ້າຕໍ່ໄປອີກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງໂຍທາທິການ ແລະ ຂົນສົ່ງ ເປີດເຜີຍວ່າ ໂຄງການກໍ່ສ້າງ ສະໜາມບິນໃໝ່ ຂອງແຂວງຫົວພັນ ທີ່ຕັ້ງຢູ່ບ້ານໜອງຄ້າງ ໃນເຂດເມືອງຊຳເໜືອ ທີ່ ລົງທຶນ ແລະ ດຳເນີນການກໍ່ສ້າງໂດຍກຸ່ມບໍລິສັດ Hoang Ahn Gia Lai ຈາກຫວຽດນາມ ນັບຈາກປີ 2014 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ໄດ້ຄືບໜ້າໄປແລ້ວປະມານ 40 ເປີເຊັນ ຫາກແຕ່ກໍຖືວ່າ ຊັກຊ້າກວ່າແຜນການ ທີ່ວາງໄວ້ໃນທຸກດ້ານ ເພາະຕາມແຜນການແລ້ວ ການກໍ່ສ້າງຈະຕ້ອງແລ້ວເສັດໃນທ້າຍປີ 2016 ນີ້.

ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ອອກຄຳສັ່ງໃຫ້ໂຈະການກໍ່ສ້າງສະໜາມບິນ ເປັນການຊົ່ວຄາວມາແລ້ວ ໃນຊ່ວງ ກາງປີ 2015 ທີ່ຜ່ານມາ ເພາະການ ກໍ່ສ້າງຍັງບໍ່ໄດ້ມາດຕະຖານ ຕາມແບບທີ່ທາງການລາວກຳນົດ.
ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ອອກຄຳສັ່ງໃຫ້ໂຈະການກໍ່ສ້າງສະໜາມບິນ ເປັນການຊົ່ວຄາວມາແລ້ວ ໃນຊ່ວງ ກາງປີ 2015 ທີ່ຜ່ານມາ ເພາະການ ກໍ່ສ້າງຍັງບໍ່ໄດ້ມາດຕະຖານ ຕາມແບບທີ່ທາງການລາວກຳນົດ.

ທັງນີ້ ໂດຍນອກຈາກຈະມີສາເຫດມາຈາກສະພາບອາກາດ ເຊັ່ນຝົນຕົກ ທີ່ເປັນອຸປະສັກ ທັງຕໍ່ການດຳເນີນງານກໍ່ສ້າງ ແລະ ການຂົນສົ່ງວັດສະດຸອຸປະກອນຕ່າງໆແລ້ວ ກໍຍັງມີ ສາເຫດສຳຄັນ ມາຈາກການຂາດແຄນເງິນລົງທຶນຂອງກຸ່ມບໍລິສັດຫວຽດນາມ ທັງການ ກໍ່ສ້າງຍັງບໍ່ໄດ້ມາດຕະຖານ ຕາມແບບທີ່ທາງການລາວກຳນົດອີກດ້ວຍ ຊຶ່ງກໍໄດ້ເປັນຜົນ ເຮັດໃຫ້ ທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ອອກຄຳສັ່ງໃຫ້ໂຈະການກໍ່ສ້າງສະໜາມບິນດັ່ງກ່າວ ເປັນການຊົ່ວຄາວມາແລ້ວ ໃນຊ່ວງ ກາງປີ 2015 ທີ່ຜ່ານມາ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

“ໂຄງການກໍ່ສ້າງເດີ່ນບິນໜອງຄ້າງອັນນີ້ນິ ບັນຫາທີ່ສຳຄັນ ຂ້າພະເຈົ້າກໍໄດ້ເມືອເບິ່ງ ກໍໄດ້ເຫັນສະພາບຕົວຈິງ ຈະຕ້ອງໄດ້ເບິ່ງ ເພາະວ່າ ການກໍ່ສ້າງບໍ່ໄປຕາມມາດຕະຖານ ເທັກນິກ ເພາະວ່າ ມາດຕະຖານເທັກນິກ ການກໍ່ສ້າງສະໜາມບິນ ເປັນມາດຕະຖານ ເທັກນິກ ທີ່ຕ້ອງການຄວາມແໜ້ນສູງ.”

ທາງເຂົ້າຂອງສະໜາມບິນໜອງຄ້າງ ຂອງແຂວງຫົວພັນ ທີ່ຕັ້ງຢູ່ບ້ານໜອງຄ້າງ ໃນເຂດເມືອງຊຳເໜືອ.
ທາງເຂົ້າຂອງສະໜາມບິນໜອງຄ້າງ ຂອງແຂວງຫົວພັນ ທີ່ຕັ້ງຢູ່ບ້ານໜອງຄ້າງ ໃນເຂດເມືອງຊຳເໜືອ.

ທັງນີ້ ໂດຍລັດຖະບານລາວ ໄດ້ຕົກລົງໃນສັນຍາລົງທຶນເພື່ອກໍ່ສ້າງສະໜາມບິນໃໝ່ 2 ແຫ່ງ ຢູ່ໃນແຂວງຫົວພັນ ແລະ ອັດຕະປື ເມື່ອປີ 2013 ທີ່ຜ່ານມາ ໂດຍກຸ່ມບໍລິສັດ Hoang Ahn Gia Lai ໄດ້ຕົກລົງເປັນຝ່າຍອອກທຶນໃຫ້ກ່ອນທັງ 2 ແຫ່ງ ໃນມູນຄ່າລວມ ຫຼາຍກວ່າ 110 ລ້ານໂດລາ ໂດຍແບ່ງເປັນ 36.19 ລ້ານໂດລາ ແລະ 74 ລ້ານໂດລາ ສຳລັບກໍ່ສ້າງສະໜາມບິນອັດຕະປື ແລະ ຫົວພັນ ຕາມລຳດັບ.

ສຳລັບສະໜາມບິນສາກົນ ທີ່ແຂວງອັດຕະປື ໄດ້ກໍ່ສ້າງສຳເລັດ ແລະ ຈັດພິທີເປີດໃຊ້ ຢ່າງເປັນທາງການ ໃນທ້າຍເດືອນພຶດສະພາ 2015 ທີ່ຜ່ານມາ ໂດຍສະໜາມບິນຢູ່ຫ່າງ ຈາກເຂດເທດສະບານແຂວງອັດຕະປື 5 ກິໂລແມັດ ມີທາງແລ່ນຂຶ້ນ-ລົງ ຍາວ 1,850 ແມັດ ກວ້າງ 30 ແມັດ ທີ່ສາມາດຮອງຮັບເຮືອບິນຂະໜາດ 70-100 ບ່ອນນັ່ງ ແລະ ກໍຖື ເປັນໂຄງການ ລະຍະທີ 1 ສ່ວນລະຍະທີ 2 ກໍຈະຂະຫຍາຍທາງແລ່ນໃຫ້ກວ້າງຂຶ້ນເປັນ 45 ແມັດ ຍາວ 3,000 ແມັດ ເພື່ອໃຫ້ສາມາດຮອງຮັບເຮືອບິນຂະໜາດ 150-250 ບ່ອນ ນັ່ງ ໂດຍມີກຳນົດກໍ່ສ້າງແລ້ວເສັດພາຍໃນປີ 2020.

ໂດຍສະໜາມບິນແຫ່ງໃໝ່ຂອງແຂວງອັດຕະປື ທີ່ຕັ້ງຢູ່ໃນເນື້ອທີ່ 165 ເຮັກຕາ ໃນເຂດ ເມືອງໄຊເສດຖານີ້ ເປັນໂຄງການສຳຄັນທີ່ຢູ່ໃນແຜນການພັດທະນາຊາຍແດນ ລະຫວ່າງ ລາວ ກັບ ກຳປູເຈຍ ແລະ ຫວຽດນາມ ໃຫ້ເປັນເຂດພັດທະນາເສດຖະກິດຢ່າງຮອບດ້ານ ແຕ່ວ່າ ລັດຖະບານລາວ ກໍຍັງຂາດແຄນງົບປະມານຢ່າງຫລວງຫລາຍ ຈຶ່ງຕ້ອງກູ້ຢືມຈາກ ກຸ່ມບໍລິສັດຫວຽດນາມເປັນດ້ານຫລັກ.

ແຕ່ສຳລັບສະໜາມບິນ ຢູ່ທີ່ແຂວງຫົວພັນນັ້ນ ຍັງບໍ່ມີຄວາມຊັດເຈນວ່າ ຈະກໍ່ສ້າງເສັດ ເມື່ອໃດແທ້ ຫາກແຕ່ວ່າ ທາງການລາວ ກໍໄດ້ອະນຸຍາດໃຫ້ກຸ່ມບໍລິສັດ Hoang Ahn Gia Lai ຈາກຫວຽດນາມ ສາມາດດຳເນີນການກໍ່ສ້າງສະໜາມບິນດັ່ງກ່າວໄດ້ແລ້ວ ຊຶ່ງໝາຍ ຄວາມວ່າ ເມື່ອການກໍ່ສ້າງສະໜາມບິນແຂວງຫົວພັນເສັດສົມບູນແລ້ວນັ້ນ ລັດຖະບານ ລາວ ກໍຈະຕ້ອງຊຳລະເງິນກູ້ແລະດອກເບ້ຍຄືນໃຫ້ກຸ່ມບໍລິສັດ Hoang Ahn Gia Lai ຢ່າງຄົບຖ້ວນ ໂດຍສາມາດທີ່ຈະຫັກຈາກສ່ວນຜົນປະໂຫຍດທີ່ລັດຖະບານລາວ ຈະໄດ້ ຮັບຈາກກິຈະການ ທີ່ກຸ່ມບໍລິສັດດັ່ງກ່າວ ລົງທຶນໃນລາວໄດ້ດ້ວຍ.

ກຸ່ມບໍລິສັດ Hoang Ahn Gia Lai ເປັນບໍລິສັດໃຫຍ່ອັນດັບທີ 2 ໃນຕະຫຼາດຫຸ້ນ ຫວຽດນາມ ທີ່ມີການລົງທຶນທັງໃນ ແລະ ຕ່າງປະເທດ ໂດຍສຳລັບໃນລາວນັ້ນ ກໍໄດ້ເນັ້ນ ໜັກການລົງທຶນ ໃນດ້ານການປູກຢາງພາລາ ການຂຸດຄົ້ນແຮ່ທາດ ການກໍ່ສ້າງເຂື່ອນຜະ ລິດໄຟຟ້າ ແລະ ອຸດສາຫະກຳການແປຮູບໄມ້ ຊຶ່ງຄິດເປັນມູນຄ່າ ການລົງທຶນ ໃນລາວ ລວມກັນຫຼາຍກວ່າ 1,000 ລ້ານໂດລາ ໂດຍນັບເປັນກຸ່ມລົງທຶນລາຍໃຫຍ່ທີ່ສຸດ ໃນແຂວງ ອັດຕະປືອີກດ້ວຍ.

XS
SM
MD
LG