ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມຫວັງວ່າ ຈະຄວບຄຸມເງິນເຟີ້ ບໍ່ໃຫ້ເກີນ 15 ເປີເຊັນ


ແຜນທີ່ຫວຽດນາມ
ແຜນທີ່ຫວຽດນາມ

















ວຽດນາມ​ກ່າວ​ວ່າ ບັດ​ນີ້​ຕົນ​ຫວັງ​ວ່າ​ຈະ​ຄວບ​ຄຸມ​ສະພາວະ​ເງິນ​ເຟີ້​ຂອງປະ​ເທດ​ໄວ້ ​ໃຫ້​ຢູ່​
ໃນອັດຕາ 15 ​ເປີ​ເຊັນ​ໃນ​ປີ​ນີ້.

ການ​ທໍານາຍດັ່ງກ່າວ ທີ່​ເປີ​ດ​ເຜີຍ​ອອກໃນ​ທ້າຍ​ສັບປະດາ​ຜ່ານ​ມາ ​ແລະ​ແຈ້ງ​ໃຫ້​ຊາບ​ໃນ​
ວັນ​ຈັນ​ມື້​ນີ້ ​ແມ່ນ​ເປັນ​ການ​ປັບ​ໂຕ​ເລກ​ຂຶ້ນ​ເປັນຄັ້ງ​ທີສອງ​ໃນ​ຮອບ​ນຶ່ງ​ເດືອນ ​ແລະ​ສົມ​
ທຽບ​ໃສ່​ເປົ້າ​ໝາຍ 7 ​ເປີ​ເຊັນ​ໃນ​ຕອນ​ເລີ້ມ​ຕົ້ນ​ຂອງ​ປີ​ນີ້.

ທະນາຄານ​ໂລກ​ກ່າວ​ໃນ​ສັບປະດາ​ຜ່ານ​ມາ​ວ່າ ອັດຕາ​ເງິນ​ເຟີ້ຂອງ​ຫວຽດນາມ​ຈະ​ຖີບ​ຂຶ້ນ
ສູງ​ສຸດ​ເຖິງ 22 ​ເປີ​ເຊັນ​ໃນ​ເດື່ອ​ນນີ້ ກ່ອນ​ມັນ​ຈະ​ເລີ້ມ​ຕົກລົງໄປ​ຈົນ​ຮອດ​ທ້າຍປີ​. ອັດຕາ
ເງິນ​ເຟີ້​ທີ່​ສູງຂຶ້ນ​ເກືອບ​ 20 ​ເປີ​ເຊັນ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ​ ນັບ​ວ່າ​ເປັນ​ອັດຕາ​ສູງ​ສຸດ
ໃນ 17 ປະເທດ​ໃນ​ເອ​ເຊຍ ທີ່ອົງການ​ຂ່າວ Bloomberg ​ໄດ້​ຕິດຕາມ​ເບິ່ງ​ມາ.

ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຍັງ​ໄດ້​ທໍາ​ການ​ດັດ​ແກ້​ອັດຕາ​ທີ່​ໄດ້​ທໍານາຍ​ໄວ້​ສໍາລັບການ​ເຕີບ
ໂຕ​ຂອງ​ຜົນ​ຜະລິດ​ຮວມພາຍ​ໃນ​ປະ​ເທດນັ້ນ ເປັນ 6 ​ເປີ​ເຊັນ​ ຈາກ​ເປົ້າ​ໝາຍ 6.5 ​ເປີ​ເຊັນ
ທີ່​ໄດ້​ປະກາດອອກ​ມາ​ເມື່ອ​ນຶ່ງ​ເດືອນ​ກ່ອນ​ໜ້າ​ນີ້. ອັດຕາ​ເປົ້າ​ໝາຍທີ່​ວາງ​ໄວ້​ສໍາລັບ​ເງິນ​ເຟີ້
ໃນ​ເດືອນ​ແລ້ວ​ ແມ່ນ​ 11.75 ​ເປີ​ເຊັນ​.

XS
SM
MD
LG