ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫວຽດນາມຕັດສິນໂທດ ຜູ້ຄັດຄ້ານລັດຖະບານ ຈໍາຄຸກ 7 ປີ


Tổng thống Obama duyệt hàng quân danh dự cùng Ngoại trưởng Jordan, Nasser Judeh, khi đến sân bây quốc tế Hoàng hậu Alia ở Amman, Jordan.
Tổng thống Obama duyệt hàng quân danh dự cùng Ngoại trưởng Jordan, Nasser Judeh, khi đến sân bây quốc tế Hoàng hậu Alia ở Amman, Jordan.


















ທະນາຍຄວາມຄັດຄ້ານ​ລັດຖະບານ​ທ່ານ​ນຶ່ງ​ທີ່​ມີ​ການ​ສຳພັນຢ່າງ​ໃກ້ຊິດ ກັບ​ບຸກຄົນ​ຂັ້ນ​ສູງ​ຂອງ​ພັກ​ຄອມມີ​ວນີສຫວຽດນາມ ໄດ້​ຖືກ​ຕັດສິນ​ວ່າ​ມີ​ ຄວາມ​ຜິດ​ໃນ​ການ​ດໍາ​ເນີນ​ຄະດີ​ເປັນ​ເວລາ​ນຶ່ງ​ມື້​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຂໍ້​ຫາ​ຖານ​ໂຄສະນາ​ຊວນ​ເຊື່ອ​ຕໍ່ຕ້ານ​ລັດ.

ທ່ານ Cu Huy Vu ຖືກ​ຕັດສິນ​ລົງ​ໂທດ​ຈໍາ​ຄຸກ​ເປັນ​ເວລາ 7 ປີ​ໃນ​ຂໍ້​ຫາ​ຖານ​ຮຽກຮ້ອງ​ໃຫ້ຢຸດຕິ​ລະບົບ​ການ​ເມືອງ​ພັກ​ດຽວ​ຂອງຫວຽດນາມ​ນັ້ນ.

ຕໍາຫລວດ​ໄດ້​ອອກ​ປະຕິບັດເຕັມອັດຕາ​ເພື່ອ​ປ້ອງກັນບໍ່​ໃຫ້​ພວກ​ຜູ້​ຄົນ​ທີ່​ຢາກ​ຮູ້​ຢາກ​ເຫັນ​ກ່ຽວ
ກັບການ​ດໍາ​ເນີນ​ຄະດີ​ນີ້​ມາເຕົ້າ​ໂຮມ​ກັນ​ຢູ້ຂ້າງ​ນອກ​ສານ​ໃນ​ກຸງ​ຮາ​ໂນ​ຍ.

ພວກ​ສະໜັບສະໜຸນຜູ້​ທີ່ຖືກກ່າວ​ຫາ​ໄດ້​ທໍາ​ການ​ເຜີຍ​ແຜ່​ຂ່າວກ່ຽວກັບຄະດີນີ້ງໄດ້ຮັບຄວາມ
ສົນໃຈຢ່າງກ້ວາງຂວາງ ​ໂດຍ​ສະ​ເພາະ​ໃນບັນດາ​ຜູ​ຊົມ​ໃຊ້ Internet ​ແລະ​ພວກ​ຖື​ສາສະໜາ​
ໂຣມັງ​ກາໂຕ​ລິກນັ້ນ.

ທ່ານ Vu ທະນາຍຄວາມ​ທີ່​ໄດ້​ຮັບ​ການ​ເຝິກອົບຮົມ​ມາ​ຈາກ​ຝຣັ່ງ ​ໄດ້​ວ່າຄວາມ​ປ້ອງ​ກັນ​ພວກ​
ຄັດຄ້ານ​ລັດຖະບານ​ມາ​ຫລາຍ​ຄົນ​ແລ້ວ ຮວມທັງ​ພວກ​ຖື​ສາສະໜາ​ກາ​ໂຕ​ລິກ ​ແຕ່​ຖື​ວ່າ​ໄດ້​ຮັບ
ຄວາມ​ປອດ​ໄພ​ມາ​ເປັນເວລາ​ດົນ​ນານ​ຈາກ​ການ​ຖືກລົງໂທດ ຍ້ອນ​ຜູ້ກ່ຽວ​ມີ​ຄວາມສຳພັນ​ກັບ
ພວກເຈົ້າ​ໜ້າ​ທີ່​ພັກ​ຄອມ​ມີ​ວນີສທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ. ທ່ານ Cu Huy Can ຊຶ່ງ​
ເປັນ​ບິດາ​ຂອງ​ທ່ານ Cu Huy Vu ​ໄດ້​ເປັນ​ນັກ​ກະວີທີ່​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະ​ເສີນ​ຢ່າງ​ແຜ່​
ຫລາຍ​ແລະ​ເປັນ​ສະມາຊິກຂອງ​ຄະນະ​ລັດຖະບານ​ຊົ່ວ​ຄວາມ​ຊຸດ​ທໍາ​ອິດ ​ທີ່​ຈັດ​ຕັ້ງ​ຂຶ້ນ​ໂດຍມື້​
ລາງທ່ານ​ໂຫ້​ຈິ​ມິນ ຜູ້​ນໍາໃນການ​ຕໍ່ສູ້​ເພືອຄວາມເປັນເອກະລາດ​ຂອງຫວຽດນາມ​ນັ້ນ.

ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ Vu ​ໄດ້​ສ້າ​ງຄວາມ​ໂມ​ໂຫ​ໂທ​ໂສ​ໃຫ້​ແກ່​ພວກ​ຜູ້​ນໍາ​ພັກ​ຄອມ​ມີ​ວນີສ
ຫລາຍ​ຄົນ​ຊຶ່ງ​ຜູ້ກ່ຽວ​ໄດ້​ຍື່ນຄະດີ​ຟ້ອງ​ຮ້ອງ​ຕ່າງໆ​ໃນປີ 2009 ​ແລະ 2010 ຕໍ່​ທ່ານ​ຫງວຽນ
ຕັນ​ຢຸງ ນາຍົກລັດຖະມົນຕີຫວຽດນາມທີ່ກ່າວ​ຫາ​ທ່ານ​ວ່າ ນະ​ໂຍບາຍ​ຂອງ​ທ່ານ​ຝ່າຝືນກົດ
ໝາຍ​ວ່າ​ດ້ວຍ​ການ​ປົກປ້ອງ​ສິ່ງ​ແວດ​ລ້ອມ​ແລະ​ລັດຖະທໍາ​ມະນູນ​ນັ້ນ.

ທາງ​ສານ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ເຫລົ່າ​ນີ້ ​ແລະ​ທ່ານ Vu ​ໄດ້​ຖືກ​ຈັບ​ກຸມ​ໃນ​ທ້າຍ​ປີ​ແລ້ວ​ນີ້​ໃນ​ລະຫວ່າງ​ການ​ປາບ​ປາມ​ຂອງ​ລັດຖະບານ​ຕໍ່​ພວກຄັດຄ້ານ​ລັດຖະບານ ກ່ອນ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໃນ​ເດືອນ​ມັງກອນ​ຜ່ານມາ​ນີ້.

ທ່ານ Vu ສາມາດຖືກຕັດສິນລົງໂທດຈໍາຄຸກເຖິງ 12 ປີໄດ້.

XS
SM
MD
LG