ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມປະກາດ ໃຊ້ກົດໝາຍເສຍອົງຄະ


ທ້າວ Nguyen Van Giap ເປັນນັກຮຽນຫວຽດນາມຜູ້ນຶ່ງທີ່ຫາກໍ່
ຮຽນຈົບໃນໂຄງການຝຶກອົບຮົມດ້ານເທັກໂນໂລຈີທາງດ້ານຂໍ້ມູນຂ່າວ
ສານທາງຫລື IT ທີ່ໄດ້ທຶນສະໜັບສະໜູນຈາກອົງການ USAID ທີ່
ຮ່າໂນ້ຍ ທີ່ຈັດໃຫ້ແກ່ຊາວໜຸ່ມທີ່ເສຍອົງຄະນັ້ນ
ທ້າວ Nguyen Van Giap ເປັນນັກຮຽນຫວຽດນາມຜູ້ນຶ່ງທີ່ຫາກໍ່ ຮຽນຈົບໃນໂຄງການຝຶກອົບຮົມດ້ານເທັກໂນໂລຈີທາງດ້ານຂໍ້ມູນຂ່າວ ສານທາງຫລື IT ທີ່ໄດ້ທຶນສະໜັບສະໜູນຈາກອົງການ USAID ທີ່ ຮ່າໂນ້ຍ ທີ່ຈັດໃຫ້ແກ່ຊາວໜຸ່ມທີ່ເສຍອົງຄະນັ້ນ

ເມື່ອ 20 ປີ ກ່ອນນີ້ ລັດຖະສະພາສະຫະລັດໄດ້ປະກາດໃຊ້ກົດໝາຍ ວ່າດ້ວຍຊາວອະເມ ຣິກັນທີ່ເສຍອົງຄະ ຫລື Americans with Disabilities Act ຊຶ່ງເປັນນິຕິບັນຍັດທີ່ກວມ ກວ້າງ ທີ່ຮ່າງຂຶ້ນມາເພື່ອຫ້າມບໍ່ໃຫ້ມີການຈໍາແນກກີດກັນ ຕໍ່ພວກປະຊາຊົນທີ່ເສຍອົງຄະ ໃນການວ່າຈ້າງ, ການຂົນສົ່ງ, ການເອື້ອອໍານວຍບ່ອນຢູ່ອາໃສ, ການຕິດຕໍ່ສື່ສານ ແລະກິດ ຈະກໍາຕ່າງໆຂອງລັດຖະບານ. ຢູ່ທີ່ຫວຽດນາມນັ້ນ ເປັນເວລາຫລາຍປີມາແລ້ວທີ່ບັນດາກຸ່ມ ຕ່າງໆໄດ້ປະຕິບັດງານເພື່ອໃຫ້ໄດ້ຮັບການພິທັກປົກປ້ອງໃນທໍານອງດຽວກັນນີ້ ແລະໄດ້ຮັບ ການຮັບປະກັນຕ່າງໆຈາກລັດຖະບານແຫ່ງຊາດນັ້ນ. ຜູ້ສື່ຂ່າວອີໂອເອ Jim Stevenson ມີລາຍງານກ່ຽວກັບການດໍາເນີນຄວາມພະຍາຍາມຕ່າງໆ ທີ່ໄດ້ສົ່ງຜົນໃຫ້ມີການຮັບຜ່ານເອົາ ກົດໝາຍທີ່ຄ້າຍໆກັນສໍາລັບພວກທີ່ເສຍອົງຄະໃນຫວຽດນາມ.

ອົງການ​ແຮງງານ​ສາກົນ​ກ່າວ​ວ່າ
ມີ​ພວກ​ຜູ້​ຊາຍ​ແລະ​ແມ່ຍິງ​ຫລາຍ​
ກວ່າ 5 ລ້ານ​ຄົນ ຫລື​ປະມານ
6 ເປີ​ເຊັນ​ຂອງ​ຈໍານວນ​ປະຊາ
ກອນ​ຫວຽດນາມ​ທັງໝົດ ​ເສຍ
ອົງຄະ. ​ແຕ່​ວ່າ ສະຖິຕິ​ຈາກ​ຜົນ
ການ​ສໍາ​ຫລວດມາດຕະຖານ​
ການຄອງ​ຊີບຂອງ​ພວກ​ຄອບ
ຄົວ​ຫວຽດນາມ​ ເມື່ອ​ໝໍ່ໆ​ມາ​ນີ້
ສະ​ແດງ​ໃຫ້​ເຫັນວ່າ ​ໂຕ​ເລກ​ໂຕ​
ຈິງແມ່ນ​ສູງກວ່ານັ້ນ​ ສອງເທົ່າ
ກ່ວາໆ ຫລື​ປະມານ 13 ລ້ານ​ຄົນທີ່​ເສຍ​ອົງຄະ ອິງ​ຕາມ​ການ​ແຍກ​ປະ​ເພດຂອງ​ນາໆ​ຊາດ
ວ່າ​ດ້ວຍ​ການ​ປະຕິບັດ​ໜ້າ​ທີ່ ການ​ເສຍ​ອົງຄະ​ແລະ​ສຸຂະພາບ.

ເມື່ອ​ວັນ​ທີ 17 ​ເດືອນມິຖຸນາ ປີ 2010 ນີ້ ສະພາແຫ່ງ​ຊາດຫວຽດນາມໄດ້ ປະກາດ​ໃຊ້ກົດ
ໝາຍແຫ່ງ​ຊາດ​ທີ່​ຄົບ​ຖ້ວນ​ສົມບູນສະບັບ​ທໍາ​ອິດ ທີ່​ຮັບປະກັນ​ສິດທິ​ຕ່າງ​ໆ​ຂອງ​ພວກປະຊາຊົນ
ທີ່ເສຍ​ອົງຄະ​ນັ້ນ. ທ່ານ Frank Dono- van ຜູ້​ອໍາ​ນວຍການ​ອົງການ​ພັດທະນາ​ລະຫວ່າງ
ປະ​ເທດຂອງສະຫະລັດ​ ຫລື USAID ​ໃນ​ຫວຽດນາມ ກ່າວ​ວ່າ:

ຄວາມຈິງແລ້ວ ກົດໝາຍ​ເສຍ​ອົງຄະ​ຂອງ​ຫວຽດນາມ ​ແມ່ນເປັນໝາກຜົນ ຂັ້ນສຸດ
ຍອດ ຂອງຄວາມພະຍາຍາມທີ່ແຕກຕ່າງກັນເຫລົ່ານີ້ທັງໝົດ ແລະ ​ ການຮັບຮູ້
ຈາກ ທັງພາກສ່ວນລັດຖະບານ​ເອງ ແລະປະຊາຊົນຈາກພວກ ອົງການເສຍອົງຄະ
ທີ່​ວ່າ ເຮົາຕ້ອງການກົດໝາຍນີ້ຢ່າງແທ້ຈິງ ເພື່ອເລີ່ມ ລົງມືບັງຄັບ​ໃຊ້ບາງນະໂຍ
ບາຍທີ່ດີເຫລົ່ານີ້ ທີ່ມີຢູ່ແລ້ວນັ້ນ.”

ກົດໝາຍເສຍອົງຄະແຫ່ງຊາດ ເປັນໝາກຜົນທີ່ມາຈາກຄວາມພະຍາຍາມ ຢ່າງຕັ້ງໜ້າມາ
ເປັນເວລາຫລາຍກວ່າ 10 ປີ ເພື່ອພັດທະນາ​ໂຄງຮ່າງທາງ ດ້ານກົດໝາຍສໍາລັບສັງຄົມ
ທີ່ກວມລວມ​ເອົາ​ປະຊາຊົນ​ທຸກ​ຊົນ​ຊັ້ນ​ວັນນະນັ້ນ. ອົງການການຊ່ວຍເຫລືອຫວຽດນາມ
ສໍາລັບພວກຄົນພິການ ຫລື Vietnam Assistance for the Handicapped ​ແມ່ນ
ເປັນພາຄີຜູ້​ສໍາຄັນໃນການ ພັກດັນໃຫ້​ມີ​ການເຄື່ອນໄຫວໄປສູ່ກົດໝາຍໃໝ່ສະບັບ​ນີ້.

ຜູ້ຍິງຄົນເສຍອົງຄະຜູນຶ່ງເຮັດວຽກຢູ່ບໍລິສັດຜະລິດ ໝວກກັນນ້ອກແຫ່ງນຶ່ງ ຢູ່ນະຄອນຮາໂນ້ຍ (File Photo)
ຜູ້ຍິງຄົນເສຍອົງຄະຜູນຶ່ງເຮັດວຽກຢູ່ບໍລິສັດຜະລິດ ໝວກກັນນ້ອກແຫ່ງນຶ່ງ ຢູ່ນະຄອນຮາໂນ້ຍ (File Photo)

ທ່ານໂດໂນວັນກ່າວວ່າ ພວກ
ຄົນເສຍອົງຄະທັງຫລາຍຄວນ
ຈະ​ເຂົ້າເຖິງ ໂຄງການ ແລະ
ການສະໜັບສະໜຸນຕ່າງໆທີ່
ຈໍາເປັນນັ້ນ​ໄດ້ ​ເພື່ອ​ໃຫ້​ເຂົາເຈົ້າ
ໄດ້ຮັບ​ຜົນ​ປະ​ໂຫຍ​ດຢ່າງເຕັມ
ເມັດເຕັມໜ່ວຍ ຊຶ່ງທ່ານໂດໂນ
ວັນກ່າວ ຊີ້ແຈງຕໍ່ໄປວ່າ:

ພວກຄົນເສຍອົງຄະຄວນ​
ໄດ້ຊົມ​ໃຊ້ສິດທິແລະການ
ເຂົ້າຫາເຂົ້າເຖິງການຊ່ວຍ
ເຫລືອ​ຕ່າງ​ໆ ດັ່ງດຽວກັນ
ກັບຄົນອື່ນໆ ບໍ່ວ່າຈະເປັນ
ເລື້ອງຄວາມຍຸຕິທໍາ, ຄວາມ
ສາມາດດໍາລົງຊີວິດຢ່າງ​ເປັນ
ອິດສະຫລະ ແລະຖືກຮວມ
ເຂົ້າ​ເປັນ​ສ່ວນ​ນຶ່ງຂອງປະຊາ
ຄົມ ຕະຫລອດ​ເຖິງຄວາມສາມາດເຂົ້າເຖິງຂ່າວ ສານຂໍ້ມູນ ການສື່ສານ, ການສຶກ
ສາ, ການບໍລິການດ້ານສຸຂະພາບ ​ແລະ​ອື່ນໆອີກ ຫລາຍສິ່ງ ຫລາຍຢ່າງ ໄປຈົນ
ເຖິງ ການຟຶ້ນຟູ​ສະຖານະ​ພາບ ການເຮັດວຽກ ແລະການມີງານເຮັດງານ​ທໍາ ເປັນ
ຕົ້ນ.”

ທ່ານນາງວັນ ລີ ເຈົ້າໜ້າທີ່ໂຄງການ ສໍາລັບໂຄງການເສຍອົງຄະຂອງອົງການ USAID
ແລະກ່າວວ່າ ການ​ດໍາ​ເນີນຄວາມພະຍາຍາມຂອງອົງການຢູເສດ ໃນໄລຍະເຈັດປີ ໄດ້
ຊ່ວຍຮ່າງ​ພາກສ່ວນສະເພາະຈໍາ​ນວ​ນນຶ່ງຂອງກົດໝາຍ​ດັ່ງກ່າວ ຊຶ່ງທ່ານນາງວັນ ລີ
ອະທິບາຍວ່າ:

“ຕັ້ງ​ແຕ່ປີ 2003 ມາ​ແລ້ວ ອົງການຢູເສດຢາກ​ຈະ​ເຮັດ​ໃຫ້ໂຄງການ​ເຫລົ່າ​ນັ້ນ
ເປັນ​ໂຄງການ​ທີ່ຄົບຖ້ວນສົມບູນຫລາຍຂຶ້ນ ໂດຍການໃຊ້ວິທີການຫລາຍສິ່ງ
ຫລາຍຢ່າງ ເພື່ອຊ່ວຍເຫລືອພວກເສຍອົງຄະນັ້ນ. ພວກເຮົາຕື່ມ​ເນື້ອ​ໃນໃສ່ໃນ
ພາກສ່ວນ​ດ້ານນະໂຍບາຍ ຕື່ມໃສ່ພາກສ່ວນດ້ານສັງຄົມ ແລະ​ໄດ້ເອົາພາກ
ສ່ວນ​ກ່ຽວ​ກັບ​ການວ່າຈ້າງ​ເຮັດ​ວຽກ ​ຮວມ​ເຂົ້າ​ໃນ​ກົດໝາຍ​ນັ້ນ.”

ການ​ຄືບ​ໜ້າໄປຢ່າງ​ເປັນ​ຮູບ​ປະ​ທໍາຂອງ​ພວກອົງການຕ່າງໆ ຢູ່ໃນຫວຽດນາມນັ້ນ ໄດ້ຊ່ວຍ​
ໃຫ້​ມີ​ຄວາມກ້າວໜ້າຢ່າງສະໝໍ່າສະເໝີ ໄປສູ່ການ​ອອກກົດໝາຍເສຍອົງຄະ​ແຫ່ງ​ຊາດ​ນັ້ນ. ໃນພາກສອງຂອງລາຍງານ​ເລື່ອງນີ້ ທ່ານຈະໄດ້ຍິນໄດ້ຟັງຄວາມ​ເຫັນຈາກພວກທີ່ໄດ້ຮັບຜົນ
ປະໂຫຍດຈາກກົດ ໝາຍເສຍອົງຄະ ແລະຄວາມພະຍາຍາມ​ໃນການເຝິກອົບຮົມໂດຍ
ອົງການ USAID ນັ້ນ.

XS
SM
MD
LG