ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການສໍ້ລາດບັງຫຼວງ ຢູ່ຫວຽດນາມ ມີເພີ່ມຂຶ້ນ


ແຜນທີ່ຫວຽດນາມ
ແຜນທີ່ຫວຽດນາມ

ເຈົ້າໜ້າທີ່ຫວຽດນາມລາຍງານວ່າ ຈຳນວນຄະດີສໍ້ລາດບັງຫຼວງ ທີ່ຕຳຫຼວດໄດ້ຈັດການນັ້ນ ​
ໄດ້ເພີ່ມຂຶ້ນ 6.5% ໃນໄລຍະ 6 ເດືອນທຳອິດຂອງປີ 2011 ນີ້.

ເຈົ້າໜ້າທີ່ຕຳຫຼວດໄດ້ປະກາດຂ່າວການເພີ່ມຂຶ້ນນີ້ ​ໃຫ້​ຊາບໃນມື້ວັນພຸດວານນີ້ໃນການສະ
ລຸບຜົນ ການປະຕິບັດງານຂອງຕຳຫຼວດໃນໄລຍະ 6 ເດືອນຜ່ານມາ. ພົນຕຳຫຼວດຕີ Do
Kim Tuyen ກ່າວວ່າ ໄດ້ມີການສືບສວນຄະດີສໍ້ລາດບັງຫຼວງ ປະມານ 5,300 ຄະດີ ນັບ ແຕ່ເດືອນມັງກອນຫາເດືອນມິຖຸນາຜ່ານມານີ້.

ເຈົ້າໜ້າທີ່ເວົ້າວ່າ ຕົນກຳລັງຊອກຫາຊ່ອງທາງ ເພື່ອກວາດ​ລ້າງ​ປາບ​ປາມ ການສໍ້ລາດບັງ
ຫຼວງຢູ່ໃນຫວຽດນາມ ບ່ອນທີ່ການສໍ້ລາດບັງຫຼວງ ເປັນບັນຫາຮ້າຍແຮງນັ້ນ. Transpa-
rency International ຊຶ່ງເປັນອົງການຄົ້ນຄວ້າລະດັບໂລກ ໄດ້ຈັດໃຫ້ຫວຽດນາມໃຫ້​ຢູ່​
ໃນອັນດັບທີ 61 ຂອງບັນດາປະເທດທີ່ມີການສໍ້ລາດບັງຫຼວງຫຼາຍທີ່ສຸດຢູ່ໃນລາຍງານປະ
ຈຳປີທີ່ມີການສຳຫຼວດທັງໝົດ 176 ປະເທດນັ້ນ.

ໃນການປະກາດໃນມື້ວັນພຸດວານນີ້ ໜ່ວຍປາບປາມອາຊະຍາກຳຂອງຕຳຫຼວດ ຍັງແຈ້ງ
ໃຫ້ຊາບວ່າມີອາຊະຍາກອນຈຳນວນ 22,000 ຄົນທີ່ເປັນສະມາຊິກຂອງກຸ່ມອັນທະພານ
1,800 ກຸ່ມໄດ້ຖືກຈັບໃນໄລຍະ 6 ເດືອນຜ່ານມານີ້ແລະແຈ້ງໃຫ້ຊາບຕື່ມວ່າ ມີຕຳຫຼວດ
5 ຄົນໄດ້ເສຍຊີວິດຂະນະທີ່ປະຕິບັດໜ້າທີ່.

XS
SM
MD
LG