ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມຫລວງຂອງ ພັກຄອມມີວນິສຫວຽດນາມ ປິດລົງແລ້ວ


ພວກຜູ້ນຳໃໝ່ຂອງພັກຄອມມິວນິສຫວຽດນາມຢືນຖ່າຍຮູບຮ່ວມກັນຢູ່ເທິງເວທີ ລຸນຫລັງທີ່ໄດ້ຮັບການເລືອກຕັ້ງ
ໃນມື້ອັດກອງປະຊຸມຫລວງ ຄັ້ງທີ 11 ຂອງພັກທີ່ນະຄອນຫລວງຮ່າໂນ້ຍໃນວັນທີ 19 ມັງກອນ 2011 ໂດຍມີທ່ານ Nguyen Phu Trong (ຢູ່ແຖວໜ້າຜູ້ທີສອງຈາກຊ້າຍ) ເປັນຜູ້ນໍາພັກ(REUTERS/Kham)
ພວກຜູ້ນຳໃໝ່ຂອງພັກຄອມມິວນິສຫວຽດນາມຢືນຖ່າຍຮູບຮ່ວມກັນຢູ່ເທິງເວທີ ລຸນຫລັງທີ່ໄດ້ຮັບການເລືອກຕັ້ງ ໃນມື້ອັດກອງປະຊຸມຫລວງ ຄັ້ງທີ 11 ຂອງພັກທີ່ນະຄອນຫລວງຮ່າໂນ້ຍໃນວັນທີ 19 ມັງກອນ 2011 ໂດຍມີທ່ານ Nguyen Phu Trong (ຢູ່ແຖວໜ້າຜູ້ທີສອງຈາກຊ້າຍ) ເປັນຜູ້ນໍາພັກ(REUTERS/Kham)

ພັກ​ຄອມ​ມິ​ວນິສທີ່​ປົກຄອງ​ປະ​ເທດຫວຽດນາມໄດ້​ອັດ​ກອງ
ປະຊຸມ​ຫລວງທີ່​ດຳ​ເນີນ​ມາ​ເປັນ​ເວລາ 8 ວັນນັ້ນລົງໃນວັນ
ພຸດມື້ນີ້ ​ໂດຍ​ມີຜົນອອກ​ມາທີ່ສ້າງຄວາມປະຫລາດໃຈໜ້ອຍ
ຫລາຍ ຊຶ່ງ​ໃນນັ້ນກໍ​ມີການ​ເລືອກ​ຕັ້ງ​ເອົາປະທານສະພາ​ແຫ່ງ
ຊາດ ທ່ານ Nguyen Phu Trong ​ຂຶ້ນ​ເປັນ​ຫົວໜ້າພັກ
ຄົນໃໝ່.

ພ້ອມ​ດຽວກັນນັ້ນ, ນາຍົກລັດຖະມົນຕີ Nguyen Tan
Dung ​ກໍ​ໄດ້ຖືກ​ເລືອກໃຫ້ເຂົ້າ​ຮ່ວມ​ໃນ​ຄະນະກົມ​ການ​ເມືອງ
ສູນ​ກາງ​ພັກຊຸດ​ໃໝ່ ​ທີ່​ມີ​ສະມາ​ຊິກ​ 14 ຄົນນັ້ນ​ສໍາລັບ​ຫ້າ​ປີ
ຕໍ່ໜ້າ​ ຊຶ່ງ​ເປັນ​ການຮັບປະກັນວ່າ ທ່ານຈະຖືກ​ແຕ່ງ​ຕັ້ງ​ໃຫ້
ດຳລົງ​ຕໍາ​ແໜ່ງ​ເປັນນາຍົກລັດຖະມົນຕີອີກ​ສະ​ໄໝທີ 2 ​
ເວລາສະພາ​ແຫ່ງ​ຊາດ​ໄຂ​ກອງປະຊຸມຂຶ້ນ​ໃນ​ເດືອນ​ພຶ​ດສະ
ພາທີ່ຈະ​ມາເຖິງ​ນີ້.

ຄະນະກົມ​ການ​ເມືອງ​ສູນ​ກາງ​ພັກ​ໃໝ່ ຊຶ່ງ​ເປັນ​ອົງກອນ​ວາງ
ນະ​ໂຍບາຍສູງ​ສຸ​ດ​ຂອງ​ປະ​ເທດນັ້ນແມ່ນມີ​ສະມາຊິກ​ເກົ່າ​ກັບເຂົ້າມາຄືນ 9 ຄົນ ​ແລະ​ມີສະ
ມາຊິກໃໝ່ອີກ 5 ຄົນ ລວມທັງໝົດ​ເປັນ 14 ຄົນ, ໜ້ອຍກວ່າ​ຈຳນວນ​ສະມາຊິກ​ໃນ​ຄະນະ
ກົມ​ການ​ເມືອງ​ສູນ​ກາງ​ພັກຄະນະກ່ອນນັ້ນນຶ່ງ​ຄົນ. ​ໃນ​ບັນດາສະມາຊິກ​ໃໝ່ນັ້ນ​ ແມ່ນ​ມີ​ແມ່
ຍິງຜູ້​ນຶ່ງ, ບັນນາທິການໜັງສື​ພິມຜູ້​ນຶ່ງ, ແລະ​ນາຍ​ທະຫານ​ຜູ້​ນຶ່ງ.

XS
SM
MD
LG