ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຄ້າ ຢູ່ຊາຍແດນ ຫວຽດນາມ-ຈີນ ຍັງຈະເລີນ ຮຸ່ງເຮືອງ (ວີດີໂອພາສາ ລາວ/ອັງກິດ)


A mourner is seen through a barricade in Kyiv's Independent Square.

ຄວາມ​ເຄ່ງ​ຕຶງ​ ​ລະຫວ່າງ​ຫວຽດນາມ​ແລະ​ຈີນ​ ​ໄດ້ໂຜ່​ໂຕ​ຄືນ​ມາ​ອີກ​ໃນເດືອນ​ກໍລະກົດ ກ່ຽວ​ກັບ​ຂໍ້​ຂັດ​ແຍ້​ງກັນ​ເລື້ອງ​ເຂດ​ນໍ້າ​ແດນ​ດິນຢູ່​ໃນ​ຂົງ​ເຂດ​ທະ​ເລຈີນ​ໃຕ້. ​ແຕ່​ເຖິງ​ແມ່ນ​ມີ​ການ​ຜິດ​ຖຽງ​ກັນ
ຍ້ອນ​ຄວາມ​ຮູ້ສຶກຊາດ​ນິຍົມ​ກໍ​ຕາມ ​ການ​ຄ້າ​ລະຫວ່າງເພື່ອນ​ບ້ານໃນ​ຂົງ​ເຂດ​ເອເຊຍສອງປະ​ເທດນີ້ ກໍ​ຍັງ​ສືບ​ຕໍ່ຈະ​ເຣີນງອກ​ງາມ​
ຢູ່​ຕໍ່​ມາ. ​ແຕ່​ກໍບໍ່​ຄື​ຈີນ ຫວຽດນາມ​ໄດ້​ສະ​ແດງ​ຄວາມຍິນ​ດີ ນໍາການ​ເຂົ້າ​ພົວພັນ​ຂອງສະຫະ
ລັດ​ ໃນ​ບັນຫາຂັດ​ແຍ້​ງ​ເລື້ອງ​ເຂດ​ນໍ້າ​ແດນ​ດິນນັ້ນ.

​ເຖິງ​ແມ່ນ​ເກີດ​ຄວາມ​ເຄັ່ງ​ຕຶງລະຫວ່າງ​ກັນຍ້ອນຄວາມຮູ້​ສຶກ​ຊາດ​ນິຍົມ​ກໍ​ຕາມ ​ແຕ່​ທຸລະ​ກິດ​ຢູ່​ຕາມ​ເຂດ​ຊາຍ​ແດນ​ຫວຽດນາມ​ຕິດ​ກັບ​ຈີນ ​ກໍ​ຍັງ​ຄຶກຄັກ ​ແລະ​ຈະ​ເລີນງອກ​ງາມ​ດີ.

​ທາງ​ການ​ແຂວງ ລາງ ​ເຊີນ (Lang Son) ກ່າວ​ວ່າ ຫວຽດນາມ​ຄ້າຂາຍ​ສິນຄ້າ​ການ​ກະ​ເສດ​ແລະ​ເຄຶ່ອງອີ​ເລັກ​ໂທຣນິກຕ່າງໆ​ ກັບ​ຈີນ​ ໃນມູນ​ຄ່າ​ເກືອບສາມ​ພັນ​ລ້ານ​ໂດ​ລາ ໃນ​ແຕ່ລະ​ປີ.

ຫງວຽນ ວັນ ​ເຈືອງ ຜູ້​ອໍານວຍ​ການ​ຫ້ອງການ​ພາສີທີ່​ດ່ານ ຕັນທັ່ນ ກ່າວ​ວ່າ ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ​ແມ່ນ​ເພີ່ມ​ຂຶ້ນເຖິງ 20 ​ເປີ​ເຊັນ​ໃນ​ແຕ່ລະ​ປີ.

ທ່ານ ຫງວຽນ ວັນ ​ເຈືອງ ກ່າວ​ວ່າ: “ຢູ່​ໃນ​ວົງ​ການ​ການ​ຄ້າ ເມື່ອ​ບໍ່​ດົນ​ມາ​ນີ້ ດັ່ງ​ທີ່​ເຮົາ​ຮູ້ກັນ​ເນາະ ​ແມ່ນ​ດໍາ​ເນີນ​ໄປຢ່າງ​ເປັນ​ປົກກະຕິ ບໍ່​ມີ​ອຸບປະສັກ​ໃດໆເລີຍ. ທັງ​ສອງ​ຝ່າຍໄດ້ສ້າງເງື່ອນ​ໄຂ​ທີ່​ດີ ​ໃນ​ການ​ແລກປ່ຽນ​ສິນຄ້າ​. ​ແລະ​ເຮົາ​ຈະ​ເຫັນ​ລົດ​ບັນທຸກ​ ​ແລ່ນຜ່ານໄປ​ມາ ສະ​ດວກ​ດີ​ຫຼາຍ​ດຽວ​ນີ້.”

ໃນ​ເດືອນ​ກໍລະກົດຜ່ານ​ມາ ຫວຽດນາມ​ໄດ້​ປ່ອຍ​ໃຫ້​ມີ​ການ​ປະ​ທ້ວງ​ຂອງ​ມະ ຫາ​ຊົນ​ຕໍ່ຕ້ານ​ຈີນ ທີ່​ບໍ່​ຄ່ອຍ​ຈະ​ເຫັນ​ມີນັ້ນ ຫຼັງ​ຈາກ​ປັກ​ກິ່ງ​ໄດ້​ຕົກລົງ​ໃຫ້​ມີ​ການສໍາ​ປະທານສໍາ​ຫຼວດບໍ່​ນໍ້າມັນ ​ໃນ​ເຂດ​ນໍ້າ​ແດນ​ດິນ ທີ່​ຫວຽດນາມ​ອ້າງ​ເອົາ​ກໍາມະສິດ ຢູ່​ໃນ​ຂົງ​ເຂດທະ​ເລ​ຈີນ​ໃຕ້ນັ້ນ.

ຕໍ່​ມາ ​ປັກ​ກິ່ງ​ໄດ້​ປະກາດ​ຕັ້ງເມືອງ​ນຶ່ງ​ຂຶ້ນມາ ​ເພື່ອ​ປົກຄອງ​ເຂດຕ່າງໆ ທີ່​ທັງ ບຣູ​ໄນ ມາ​ເລ​ເຊຍ ຟິລິບ​ປິ​ນ ​ແລະ​ໄຕ້​ຫວັນ ​ຕ່າງ​ກໍ​ອ້າງເອົາ​ເປັນ​ກໍາ​ມະ​ສິດ​ນໍາ​ນັ້ນ.

ຄວາມ​ເຄ່ງ​ຕຶງ​ໄດ້​ພາ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ຂຶ້ນມາ​ ໃນ​ກຸ່ມ​ພວກ​ພໍ່ຄ້າ​ບາງ​ຄົນ ເຊັ່ນ ຫງວຽນ ຫວຽດ ດຶກ ເຈົ້າຂອງ​ບໍລິສັດ​ການ​ຄ້າ ທີ່ວິຕົກ​ວ່າ​ບັນຫາ​ທາງການ​ເມືອງ​ອາດ​ກະທົບຕໍ່​ກໍາ​ໄລ​ໄດ້.

ລາ​ວເວົ້າ​ວ່າ: “ຄວາມ​ສໍາພັນ​ຂອງ​ບໍລິສັດ​ຂ້າພະ​ເຈົ້າກັບ​ຈີນ​ ກໍ​ບໍ່​ໄດ້​ດົນ​ປານ​ໃດ ​ແຕ່​ວ່າ​ນັບ​ຕັ້ງ​ແຕ່ພວກ​ເຮົາ​ມີ​ຄວາມ​ສໍາພັນ​ກັນ​ນັ້ນ ມັນ​ກໍ​ໄດ້​ພັດ ທະນາ​ດີຂຶ້ນເລື້ອຍ​ມາ. ຂ້າພະ​ເຈົ້າກໍ​ຫວັງ​ວ່າ ເບິ່ງ​​ໃນຮູບວົງ​ກວ້າງ​ແລ້ວ ລັດຖະ ບານ​ທັງ​ສອງ​ປະ​ເທດ ​ຈະໃຫ້​ຄວາມ​ສົນ​ໃຈ​ຫຼາຍ​ຂຶ້ນ ຕໍ່​ການ​ສານ ຄວາມ​ສໍາພັນ​ດ້ານ​ການ​ຄ້າ​ ດັ່ງ​ທີ່ໄດ້ເຄີຍ​ມີນາ​ນັ້ນ​ສືບ​ຕໍ່​ໄປ ​ແລະ​ກໍ​ວາງ​ເງື່ອນ ​ໄຂທີ່​ດີ​ຂຶ້ນ ສໍາລັບ​ບໍລິສັດຕ່າງໆ​ຂອງ​ທັງ​ສອງປະ​ເທດ.”


ເພື່ອ​ໃຫ້​ຈີນ​ອ່ອນ​ທ່າ​ທີ​ລົງ ຫວຽດນາມ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນໍາການ​ເຂົ້າ ພົວພັນ​ຂອງ​ສະຫະລັດ ​ໃນເຂດ​ທະ​ເລ​ຈີນ​ໃຕ້ ​ໂຮມ​ທັງຢູ່​ທີ່ ອ່າວ​ກໍາຣັນ ອັນ​ເປັນ​ຈຸດ​ຍຸ​ທະສາດ​ຂອງ​ຕົນ ຊຶ່ງ​ເປັນບ່ອນ​ຕັ້ງຂອງ​ຖານ​ທັບ​ເຮືອທີ່​ຫ້າມ​ ​ເຂົ້າ.

​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ ທ່ານ ລີ​ອອນ ພາ​ແນັດ​ຕ້າ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ເປັນ​ເຈົ້າໜ້າ​ທີ່​ລະດັບ​ສູງ​ສຸດ​ຂອງ​ສະຫະລັດ ທີ່​ໄດ້ໄປ ຢ້ຽມຢາມ​ອ່າວດັ່ງກ່າວ ຊຶ່ງ​ເປັນ​ອະດີດ​ຖານ​ທັບ​ອາກາດ​ສະຫະລັດ​ໃນປາງ ສົງຄາມ​ຫວຽດນາມ ​ແລະ​ຕໍ່​ມາ​ ເປັນ​ຖານ​ທັບ​ໂຊ​ຫວຽດ.

ຫວຽດນາມ​ໄດ້​ເປີດ​ອ່າວນີ້​ຄືນ​ອີກ ​ເພື່ອ​ບໍລິການ​ກໍ່າ​ປັ່ນ​ກອງທັບ​ເຮືອ​ຕ່າງປະ ​ເທດ ​ໃນ​ປີ 2010 ​ແລະ​ທ່ານ ຫງວຽນ ງ໊ອກ ​ເຊິ​ນ ຮອງ​ປະ​ທານ​ກໍາມະ ການ​ປະຊາຊົນ ກໍາຣັນ ກ່າວ​ວ່າ ຄວາມ​ສໍາຄັນ​ຂອງ​ອ່າວ​ກໍາລັງ​ເຕີບ​ໃຫຍ່ ອອກ​ໄປນັບ​ມື້.

ທ່ານ ​ເຊິ​ນ ກ່າວ​ວ່າ: “​ເຮົາ​ເວົ້າ​ໄດ້​ວ່າ ອ່າວ​ກໍາຣັນນີ້ ​ເປັນ​ບ່ອນ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ເປັນ ພິ​ເສດ​ເພື່ອ​ພັດທະນາ​ເສດ​ຖະກິດ ​ແລະ​ພ້ອມ​ດຽວ​ກັນ ກໍ​ເພື່ອ​ພິທັກ​ປົກ​ປ້ອງ ​ແລະ​ເພື່ອຍຶດຖືອະທິປະ​ໄຕ​ຢ່າງ​ເດັດດ່ຽວ​ຂອງ​ພວກ​ເຮົາ​ໃນ​ຂົງ​ເຂດ ​ແລະ​ໃນ ​ເຂດ​ໝູ່​ເກາະ​ຕ່າງໆ​ເອົາ​ໄວ້.”

ອ່າວ​ກໍ​າຣັນ ຫຼື Cam Ran Bay ​ເປີດ​ໄປ​ສູ່​ເຂ​ດໝູ່​ເກາະ Paracel ຊຶ່ງ ຈີນ​ໄດ້​ຄອບ​ຄອງ​ມາ ​ຕັ້ງ​ແຕ່​ເກີດ​ປະ​ທະ​ກັນ​ຫຼາຍ​ບັ້ນ​ກັບ​ຫວຽດນາມ​ໃນ​ປີ 1974 ພ້ອມ​ທັງ​ໝູ່​ເກາະ Spratly ທີ່​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ອ້າງ​ເອົາ​ເປັນ​ກໍາມະສິດ​ນັ້ນ.

ທາງ​ການ​ຫວຽດນາມ​ກ່າວ​ວ່າ ຈຸດ​ເພັ່ງ​ເລັງຂອງ​ພວກ​ເຂົາ​ເຈົ້າ​ໃນ​ຂະນະ​ນີ້ ກໍ​ຄືການ​ພັດທະ​ນາ​ທ່າ​ເຮືອ​ໃໝ່ ​ໃຫ້​ເປັນສູ​ນກາງບໍລິການ​ດ້ານກາ​ນບໍາລຸງ ເພື່ອ​ເພີ່ມທະວີ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ ຢູ່​ທີ່​ອ່າວ.

​ແຕ່ ນອກ​ນີ້​ແລ້ວ ຫວຽດນາມ​ຍັງ​ວາງ​ແຜນ​ທີ່​ຈະ​ເອົາເຮືອ​ດໍາ​ນໍ້າຫຼາຍໆ​ລໍາທີ່​ສ້າງ​ໂດຍຣັດ​ເຊຍ ​ໄປ​ປະ​ຈໍາ​ການຢູ່​ທີ່​ອ່າວ​ກໍາຣັນນັ້ນ ​ເພື່ອ​ປັບ​ປຸງ​ສະມັດຖະ ພາບດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ຕົນ ຊຶ່ງ​ກໍ​ອາດສາມາດ​ສ້າງ​ຄວາມ​ໂມ​ໂຫ ​ໃຫ້​ຈີນ​ໄດ້​ເຊ່ນ​ກັນ.

ເບິ່ງວີດີໂອລາຍງານນີ້ ເປັນພາສາອັງກິດ:
XS
SM
MD
LG