ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຮືອຫວຽດນາມ ແລະຈີນ ສີດນ້ຳໃສ່ກັນ ໃກ້ເຂດຂັດແຍ້ງ ໃນທະເລຈີນໃຕ້


ແຜນທີ່ ຂົງເຂດຂັດແຍ້ງ ລະຫວ່າງ ຫວຽດນາມແລະຈີນ
ແຜນທີ່ ຂົງເຂດຂັດແຍ້ງ ລະຫວ່າງ ຫວຽດນາມແລະຈີນ
ສື່ມວນຊົນຂອງທາງການຫວຽດນາມ ກ່າວ​ວ່າ ​ເຮືອ​ລາດ
ຕະ​ເວນ​ຂອງ​ຕົນລຳ​ນຶ່ງໄດ້​ແລກ​ປ່ຽນ​ການສີດ​ນຳ້ເຂົ້າໃສ່​
ກັນກັບກຳປັ່ນ​ຈີນ ໃນ​ການ​ຜິດຖຽງກັນເພີ້ມຂຶ້ນ ທີ່ປັກ​ກິ່ງ
ໄດ້ຕິດຕັ້ງການຂຸດ​ເຈາະ​ນຳ້ມັນ ຢູ່​ໃນເຂດ​ນ່ານ​ນຳ້ ທີ່ຍັງ
ມີການຂັດແຍ້ງກັນ ໃນ​ທະ​ເລ​ຈີນ​ໃຕ້.

ລາຍ​ງານ​ກ່າວ​ວ່າ ທັງ​ສອງ​ຝ່າຍ​ໄດ້ໃຊ້ທໍ່ສີດນຳ້ແຮງສູງ
​ສີດເຂົ້າໃສ່​ກັນໃນ​ວັນ​ຈັນ​ວານ​ນີີ້ ໃກ້​ກັບ​ບ່ອນ​ເຈາະ​ນຳ້
ມັນຂອງຈີນ. ບໍ່​ມີ​ລາຍ​ງານ ​ກ່ຽວກັບຜູ້​ໄດ້​ຮັບ​ບາດ​ເຈັບ
ແຕ່່ຢ່າງໃດ.

ຢູ່​ກອງ​ປະຊຸມ​ສຸດ​ຍອດ ​ຂອງຂອງ​ສະມາຄົມ​ບັນດາ​ປະ​ເທດ​ຊາດ ​ໃນ​ເຂດ​ເອ​ເຊຍ​ອາ
ຄະ​ເນ ຫລື​ອາ​ຊ່ຽນ ທີ່ຫາກໍສິ້ນສຸດລົງຢູ່ມຽນມານັ້ນ ນາຍົກລັດຖະມົນຕີຫວຽດນາມ
ທ່ານ Nguyen Tan Dung ​ໄດ້​ກ່າວ​ຫາ ປັກ​ກິ່ງ​ ວ່າ “​ເອົາ​ບາດກ້າວ​ທີ່​ເປັນອັນຕະ
ລາຍ ຮ້າຍ​ແຮງ ​ແລະຮຽກ​ຮ້ອງ​ສະມາຄົມດັ່ງກ່າວ ເອົາທ່າທີທີ່ເປັນເອກກະພາບ ກ່ຽວ
ກັບບັນຫານີ້. ​

ສະມາຄົມ ASEAN ​ໄດ້​ສະ​ແດງ “ຄວາມ​ເປັນ​ຫ່ວງ​ຢ່າງ​ແຮງ” ກ່ຽວ​ກັບສະຖານະ​ການ
ແລະ​ຮ້ອງ​ໃຫ້ແກ້​ໄຂ​ບັນຫານີ້ຢ່າງສັນຕິ ​ແຕ່​ບໍ່​ໄດ້​ບົ່ງ​ຊື່​ຂອງ​ຈີນຢ່າງເປັນການເປີດເຜີຍ.

​ໃນ​ວັນ​ຈັນ​ວານ​ນີ້ ​ໂຄສົກ​ຍິງ ກະຊວງການ​ຕ່າງປະ​ເທດ​ຈີນ ທ່ານ​ນາງ Hua Chunying
ກ່າວ​ວ່າ ການດຳເນີນຄວາມ​ພະຍາຍາມ​ຂອງຮາ​ໂນ່ຍ​ ໃນ​ການປຸກລະດົມໃຫ້ສະມາຄົມ
ASAN ເອົາທ່າທີຕ້ານປັກ​ກິ່ງນັ້ນ ຈະບໍ່ປະສົບຜົນສຳເລັດ.
XS
SM
MD
LG