ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຫວຽດນາມ ສັ່ງໃຫ້ຢຸດເຊົາ ການປະທ້ວງ ຕໍ່ຕ້ານຈີນ

ພວກປະທ້ວງຕໍ່ຕ້ານຈີນຍົກຮູບພາບຂອງມື້ລາງຜູ້ນຳປະຕິວັດຫວຽດນາມ ທ່ານໂຮ່ຈິມິນ ແລະລາຍຊື່ຂອງພວກທະ ຫານຫວຽດນາມທີ່ເສຍຊີວິດ ໃນການປະທະກັນກັບຈີນ ໃນເຂດໝູ່ເກາະ Paracel ເມື່ອວັນທີ 19 ມັງກອນປີ 1974 ແລະໃນເຂດໝູ່ເກາະ Spratly ເມື່ອວັນທີ 14 ມີນາ 1988 ໃນລະຫວ່າງການປະທ້ວງ ໃກ້ໆກັບທະເ

ເຈົ້າໜ້າທີ່ຫວຽດນາມທວງໃຫ້ຍຸຕິການໂຮມຊຸມນຸມປະທ້ວງປະຈຳສັບປະດາຕໍ່ຕ້ານຈີນ ທີ່
ນະຄອນຫຼວງຮາໂນ່ຍ ໂດຍກ່າວວ່າ ກຳລັງຝ່າຍຄ້ານທີ່ບໍ່ລະບຸຊື່ຈຳນວນນຶ່ງ ພວມສວຍໃຊ້
ການໂຮມຊຸມນຸມປະທ້ວງທີ່ວ່ານີ້ ເພື່ອບ່ອນທຳລາຍຄວາມເປັນລະບຽບຮຽບຮ້ອຍຂອງສັງ
ຄົມແລະສະຖຽນລະພາບ.

ຄະນະກຳມະການປະຊາຊົນໃນນະຄອນຫຼວງຮາໂນ່ຍ ໄດ້ສັ່ງໃຫ້ຢຸດເຊົາການໂຮມຊຸມນຸມ
ປະທ້ວງ ໃນລາຍການອອກອາກາດ ໃນວັນພະຫັດມື້ນີ້ ໂດຍເຕືອນວ່າ ລັດຖະບານຈະນຳ
ໃຊ້ “ມາດຕະການທີ່ຈຳເປັນຕ່າງໆ” ຕໍ່ພວກທີ່ບໍ່ປະຕິບັດຕາມ.

ຜູ້ຄົນພາກັນໄປໂຮມຊຸມນຸມທີ່ນະຄອນຫຼວງຮາໂນ່ຍໃນທຸກໆວັນອາທິດ ມາໄດ້ປະມານ 10
ອາທິດແລ້ວເພື່ອປະທ້ວງຕໍ່ການເຄື່ອນໄຫວຂອງຈີນໃນເຂດທະເລຈີນໃຕ້. ລັດຖະບານຫວຽດ
ນາມກ່າວວ່າ ກຳປັ່ນຂອງຈີນໄດ້ແຊກແຊງໂດຍເຈດຕະນາເຂົ້າໃນກິດຈະກຳສຳຫຼວດຊອກຫາ
ນໍ້າມັນໃນເຂດນ່ານນໍ້າທີ່ມີການຂັດແຍ້ງກັນ ຢູ່ນອກແຄມຝັ່ງທະເລຂອງຕົນ.

ໃນເຫດການປະທ້ວງສ່ວນໃຫຍ່ ຕຳຫຼວດພຽງແຕ່ເບິ່ງເສີຍໆ ຊຶ່ງເປັນການແນະໃຫ້ເຫັນວ່າ ພວກເຈົ້າໜ້າທີ່ໃຫ້ການອະນຸມັດຕໍ່ການປະທ້ວງເຫຼົ່ານີ້ ແຕ່ໃນບາງໂອກາດການປະທ້ວງໄດ້
ຖືກທັບມ້າງ ຂະນະທີ່ລັດຖະບານພວມທຳການເຈລະຈາຫາລືທີ່ສະລັບຊັບຊ້ອນກັບຈີນກ່ຽວ
ກັບບັນຫາດັ່ງກ່າວນີ້.

XS
SM
MD
LG