ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກເຄື່ອນໄຫວສາສະໜາພຸດ ຖືກຕັດສິນ ຈໍາຄຸກ 5 ປີ ທີ່ຫວຽດນາມ


ນັກເຄື່ອນໄຫວສາສະໜາພຸດ ຖືກຕັດສິນ ຈໍາຄຸກ 5 ປີ ທີ່ຫວຽດນາມ
ນັກເຄື່ອນໄຫວສາສະໜາພຸດ ຖືກຕັດສິນ ຈໍາຄຸກ 5 ປີ ທີ່ຫວຽດນາມ

ນັກ​ເຄື່ອນ​ໄຫວ ​ທີ່ນັບຖືສາດສະໜາພຸດ​ນິກາຍ​ສ່ວນ​ນ້ອຍ ອາຍຸ 71 ປີຜູ້​ນຶ່ງໄດ້​ຖືກ​ຕັດ
ສິນ​ໃຫ້ຈໍາ​ຄຸກ 5 ປີ ຍ້ອນ​ມີໜັງສື ​ແລະ​ວີ​ດິ​ໂອ ທີ່​ຕໍ່ຕ້ານ​ລັດຖະບານຢູ່​ໃນ​ຄອບ​ຄອງ.

ໄລຍະ​ເວລາ​ຈໍາ​ຄຸກ​ສໍາລັບນັກ​ເຄື່ອນໄຫວສາສະໜາພຸດນິກາຍຮົວຫາວ ທ່ານ Nguyen
Van Lia ​ໄດ້​ມີການຕັດສິນ ໃນ​ວັນ​ອັງຄານວານ​ນີ້ ທີ່​ນະຄອນ ຫລວງຮ່າ​ໂນ່ຍ. ການຕັດ
ສິນທີ່ວ່ານີ້ ມີຂຶ້ນພາຍຫລັງ​ທີ່​ທ່ານ​ຖືກ​ຈັບ ​ໃນ​ເດືອນ​ເມສາຜ່ານມາ ​ໃນ​ເວລາ​ທີ່ຕໍາຫລວດ
ຢຶດໄດ້ປຶ້ມ ​ແລະ​ເທັບບັນທຶກສຽງ​ ໂຮມທັງ ​ວີ​ດິ​ໂອຈຳນວນນຶ່ງ ທີ່ກ່າວ​ຫາ​ລັດຖະບານ​ວ່າ
ລະ​ເມີດ​ສິດທິ​ມະນຸດ ​ແລະ​ກີດ​ກັນເສລີພາບທາງ​ສາດສະໜາ. ສ່ວນ​ຈໍາ​ເລີຍອີກ​ຜູ້​ນຶ່ງ ທ່ານ
Tran Hoa An ​ໄດ້​ຖືກ​ຈໍາ​ຄຸກ 3 ປີ ​ໃນ​ວັນ​ອັງຄານ​ວານ​ນີ້ເຊັ່ນ​ກັນ ຍ້ອນຄວາມ​ຜິດ​ຖານ
ດຽວກັນ.

ອົງການຂ່າວຂອງຫວຽດນາມ ​ເວົ້າວ່າ ພວກ​ຈໍາ​ເລີຍ​ໄດ້​ຖືກກ່າວຫາຢ່າງເປັນທາງການ​ວ່າ​
“​ໄດ້ໃຊ້​ສິດ​ເສລີພາບ ປະຊາທິປະ​ໄຕໄປໃນທາງທີ່ຜິດ ​ເພື່ອ​ຝ່າຝືນ​ຜົນ
ປະ​ໂຫຍ​ດຂອງ​ປະ​ເທດ.”

ກ່ອນທີ່​ຈະ​ມີ​ການ​ຕັດສິນ, ​ໂຄສົກ​ຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch
ທີ່​ມີ​ສໍານັກ​ຕັ້ງຢູ່​ນະຄອນ​ນີວຢອກ​ເວົ້າວ່າ “ທັງໝົດນີ້ ​ເປັນ​ສັນຍານ​ທີ່​ແນ​ໄປ​ໃສ່ ການ​
ປາບ​ປາມ​ການ​ນັບຖື​ສາດສະໜາ ​ໃນ​ກໍລະນີ​ນີ້.
” ທ່ານ Phil Robertson ຜູ້ອຳນວຍ
ການຝ່າຍ​ເອ​ເຊຍຂອງກຸ່ມດັ່ງກ່າວ ໃຫ້​ຄໍາ​ເຫັນ​ວ່າ ທ່ານ Nguyen Van Lia ​ແລ້ວ ​ແມ່ນເປັນ​
ທີ່ຮູ້ກັນ​ ຍ້ອນທ່ານເຄີຍ​ຍົກ​ເອົາບັນ​ຫາ​ກົດ​ຂີ່​ທາງ​ສາສະໜາ ​ໄປ​ເວົ້າກັບພວກ​ນັກ​ການ​ທູດ​
ຕ່າງປະ​ເທດ. ທ່ານ Robertson ຍັງ​ໄດ້​ກ່າວ​ອີກ​ວ່າ ນັກ​ເຄື່ອນ​ໄຫວ​ທາງ​ສາ​ສະໜາທ່ານ​ນີ້
ຍັງ​ປະ​ເຊີນ​ກັບ​ບັນຫາ​ສຸຂະພາບ ທີ່​ເປັນ​ການ​ຮັບຮອງ​ໃຫ້​ທ່ານ​ຖືກ​ປ່ອຍ​ຕົວ​ໃນ​ທັນທີທັນ​ໃດ.

ລູກ​ຊາຍ​ຂອງ​ທ່ານ Nguyen Van Lia ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ພາກ​ພາສາ​ຫວຽດນາມ​ວ່າ ພໍ່
ຂອງ​ລາວ​ໄດ້​ປະຕິ​ເສດ​ມາໂດຍ​ຕະຫລອດ​ຕໍ່ການ​ກ່າວ​ຫານັ້ນ. ລາວ​ຍັງ​ເວົ້າອີກ​ວ່າ ຈະ​ບໍ່ມີ​
ການ​ຂໍ​ອຸທອນຕໍ່ຄໍາ​ຕັດສິນ​ທີ່ວ່ານີ້ ​ເພາະທາງ​ຄອບຄົວ​ລາວບໍ່​ເຊື່ອ​ໃນ​ວຽກງານຂອງ​ຂະ​ບວນ
ການ​ອຸທອນ​ຂອງຫວຽດນາມ.

XS
SM
MD
LG