ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ເພີ່ມການລາດຕະເວນ ເພື່ອປົກປ້ອງ ເຂດຫາປາຂອງຕົນ


ແຜນທີ່ທະເລຈີນໃຕ້
ແຜນທີ່ທະເລຈີນໃຕ້
ຫວຽດນາມເພີ່ມການລາດຕະເວນເພື່ອປົກປ້ອງເຂດຫາປາຂອງ
ຕົນໃນທະເລຈີນໃຕ້ຫຼັງຈາກທີ່ບໍລິສັດພະລັງງານຍັກໃຫຍ່ທີ່
ດໍາເນີນງານໂດຍລັດຖະບານນັ້ນ ໄດ້ກ່າວຫາເຮືອຂອງຈີນວ່າ
ໄດ້ທໍາລາຍເຮືອລຳນຶ່ງຂອງຕົນ ໃນເຂດທີ່ມີການຂັດແຍ້ງກັນນັ້ນ.

ສື່ມວນຊົນຂອງທາງການຫວຽດນາມກ່າວໃນວັນອັງຄານມື້ນີ້ວ່າ
“ກອງກໍາລັງລາດຕະເວນ” ຈະໄດ້ຮັບສິດໃນການຈັບກຸມແລະປັບໃໝ່ຕໍ່ເຮືອຂອງຕ່າງ
ປະເທດທີ່ຢູ່ພາຍໃນຂົງເຂດທີ່ທາງການຫວຽດນາມໄດ້ປະກາດໄວ້ວ່າ ເປັນເຂດເສດຖະກິດ
370 ກິໂລແມັດນັ້ນ ກຳລັງ ດັ່ງກ່າວຈະເລີ້ມປະຕິບັດງານ ໃນວັນທີ 25 ເດືອນມັງກອນຈະມາ
ເຖິງນີ້.

ເຫດການດັ່ງກ່າວນີ້ແມ່ນໄດ້ມີຂຶ້ນນຶ່ງມື້ ຫຼັງຈາກບໍລິສັດ Petro Vietnam ໄດ້ກ່າວວ່າເຮືອ
ປະມົງຂອງຊາວຈີນ ໄດ້ຕັດສາຍເຄເບີ້ລຂອງເຮືອສຳຫຼວດຂອງຕົນລໍານຶ່ງໃນທະເລຈີນໃຕ້
ໃນອາທິດແລ້ວນີ້. ບໍລິສັດນໍ້າມັນຂອງລັດຖະບານຫວຽດນາມຍັງກ່າວວ່າ ຕົນໄດ້ສ້ອມແປງ
ສາຍເຄເບີ້ລໃນເວລາຕໍ່ມາ ແຕ່ໄດ້ເອີ້ນການກະທໍາດັ່ງກ່າວວ່າເປັນການລ່ວງລະເມີດຕໍ່ເຂດ
ນ່ານນໍ້າຂອງຫວຽດນາມຢ່າງເປີດແປນ.

ຈີນແລະຫວຽດນາມນັ້ນແມ່ນໄດ້ມີການຂັດແຍ້ງກັນມາເປັນເວລາດົນນານ ກ່ຽວກັບການ
ອ້າງກຳມະສິດກວມກັນໃນເຂດທະເລຈີນໃຕ້ ແລະການປະທະກັນຂະໜາດນ້ອຍ ໄດ້ເກີດ
ຂຶ້ນເປັນບາງຄັ້ງບາງຄາວລະຫວ່າງເຮືອລາດຕະເວນ ຫຼືບໍ່ກໍເຮືອປະມົງຂອງປະເທດທັງ
ສອງ

ຫວຽດນາມ ຟິລິບປີນ ແລະປະເທດອື່ນໆໃນເຂດເອເຊຍອາຄະເນ ກ່າວຫາຈີນວ່າ ເອົາ
ບາດກ້າວທີ່ໜັກຂຶ້ນ ໃນການປົກປ້ອງການອ້າງເອົາກໍາມະສິດຂອງຕົນໃນເຂດທະເລຈີນໃຕ້.
ຈີນ ແມ່ນວ່າ ອ້າງເອົາກໍາມະສິດເກືອບທັງໝົດ ຂອງເຂດທະເລຈີນໃຕ້ຊຶ່ງມີພື້ນທີ່ 3 ລ້ານ
5 ແສນກິໂລແມັດມົນທົນ ຊຶ່ງເປັນເສັ້ນທາງເດີນເຮືອທີ່ສຳຄັນແລະອາດເປັນແຫຼ່ງທີ່ມີພະລັງ
ງານສຳຮອງມະຫາສານນັ້ນ.
XS
SM
MD
LG