ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫວຽດນາມ ຕັດສິນໂທດ ພວກຄັດຄ້ານ ລັດຖະບານ 22 ຄົນ


ນັກເຄື່ອນໄຫວດ້ານສິດທິມະນຸດ Nguyen Quoc Quan ຫຼັງຈາກຖືກຫວຽດນາມເນລະເທດແລ້ວນັ້ນ ເດີນທາງມາເຖິງ ສະໜາມບິນນາໆຊາດ ທີ່ນະຄອນ Los Angeles (30 ມັງກອນ 2013)
ນັກເຄື່ອນໄຫວດ້ານສິດທິມະນຸດ Nguyen Quoc Quan ຫຼັງຈາກຖືກຫວຽດນາມເນລະເທດແລ້ວນັ້ນ ເດີນທາງມາເຖິງ ສະໜາມບິນນາໆຊາດ ທີ່ນະຄອນ Los Angeles (30 ມັງກອນ 2013)

ຫລັງຈາກການດຳເນີນຄະດີ ເປັນເວລານຶ່ງອາທິດແລ້ວ ໃນວັນຈັນຜ່ານມານີ້ ສານແຫ່ງນຶ່ງ ທີ່ແຂວງ Phu Yen ຂອງ ຫວຽດນາມກໍໄດ້ຕັດສິນໂທດ 22 ຄົນໃຫ້ຈຳຄຸກເປັນເວລາດົນນານໃນຂໍ້ຫາພະຍາຍາມຫາທາງໂຄ່ນລົ້ມລັດຖະບານ. ໃນອາທິດແລ້ວນີ້ ກຸ່ມປົກປ້ອງສິດທິມະນຸດກຸ່ມນຶ່ງ ໄດ້ກ່າວຫາຮາໂນ່ຍວ່າ ເພີ້ມທະວີການປາບປາມຢ່າງເປັນລະບົບຕໍ່ ພວກຕິຕຽນລັດຖະບານ. Marianne Brown ມີລາຍງານກ່ຽວກັບເລື່ອງນີ້ ຈາກນະຄອນຫຼວງຮາໂນ່ຍ.

22 ຄົນ ທີ່ຖືກດຳເນີນຄະດີໃນຄັ້ງນີ້ ແມ່ນເປັນສະມາຊິກຂອງກຸ່ມ
Hoi dong cong an Bia Son ຊຶ່ງເປັນອົງການຈັດຕັ້ງ ທີ່ຜິດກົດ ໝາຍຂອງຊາວພຸດທີ່ປະຕິບັດງານຢູ່ໃນເຂດພາກກາງຂອງຫວຽດ
ນາມ. ຊື່ດັ່ງກ່າວ ມີຄວາມໝາຍວ່າ ສະພາຄຸ້ມຄອງກົດໝາຍ ແລະ ກິດຈະການຕ່າງໆ ຂອງແຂວງ Bia Son ຊຶ່ງແຂວງດັ່ງກ່າວນີ້ ມີພູ
Bia Son ເປັນສັນຍາລັກທີ່ສຳຄັນ.

ພວກຜູ້ຊາຍ 21 ຄົນ ແລະແມ່ຍິງຄົນນຶ່ງຖືກກ່າວຫາວ່າ ວາງແຜນ
ທີ່ຈະສ້າງຕັ້ງປະເທດ ໂດຍຕັ້ງຊື່ໃຫ້ວ່າ ອານາຈັກຫວຽດນາມທີ່ຍິ່ງ
ໃຫຍ່ຊຶ່ງຈະມີຜູ້ນຳຂອງກຸ່ມຄືທ່ານ Phan Van Thu ເປັນກະສັດ.

ທ່ານ Thu ໄດ້ຮັບໂທດຈຳຄຸກຕະຫຼອດຊີວິດ. ສ່ວນບຸກຄົນອື່ນໆ
ນັ້ນ ແມ່ນໄດ້ຮັບໂທດແຕ່ 10 ຫາ 17 ປີ.

ສື່ຕ່າງໆຂອງລັດລາຍງານວ່າ ອົງການດັ່ງກ່າວນີ້ໄດ້ຜະລິດເອກກະສານທີ່ບິດເບືອນນະໂຍ ບາຍຂອງພັກຄອມມູນິດແລະລັດຖະບານຫວຽດນາມ. ແຫຼ່ງຂ່າວຂອງທາງການຫວຽດນາມ ແຈ້ງວ່າ ກ່ອນຈະມີການຈັບ ທ່ານ Thu ແລະບຸກຄົນອື່ນໆ ໃນເດືອນກຸມພາ ປີ 2012 ນັ້ນ ກຸ່ມດັ່ງກ່າວໄດ້ກຽມເພງຊາດ ທຸງຊາດ ແລະນະຄອນຫຼວງໃໝ່ ຂອງປະເທດໄວ້ແລ້ວ.

ທະນາຍຄວາມ 6 ຄົນໄດ້ທຳການຕໍ່ສູ້ຄະດີໃຫ້ແກ່ກຸ່ມດັ່ງກ່າວໃນລະຫວ່າງທີ່ມີການຂຶ້ນສານ ເປັນເວລານຶ່ງອາທິດ. ທ່ານ Nguyen Hong Que ແມ່ນນຶ່ງໃນຈຳນວນທະນາຍຄວາມ 6 ຄົນ ຊຶ່ງທ່ານເວົ້າວ່າ ຈຸດປະສົງຂອງພວກຄົນກຸ່ມນີ້ແມ່ນຈະແຈ້ງທີ່ສຸດ.

ທ່ານ Que ເວົ້າວ່າ “ຍ້ອນທາງກຸ່ມໄດ້ຍອມຮັບວ່າ ທ່ານ Thu ຈະເປັນກະສັດແລະສະ ມາຊິກຄົນອື່ນໆກໍຈະຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີ ຢູ່ໃນປະເທດທີ່ຈະຕັ້ງຂຶ້ນໃໝ່ ນັ້ນ ຈຸດມຸ່ງໝາຍຂອງພວກເຂົາເຈົ້າແມ່ນຈະແຈ້ງທີ່ສຸດແລະສິ່ງດຽວທີ່ພວກທະນາຍ ຄວາມສາມາດຊ່ອຍໄດ້ ກໍຄື ຮ້ອງຂໍໃຫ້ຜູ້ພິພາກສາຜ່ອນຜັນໂທດໃຫ້.”

ໃນລາຍງານປະຈຳປີ 2013 ກ່ຽວກັບ ສະພາບການເຄົາລົບນັບຖືສິດທິມະນຸດທົ່ວໂລກ ກຸ່ມ ປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ ມີພວກນັກເຄື່ອນໄຫວຢ່າງໜ້ອຍ 40 ຄົນໄດ້ຖືກຂັງຄຸກໃນປີກາຍນີ້ຊຶ່ງເປັນການເຄື່ອນໄຫວທີ່ກຸ່ມດັ່ງກ່າວເວົ້າວ່າ ສະແດງໃຫ້ ເຫັນເຖິງການນຳໃຊ້ການກົດຂີ່ປາບປາມຫຼາຍຂຶ້ນ ເພື່ອຮັບມືກັບຄວາມບໍ່ພໍໃຈທີ່ມີເພີ້ມຂຶ້ນ.

ສຳລັບໃນປີນີ້ ຈຳນວນພວກທີ່ຖືກຈັບແມ່ນເພີ້ມຂຶ້ນຢ່າງວ່ອງໄວ. ໃນເດືອນແລ້ວ ພວກນັກ ເຄື່ອນໄຫວ 13 ຄົນ ໄດ້ຖືກຕັດສິນໂທດຈຳຄຸກແຕ່ 3 ຫາ 13 ປີ.

ທ່ານ Phil Robertson ຮອງຜູ້ອຳນວຍການຝ່າຍເອເຊຍ ຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ເວົ້າວ່າ ລັດຖະບານພວມທຳການປາບປາມກຸ່ມພວກຄັດຄ້ານ ຫລືຕໍາໜິຕິຕຽນ ທີ່ອາດມີຄົນຟັງເປັນຈໍານວນຫລວງຫລາຍ.

ທ່ານ Robertson ເວົ້າວ່າ “ເຊັ່ນກຸ່ມສາສະໜາກາໂຕລິກ ກຸ່ມໄຖ່ບາບ ພວກທ່ານຄົງ ເຫັນແລ້ວ ລັດຖະບານພວມຊອກຈັບແຕ່ກຸ່ມໃຫຍ່ໆ ເຊັ່ນກຸ່ມທີ່ແຂວງ Phu Yen ທີ່ທາງການອ້າງວ່າ ເຂົາເຈົ້າພວມທຳການປຸກລະດົມໃຫ້ເກີດແນວຄິດທີ່ບໍ່ເພິ່ງປາດ ຖະໜາ ແນວໃດແນວນຶ່ງນັ້ນ. ພວກທີ່ເຜີຍແຜ່ຂ່າວ ໂດຍຜ່ານການອອກຂ່າວທາງ ອິນເຕີແນັດ ຊຶ່ງສາມາດໂອ້ລົມກັບພວກຜູ້ຄົນເປັນຈຳນວນຫຼວງຫຼາຍ.”

ໃນການເຄື່ອນໄຫວທີ່ສ້າງຄວາມປະຫຼາດໃຈແກ່ບາງຄົນນັ້ນ ໃນມື້ວັນພຸດອາທິດແລ້ວນີ້ ລັດ ຖະບານຫວຽດນາມ ໄດ້ເນລະເທດທ່ານ Nguyen Quoc Quan ຄົນອາເມຣິກັນເຊື້ອສາຍ ຫວຽດນາມ ຫລັງຈາກໄດ້ຄຸມຂັງຜູ້ກ່ຽວເປັນເວລາ 9 ເດືອນ. ທ່ານ Quan ໄດ້ຖືກຈັບໃນຂະ ນະທີ່ເດີນທາງໄປເຖິງສະໜາມບິນໄຊງ່ອນ ແລະໃນຂັ້ນຕົ້ນ ຖືກກ່າວຫາວ່າວາງແຜນກໍ່ການ ຮ້າຍ ແຕ່ໃນເວລາຕໍ່ມາ ປ່ຽນເປັນຖືກຂໍ້ຫາໂຄ່ນລົ້ມລັດຖະບານ.

ທ່ານ Quan ເປັນສະມາຊິກຄົນສຳຄັນ ຂອງກຸ່ມການເມືອງ Viet Tan ຊຶ່ງລັດຖະບານເວົ້າ ວ່າ ເປັນກຸ່ມກໍ່ການຮ້າຍນັ້ນ. ທ່ານ Quan ໄດ້ຖືກຄຸມຂັງ ເປັນເວລາ 6 ເດືອນ ໃນປີ 2007 ຍ້ອນແຈກຢາຍໃບປິວຮຽກຮ້ອງເອົາປະຊາທິປະໄຕ. ການຄຸມຂັງຜູ້ກ່ຽວໄດ້ສົ່ງຜົນໃຫ້ພວກ ນັກການທູດສະຫະລັດ ສະມາຊິກລັດຖະສະພາແລະບັນດາກຸ່ມນິຍົມປະຊາທິປະໄຕພາກັນ ທຳການປະທ້ວງ.

ໃນການຖະແຫຼງຈາກເຮືອນຂອງທ່ານທີ່ລັດແຄລີຟໍເນຍນັ້ນທ່ານ Quan ເວົ້າວ່າ ທ່ານເດີນ ທາງໄປຫວຽດນາມໃນເດືອນເມສາປີກາຍນີ້ເພື່ອສິດສອນຄວາມສາມາດໃນການເປັນຜູ້ນຳ ໃຫ້ແກ່ພວກເດັກນ້ອຍ ທັງໆທີ່ຮູ້ວ່າ ມີໂອກາດທີ່ທ່ານເອງອາດຈະຖືກຈັບ.

ທ່ານເວົ້າວ່າ ເຖິງຢ່າງນັ້ນທ່ານກໍຍັງສ່ຽງຍ້ອນວ່າການຈັບກຸມຈະໃຫ້ໂອກາດແກ່ທ່ານໄດ້ສະ ແດງຄວາມສາມັກເປັນນໍ້ານຶ່ງໃຈດຽວກັບພວກພວກນັກເຄື່ອນໄຫວອື່ນໆ.

ທ່ານ Quan ເວົ້າວ່າ "ມີເຫດຜົນຢູ່ 2 ຢ່າງທີ່ທ່ານຄິດວ່າ ເປັນຫຍັງລັດຖະບານຫວຽດ ນາມ ຈຶ່ງເນລະເທດທ່ານ. ນຶ່ງ ກໍຄືວ່າ ລັດຖະບານຫວຽດນາມ ມີຄວາມຢ້ານກົວວ່າ ການເອົາທ່ານຂຶ້ນສານ ຈະສ້າງບັນຫາໃຫ້ແກ່ພວກເຂົາ ແລະສອງມາ ຍ້ອນຄວາມ ກົດດັນຂອງສະຫະລັດ.

ທ່ານກ່າວຕໍ່ໄປວ່າ ການທີ່ທ່ານໄດ້ຖືກປ່ອຍ ກ່ອນໝູ່ໝົດ ຍ້ອນທ່ານມີໜັງສືເດີນທາງຂອງ ສະຫະລັດນັ້ນ ເປັນການສະແດງໃຫ້ເຫັນເຖິງຄວາມໜ້າໄຫວ້ຫລັງຫລອກຫລືມາດຕະຖານ ສອງລະດັບ ຂອງລັດຖະບານຫວຽດນາມ.
XS
SM
MD
LG