ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຂວງວຽງຈັນມອບໃຫ້ ກຸ່ມບໍລິສັດຈີນ ຮັບເໝົາອອກແບບ ແລະກໍ່ສ້າງ ເມືອງຫລວງແຫ່ງໃໝ່


ທ່ານນາງ ສິງຄໍາ ພົງສະຫວັນ (ຂວາ) ຮອງເຈົ້າແຂວງ ແຂວງວຽງຈັນ ລົງນາມໃນບັນທຶກຄວາມ
ເຂົ້າໃຈຮ່ວມກັນກັບທ່ານຫຍຸນ ເຊັງຮຸຍ (ຊ້າຍ) ປະທານກຸ່ມບໍລິສັດອານຮຸຍກໍ່ສ້າງ ແລະອອກແບບ
ຈໍາກັດ ຈາກຈີນ ເມື່ອບໍ່ນານມານີ້
ທ່ານນາງ ສິງຄໍາ ພົງສະຫວັນ (ຂວາ) ຮອງເຈົ້າແຂວງ ແຂວງວຽງຈັນ ລົງນາມໃນບັນທຶກຄວາມ ເຂົ້າໃຈຮ່ວມກັນກັບທ່ານຫຍຸນ ເຊັງຮຸຍ (ຊ້າຍ) ປະທານກຸ່ມບໍລິສັດອານຮຸຍກໍ່ສ້າງ ແລະອອກແບບ ຈໍາກັດ ຈາກຈີນ ເມື່ອບໍ່ນານມານີ້

ທາງການແຂວງວຽງຈັນຕົກລົງໃຫ້ ກຸ່ມບໍລິສັດຈີນເປັນຜູ້ດໍາເນີນການສຶກສາອອກແບບ ແລະ ກໍ່ສ້າງເຂດເທດສະບານ ແລະເມືອງເອກແຫ່ງໃໝ່ຂອງແຂວງ ໃຫ້ແລ້ວເສັດພາຍໃນ 5 ປີ.

ທ່ານນາງ ສິງຄໍາ ພົງສະຫວັນ ຮອງເຈົ້າແຂວງ ແຂວງວຽງຈັນ ໄດ້ລົງນາມໃນບັນທຶກ
ຄວາມເຂົ້າໃຈຮ່ວມກັນກັບທ່ານຫຍຸນ ເຊັງຮຸຍ ປະທານກຸ່ມບໍລິສັດອານຮຸຍກໍ່ສ້າງແລະ
ອອກແບບຈໍາກັດ ຈາກປະເທດຈີນ ເມື່ອບໍ່ນານມານີ້ ໂດຍສາລະສໍາຄັນຂອງບັນທຶກ
ຄວາມເຂົ້າໃຈຮ່ວມກັນດັ່ງກ່າວນີ້ ກໍຄືທາງການແຂວງວຽງຈັນໄດ້ຕົກລົງໃຫ້ກຸ່ມບໍລິສັດ
ອານຮຸຍ ເປັນຜູ້ຮັບຜິດຊອບໃນການສຶກສາອອກແບບ ແລະດໍາເນີນການກໍ່ສ້າງເຂດ
ເທດສະບານແລະເມືອງເອກແຫ່ງໃໝ່ຂອງແຂວງວຽງຈັນ ໃຫ້ແລ້ວເສັດພາຍໃນ 5 ປີ.

ເຂດເທດສະບານແລະເມືອງເອກແຫ່ງໃໝ່ຂອງແຂວງວຽງຈັນດັ່ງກ່າວນີ້ ຈະມີພື້ນທີ່ປະມານ
8,000 ເຮັກຕາ ໃນເຂດໃຈກາງ ລະຫວ່າງເມືອງວຽງຄໍາ, ເມືອງແກ້ວອຸດົມ, ເມືອງໂພນ
ໂຮງ ແລະເມືອງທຸລະຄົມ ຊຶ່ງຕາມແຜນການເດີມນັ້ນ ໄດ້ມີການແບ່ງການດໍາເນີນງານ
ອອກເປັນ 2 ໄລຍະດ້ວຍກັນ ຄືໄລຍະທີ 1 ຈະເປັນການດໍາເນີນງານລະຫວ່າງປີ 2011-
2015 ນັ້ນ ກໍຈະເປັນການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ແລະການວາງຜັງເມືອງໃໝ່
ສ່ວນໄລຍະທີ 2 ທີ່ຈະດໍາເນີນງານລະຫວ່າງປີ 2016-2020 ນັ້ນ ຈະເປັນການກໍ່ສ້າງສໍາ
ນັກງານຕ່າງໆ ລວມທັງການຈັດວາງສິ່ງອໍານວຍຄວາມສະດວກ ເຊັ່ນໄຟຟ້າ, ນໍ້າປະປາ
ແລະສວນສາທາລະນະ ເປັນຕົ້ນ.

ພາບຈໍາລອງແຫລ່ງທ່ອງທ່ຽວຢູ່ໃກ້ເຂື່ອນໄຟຟ້ານໍ້າງື່ມ
ພາບຈໍາລອງແຫລ່ງທ່ອງທ່ຽວຢູ່ໃກ້ເຂື່ອນໄຟຟ້ານໍ້າງື່ມ

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ
ການດໍານເນີນງານຕາມແຜນ
ການດັ່ງກ່າວນີ້ ຈະຕ້ອງໃຊ້ງົບ
ປະມານ ຄິດເປັນມູນຄ່າລວມ
ຫລາຍກວ່າ 1,200 ຕື້ກີບ ຫລື
ເກີນກວ່າ 150 ລ້ານໂດລາ ຊຶ່ງ
ເກີນຄວາມສາມາດໃນດ້ານງົບ
ປະມານຂອງແຂວງວຽງຈັນ ຈຶ່ງ
ເຮັດໃຫ້ຈໍາເປັນຈະຕ້ອງເພິ່ງພາ
ການສະໜັບສະໜູນຈາກລັດ
ຖະບານລາວ ລວມທັງການຂໍ
ຄວາມຊ່ວຍເຫລືອ ແລະກູ້ຢືມຈາກຕ່າງປະເທດເປັນດ້ານຫລັກ ຊຶ່ງການຕົກລົງຮ່ວມກັນ
ກັບກຸ່ມບໍລິສັດອານຮຸຍ ໃນຄັ້ງນີ້ ກໍໄດ້ລະບຸວ່າ ກຸ່ມບໍລິສັດອານຮຸຍ ຈະເປັນຝ່າຍລົງທຶນ
ທັງໝົດກ່ອນ ແລະທາງການລາວຈະຜ່ອນຊໍາລະຄືນເງິນລົງທຶນທັງໝົດ ພ້ອມດ້ວຍດອກ
ເບ້ຍພາຍໃນ 10 ປີ.

ຫາກແຕ່ເຖິງຂະນະນີ້ ກໍຍັງບໍ່ມີຄວມາຊັດເຈນວ່າ ລັດຖະບານລາວຈະໃຫ້ການສະໜັບສະໜູນ
ໃນມູນຄ່າເທົ່າໃດ ຫລືຈະອະນຸມັດໃຫ້ທາງການແຂວງວຽງຈັນ ສາມາດຂໍຄວາມຊ່ວຍເຫລືອ ແລະກູ້ຢືມຈາກຕ່າງປະເທດໄດ້ ໃນມູນຄ່າເທົ່າໃດແທ້. ສ່ວນການລົງທຶນຂອງກຸ່ມບໍລິສັດອານ
ຮຸຍ ຈະມີມູນຄ່າເທົ່າໃດນັ້ນ ກໍຈະຕ້ອງລໍຖ້າຜົນການສຶກສາ-ອອກແບບ ທີ່ຄາດໝາຍວ່າຈະ
ແລ້ວ ເສັດພາຍໃນທ້າຍປີ 2011ນີ້.

ທາງດ້ານທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດລາວ ກໍໄດ້ໃຫ້ການຢືນຢັນ ກັບຄະນະ
ປົກຄອງ ເມື່ອບໍ່ນານມານີ້ວ່າ ລັດຖະບານລາວເຫັນດີນໍາແຜນການດັ່ງກ່າວນີ້ຢູ່ແລ້ວ ແຕ່ວ່າ
ມີບັນຫາຂໍ້ຈໍາກັດໃນດ້ານງົບປະມານ ຈຶ່ງຈໍາເປັນທີ່ຈະຕ້ອງພິຈາລະນາຢ່າງຮອບຄອບໃນທຸກ
ດ້ານ ກ່ອນທີ່ຈະຕັດສິນໃຈໄປໃນທິດທາງໃດ. ໃນຂະນະດຽວກັນ ອໍານາດການປົກຄອງ
ແຂວງວຽງຈັນ ກໍຈະຕ້ອງມີຄວາມຮັບຜິດຊອບສູງຕໍ່ແຜນການດັ່ງກ່າວນີ້ອີກດ້ວຍ ດັ່ງທີ່ທ່ານ
ບຸນຍັງໄດ້ກ່າວຊີ້ແຈງວ່າ:

ທ່ານບຸນຍັງ ວໍລະຈິດ ຮອງປະ ທານປະເທດລາວ
ທ່ານບຸນຍັງ ວໍລະຈິດ ຮອງປະ ທານປະເທດລາວ

“ບັນຫານີ້ກໍ່ໄດ້ຮັບການຕົກລົງຈາກຂັ້ນເທິງແລ້ວ
ແຕ່ຕ້ອງໄດ້ເຮັດເປັນກ້າວໆ. ຕ້ອງວາງຜັງເມືອງ
ໃຫ້ລະອຽດແລ້ວກະໃຫ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ,
ຕ້ອງຮັບປະ
ກັນໄດ້ສາມບັນຫາຄືຄວາມສວຍງາມ
ທີ່ເປັນເອກກະລັກຂອງທ້ອງຖິ່ນ
, ຄວາມທັນສະ
ໃໝແລະການມີສະພາບແວດລ້ອມທີ່ດີ ສີຂຽວ
ໃຫ້ມັນໄດ້
.”

ໃນປະຈຸບັນ ແຂວງວຽງຈັນປະກອບມີ 9 ເມືອງທີ່ແຍກ
ການປົກຄອງອອກຈາກນະຄອນວຽງຈັນ ນັບແຕ່ປີ 1982 ແລະນັບຈາກນັ້ນເປັນຕົ້ນມາ ກໍ
ປະກົດວ່າ ແຂວງວຽງຈັນຍັງບໍ່ມີເມືອງ ທີ່ເປັນສູນກາງ ບໍລິຫານການປົກຄອງຂອງແຂວງ
ຄື​ກັບ​ແຂວງອື່ນໆເລີຍ ຊຶ່ງເຮັດໃຫ້ອໍານາດການປົກຄອງແຂວງວຽງຈັນ ເຫັນວ່າເປັນປັດໃຈ
ສຳຄັນທີ່ເຮັດໃຫ້ການພັດທະນາທາງດ້ານຕ່າງໆພາຍໃນແຂວງ ດໍາເນີນໄປຢ່າງຊັກຊ້າ.

XS
SM
MD
LG