ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມ ພົບປະທາງທະຫານ ສອງຝ່າຍ ປະຈຳປີ ຄັ້ງທີ 10 ລະຫວ່າງ ສຫລ ແລະ ສປປ ລາວ


ທ່ານພົນຈັດຕະວາ ອ່ອນສີ ແສນສຸກ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ທ່ານພົນຈັດຕະວາ Mark
Gillette ຮອງຫົວໜ້າກົມຫ້ອງການວາງແຜນຍຸດທະສາດ ແລະນະໂຍບາຍ ສູນບັນຊາການ ກອງທັບສະຫະລັດ.
ທ່ານພົນຈັດຕະວາ ອ່ອນສີ ແສນສຸກ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ທ່ານພົນຈັດຕະວາ Mark Gillette ຮອງຫົວໜ້າກົມຫ້ອງການວາງແຜນຍຸດທະສາດ ແລະນະໂຍບາຍ ສູນບັນຊາການ ກອງທັບສະຫະລັດ.

ເຈົ້າ​ໜ້າ​ທີ່ອະ​ວຸ​ໂສຈາກສະຖານທູດສະຫະລັດປະຈຳ​ລາວ ​ແລະ
​ສູນ​ບັນຊາ​ການ ​ກອງທັບສະຫະລັດ ປະຈຳ​ພາກ​ພື້ນ​ປາຊິ​ຟິກ ຫຼື
USPACOM ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງກະຊວງ​ປ້ອງ
​ກັນ​ປະ​ເທດຂອງ​ລາວ​ໃນ​ກອງ​ປະຊຸມ​ພົບ​ປະ ທະຫານ​ສອງ​ຝ່າຍ
ຄັ້ງ​ທີ 10 ລະຫວ່າງລາວກັບສະຫະລັດ ຊຶ່ງຈັດຂື້ນ ​ທີ່ນະ ຄອນ
ຫຼວງວຽງ​ຈັນ ​ໃນ​ວັນ​ທີ 15 ກັນຍາຜ່ານມານີ້.

ກອງ​ປະຊຸມດັ່ງກ່າວ ​ແມ່ນ​ພາຍ​ໃຕ້​ການ​ເປັນ​ປະທານ​ ຂອງທ່ານພົນ​ຈັດຕະວາ ອ່ອນ​ສີ
ແສນ​ສຸກ ຫົວໜ້າ​ຫ້ອງ​ວ່າການກະຊວງ​ປ້ອງ​ກັນ​ປະ​ເທດ ​ແ​ລະ​ພົນ​ຈັດ​ຕະວາ Mark
Gillette ຮອງ​ຫົວ ໜ້າ​ກົມ ຫ້ອງການ​ວາງ​ແຜນ​ຍຸດ​ທະ​ສາດ ​ແລະ​ນະ​ໂຍບາຍ ສູນບັນຊາ​
ການ​ກອງທັບ​ສະຫະລັດ ປະຈຳ​ພາກ​ພື້ນ​ປາຊິ​ຟິກ. ມີ​ຜູ້​ແທນ 34 ທ່ານ​ຈາກ​ລາວ ແລະ
​ສະຫະລັດ ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ດັ່ງກ່າວ ລວມທັງ​ຕົວ​ແທນ​ຈາກ​ ກະຊວງ​ການ​ຕ່າງ
ປະ​ເທດລາວ ​ແລະ ຈາກ​ໜ່ວຍ​ງານ​ການ​ຮ່ວມ​ມື ປ້ອງ​ກັນ​ຮັກສາ​ຄວາມ​ປອດ​ໄພນະຄອນ
ຫລວງວໍ​ຊິງ​ຕັນ.

ທ່ານ​ເອກ​ອັກຄະ​ລັດ​ຖະທູດ Daniel Clune ​ໄດ້​ກ່າວ​ເປີດ​ກອງ​ປະຊຸມ​ດັ່ງກ່າວ ຊຶ່ງມີ​ບາງ
​ຕອນ ທ່ານໄດ້​ເວົ້າ​ເຖິງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ທີ່​ສຳຄັນ ຂອງ​ການ​ຮ່ວມມື ທະຫານ

ສອງ​ຝ່າຍ​ໃນ​ຊຸມ​ປີຜ່ານມາ ​ແລະ​ຜົນໃນທາງ​ບວກ ທີ່​ມີ​ຕໍ່​ຄວາມ​ສຳພັນ​ໂດຍ​ລວມ ລະ
ຫວ່າງ ສະຫະລັດ ແລະ ລາວ.

ກອງປະຊຸມພົບ​ປະ​ທະຫານ​ສອງ​ຝ່າຍ ​ແມ່ນ​ກອງ​ປະຊຸມແລກ​ປ່ຽນ​ບົດຮຽນ ປຶ​ກສາ​ຫາລື
​ກັນ​ສອງ​ຝ່າຍ ​ລະ​ຫວ່າງກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ລາວ ​ແລະ ສູນ​ບັນຊາ​ການ​ກອງ
ທັບ​ສະຫະລັດ​ປະ​ຈໍາ​ພາກ​ພື້ນ​ປາຊິ​ຟິກ ​ເພື່ອ​ເພິ້ມທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ​ຫລາຍ
​ຝ່າຍ ກໍ​ຄື ການ​ພັດທະນາ​ ໂຄ​ງການຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ທີ່​ຊ່ວຍ​ເພີ້​ມທະວີ​ການ​
ພົວພັນ​ລະຫວ່າງ ກຳລັງ​ປ້ອງ​ກັນ​ຄວາ​ມ​ສະຫງົບ ຂອງ​ພວກ​ເຮົາ ຊຸກຍູ້​ການ​ຮ່ວມມືທາງ
​ທະຫານ ​ໃນ​ພາກ​ພື້ນ​ໃຫ້​ຫລາຍ​ຂື້ນ ​ແລະ​ສົ່ງ​ເສີມຜົນ​ປະໂຫຍ​ດຮ່ວມ​ກັນ​ຂອງ​ທັງ​ສອງ
ປະ​ເທດ. ຫົວ​ຂໍ້​ຫລັກ​ໆຂອງ​ການ​ພົບ​ປະ​ຄັ້ງ​ນີ້ລວມມີການ​ຮ່ວມ​ມື​ທາງ​ດ້ານ​ວຽກ​ງານ​ເສ
ນາ​ຮັກ ການ​ປະ​ຕິ​ບັດ​ງານ​ຮ່ວມ ​ກັນ​ ລະຫວ່າງ​ທະຫານ ​ແລະ​ພົນລະ​ເຮືອນ ທີ່​ລວມ​ເອົາ
​ການ​ຮ່ວມ​ມື​ ທາງ​ດ້ານ​ການ​ຊ່ວຍ​ເຫລື​ອມະນຸດ​ສະທຳ ​ໃນ​ການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​
ແຕກ ​ແລະ​ການ ຊ່ວ​ຍເຫລືອບັນ​ເທົາ​ທຸກ ການ​ຝືກ​ອົບຮົມ ​ແລະ​ໂອກາດ​ໃນ​ການ​ສຶກສາ
ທີ່​ລວມ​ເອົາ​ການ​ຝືກອົບຮົມ​ດ້ານພາສາ​ອັງກິດ ​ແລະ​ການ​ສຶກສາ​ທາງ​ດ້ານ​ທະຫານ ​ແລະ
​ການ​ເຂົ້າຮ່ວມ​ຂອງ​ກອງທັບ​ປະຊາຊົນ​ລາວໃນ​ກ​ອງປະຊຸມ​ຕ່າງໆ​ໃນ​ລະດັບ​ພາກ ພື້ນ
ກອງ​ປະ​ຊຸມ​ປືກສາ​ຫາລື ​ແລະ​ກອງ​ປະຊຸມ​ລະດັບ​ອະວຸ​ໂສ.

Brigadier General Onsy Senesouk, Permanent Secretary of National Defense from the Ministry of Defense and Brigadier General Mark Gillette, Deputy Director of USPACOM Directorate for Strategic Plans and Policy exchange gifts

Senior officials from the U.S. Embassy and U.S. Pacific Command (USPACOM) met September 15 in Vientiane with senior officials from the Ministry of National Defense (MND) for the 10th Lao-United States Bilateral Defense Dialogue.

The meeting was led by Brigadier General Onsy Senesouk, Permanent Secretary of National Defense (MND) and Brigadier General Mark Gillette, Deputy Director of USPACOM Directorate for Strategic Plans and Policy. Thirty-four Lao and U.S. delegates participated in the event, including representatives from the Lao Ministry of Foreign Affairs and the Defense Security Cooperation Agency in Washington D.C.

Amb. Daniel Clune, in his opening remarks, noted the significant expansion of bilateral military cooperation in recent years, and the positive impact this is having on the overall U.S.-Lao relationship.

The Bilateral Defense Dialogue (BDD) is a forum for bilateral consultations between the Lao Ministry of National Defense and U.S. Pacific Command (USPACOM) to strengthen bilateral and multilateral cooperation, as well as to develop defense cooperation programs that enhance relations between our security forces, encourage greater regional military cooperation, and promote the common interests of both countries. Primary topics of the dialogue included military medical cooperation; civil-military operations, to include cooperation on humanitarian UXO removal and disaster relief; training and education opportunities, to include English language training and professional military education; and Lao People’s Army participation in regional conferences, workshops, and senior level meetings.

XS
SM
MD
LG