ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະໜາມບິນວັດໄຕ ເລີ່ມປະເຊີນກັບ ບັນຫາແອອັດ ຊຶ່ງຈະ ຕ້ອງເລັ່ງກໍ່ສ້າງ ສະໜາມບິນແຫ່ງໃໝ່


ສະໜາມບິນນານາຊາດວັດໄຕ ໃນນະຄອນຫຼວງວຽງຈັນ
ສະໜາມບິນນານາຊາດວັດໄຕ ໃນນະຄອນຫຼວງວຽງຈັນ

ສະໜາມບິນນານາຊາດນະຄອນຫຼວງວຽງຈັນ ກຳລັງປະເຊີນ
ກັບບັນຫາການແອອັດທັງໃນດ້ານຈຳນວນຜູ້ໂດຍສານ ແລະ
ຈຳນວນຖ້ຽວບິນທີ່ເພີ່ມຂຶ້ນ ຊຶ່ງເຮັດໃຫ້ຈະຕ້ອງເລັ່ງກໍ່ສ້າງ
ສະໜາມບິນນານາຊາດແຫ່ງໃໝ່.

ທ່ານຍາກົວ ລໍປາງກາວ ຫົວໜ້າກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ
ຂົນສົ່ງ ຢືນຢັນວ່າ ສະໜາມບິນນານາຊາດວັດໄຕ ປັດຈຸບັນນີ້ ເລີ່ມປະເຊີນກັບບັນຫາ
ແອອັດທັງຈຳນວນຖ້ຽວບິນ ແລະຜູ້ໂດຍສານທີ່ເພີ່ມຂຶ້ນນັບມື້ ໂດຍສະເພາະແມ່ນແຕ່
ວັນທີ 31 ທັນວາ 2015 ທີ່ທັງ 10 ປະເທດສະມາຊິກຂອງອາຊຽນກ້າວສູ່ການເປັນປະ
ຊາຄົມດຽວກັນ ແລະຕ້ອງເປີດເສລີດ້ານການບິນໃນທັງ 10 ປະເທດ ດ້ວຍແລ້ວ ກໍຍິ່ງ
ຈະເຮັດໃຫ້ສະໜາມບິນວັດໄຕ ບໍ່ສາມາດຮອງຮັບຈຳນວນຖ້ຽວບິນ ແລະຜູ້ໂດຍສານທີ່
ເພີ່ມຂຶ້ນໄດ້ເລີຍ.

ສະໜາມບິນນານາຊາດວັດໄຕ ປັດຈຸບັນນີ້ ເລີ່ມປະເຊີນກັບບັນຫາ ແອອັດທັງຈຳນວນຖ້ຽວບິນ ແລະຜູ້ໂດຍສານທີ່ເພີ່ມຂຶ້ນນັບມື້
ສະໜາມບິນນານາຊາດວັດໄຕ ປັດຈຸບັນນີ້ ເລີ່ມປະເຊີນກັບບັນຫາ ແອອັດທັງຈຳນວນຖ້ຽວບິນ ແລະຜູ້ໂດຍສານທີ່ເພີ່ມຂຶ້ນນັບມື້

ທ່ານຍາກົວ ລໍປາງກາວ ໃຫ້ການອະທິບາຍວ່າ ກົມການບິນ
ພົນລະເຮືອນ ໄດ້ຈັດທຳບົດບົນທຶກຄວາມເຂົ້າໃຈ (MOU)
ວ່າດ້ວຍການສຶກສາຄວາມເປັນໄປໄດ້ ຂອງໂຄງການກໍ່ສ້າງ
ສະໜາມບິນນານາຊາດແຫ່ງໃໝ່ ໃນເຂດນະຄອນຫຼວງວຽງຈັນ
ຮ່ວມກັບເອກະຊົນລາວ ທີ່ຮ່ວມທຶນກັບບໍລິສັດຈາກຈີນ ເມື່ອບໍ່
ນານມານີ້.

ໂດຍພາຍໃຕ້ການບັງຄັບຂອງບົດບັນທຶນຄວາມເຂົ້າໃຈ ດັ່ງ
ກ່າວນີ້ ຈະເຮັດໃຫ້ບໍລິສັດຮ່ວມທຶນລາວ-ຈີນ ເປັນຜູ້ຮັບຜິດ
ຊອບໃນການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງ
ສະໜາມບິນນານາຊາດແຫ່ງໃໝ່ ຂອງນະຄອນຫຼວງວຽງຈັນ
ໃຫ້ແລ້ວເສັດພາຍໃນ 2 ປີ ແລະຖ້າຫາກຜົນການສຶກສາພົບ
ວ່າ ໂຄງການມີຄວາມເປັນໄປໄດ້ສູງ ແລະຄຸ້ມຄ່າທີ່ຈະລົງທຶນ ລັດຖະບານລາວ ກໍຈະ
ດຳເນີນມາດຕະການ ສົ່ງເສີມການລົງທຶນທັງຈາກພາຍໃນ ແລະຕ່າງປະເທດໃຫ້ເຂົ້າມາ
ໃນໂຄງການທັນທີ.

ເຮືອບິນ ຂອງລັດວິສາຫະກິດ ການບິນລາວ ຫຼື Lao Airlines ຈອດຖ້າຮັບ ຜູ້ໂດຍສານ ທີ່ສະໜາມບິນນານາຊາດ ວັດໄຕ ໃນນະຄອນຫຼວງວຽງຈັນ
ເຮືອບິນ ຂອງລັດວິສາຫະກິດ ການບິນລາວ ຫຼື Lao Airlines ຈອດຖ້າຮັບ ຜູ້ໂດຍສານ ທີ່ສະໜາມບິນນານາຊາດ ວັດໄຕ ໃນນະຄອນຫຼວງວຽງຈັນ

ກ່ອນໜ້ານີ້ ລັດຖະບານລາວ ໄດ້ວາງແຜນການໄວ້ວ່າ ຈະກໍ່ສ້າງ
ສະໜາມບິນນານາຊາດແຫ່ງໃໝ່ ຢູ່ເຂດບ້ານດົງໝາກຄາຍ ເມືອງ
ໄຊທານີ ຫ່າງຈາກເທດສະບານນະຄອນຫຼວງວຽງຈັນ 18 ກິໂລ
ແມັດ ໄປຕາມເສັ້ນທາງເລກ 10 ໂດຍມີເນື້ອທີ່ປະມານ 5,000
ເຮັກຕາແຕ່ການສຶກສາພົບວ່າ ມີຄວາມເປັນໄປໄດ້ຍາກ ເນື່ອງຈາກ
ເປັນເຂດ ທີ່ມີບ້ານເຮືອນຂອງປະຊາຊົນຢູ່ຢ່າງໜາແໜັ້ນ ມີຫ້ອງ
ການ ມີຕະຫຼາດ ແລະມີສະໜາມກີລາ ຢູ່ບໍລິເວນໃກ້ຄຽງ ທັງຍັງ
ເປັນພື້ນທີ່ຮອງຮັບການຂະຫຍາຍຕົວເມືອງ ຂອງເຂດນະຄອນ
ຫຼວງວຽງຈັນ ອີກດ້ວຍ.

ສຳລັບພື້ນທີ່ ທີ່ຈະທຳການສຶກສາຕາມບົດບັນທຶນຄວາມເຂົ້າໃຈ
ສະບັບໃໝ່ນີ້ ຢູ່ທີ່ຫລັກ 35 ຖະໜົນເລກ 13 ໃຕ້ ຊຶ່ງຖ້າຫາກຜົນ
ການສຶກສາພົບວ່າ ມີຄວາມເມາະສົມ ແລະຄຸ້ມຄ່າທີ່ຈະລົງທຶນ ລັດຖະບານລາວກໍຈະ
ສົ່ງເສີມ ການລົງທຶນທັງຈາກພາຍໃນ ແລະຕ່າງປະເທດທັນທີ ພາຍໃຕ້ເປົ້າໝາຍ ທີ່ຈະ
ຊຸກຍູ້ໃຫ້ການກໍ່ສ້າງສະໜາມບິນແຫ່ງໃໝ່ນີ້ ໃຫ້ແລ້ວເສັດ ແລະເປີດໃຊ້ຢ່າງເປັນທາງ
ການ ພາຍໃນປີ 2025 ເປັນຢ່າງຊ້າ.

ແຕ່ສຳລັບໃນລະຍະສະເພາະໜ້ານີ້ ທາງການລາວກໍໄດ້ແກ້ໄຂບັນຫາ ແອອັດຢູ່ສະໜາມ
ບິນວັດໄຕ ດ້ວຍການພັດທະນາ ແລະປັບປຸງເພື່ອຍົກລະດັບສະໜາມບິນວັດໄຕ ໃຫ້ໄດ້
ມາດຕະຖານສາກົນຫຼາຍຂຶ້ນ ດັ່ງທີ່ທ່ານສົມມາດ ພົນເສນາ ລັດຖະມົນຕີປະຈຳສຳນັກງານ
ນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ:

“ລັດຖະບານເນາະ ພວກເຮົານີ້ ກໍໄດ້ເອົາໃຈໃສ່ ໃນການພັດທະນາການບິນ ໃນໄລ
ຍະຜ່ານມານີ້ ຖືວ່າ ໝາຍຄວາມວ່າ ລານຈອດເຮືອບິນບໍ່ ຫຼືວ່າ ທາງຂຶ້ນ-ລົງ ລະບົບ
ບັນຊາການບິນນີ້ ດຽວນີ້ ບັນຫາທີ່ວ່າ ພວກເຮົາກໍຈະຕ້ອງໄດ້ປັບປຸງນີ້ ແມ່ນຍົກລະ
ດັບອາຄານຜູ້ໂດຍສານີ້.”

ທັງນີ້ ໂດຍລັດຖະບານລາວ ໄດ້ຮັບການສະໜັບສະໜູນເງິນທຶນ ຈາກລັດຖະບານຍີ່ປຸ່ນ
1,246 ລ້ານເຢນ ແລະກູ້ຢືມ ຈາກລັດຖະບານຈີນ ຫຼາຍກວ່າ 37 ລ້ານໂດລາ ສຳລັບໃຊ້
ໃນການພັດທະນາສະໜາມບິນວັດໄຕ ເພື່ອຮອງຮັບການເປັນເຈົ້າພາບຈັດປະຊຸມສຸດ
ຍອດ ຜູ້ນຳເອເຊຍ-ຢູໂຣບ ຄັ້ງທີ 9 ເມື່ອທ້າຍປີ 2012 ຢູ່ທີ່ນະຄອນຫຼວງວຽງຈັນ ໂດຍໄດ້
ຂະຫຍາຍລານຈອດ ໃຫ້ສາມາດຮອງຮັບເຮືອບິນຂະໜາດໃຫຍ່ໄດ້ເຖິງ 40 ລຳ ພ້ອມທັງ
ຕິດຕັ້ງ ລະບົບຮັກສາຄວາມປອດໄພ ແລະສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຊຸດ
ມາແລ້ວ.

ທາງດ້ານລັດວິສາຫະກິດ ການບິນລາວ ຫຼື Lao Airlines ກໍໄດ້ວາງເປົ້າໝາຍ ໃນຕະ
ຫຼອດປີນີ້ ໄວ້ວ່າ ຈະເພີ່ມຈຳນວນຜູ້ໂດຍສານທີ່ໃຊ້ບໍລິການ ຂອງສາຍການບິນລາວ ໃຫ້
ເປັນຫຼາຍກວ່າ 1 ລ້ານຄົນ ແລະກໍເຊື່ອໝັ້ນວ່າ ຈະສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້
ຢ່າງແທ້ຈິງດ້ວຍ ເນື່ອງຈາກວ່າ ມີຜູ້ໂດຍສານທີ່ເພີ່ມຂຶ້ນຈາກ 5 ແສນກວ່າຄົນ ໃນປີ 2010
ເປັນ 9 ແສນກວ່າຄົນໃນປີ 2014 ແລະສະໜາມບິນວັດໄຕ ກໍຄືສະໜາມບິນທີ່ຮອງຮັບ
ຊາວຕ່າງຊາດ ໄດ້ພາກັນເດີນທາງເຂົ້າມາທ່ອງທ່ຽວໃນລາວ ເພີ່ມຂຶ້ນທຸກປີນັ້ນເອງ.

XS
SM
MD
LG