ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອຳນາດການປົກຄອງ ນະຄອນວຽງຈັນ ຈະ ສ້າງທາງດ່ວນ 6 ເລນ ໂດຍຈະໃຊ້ເງິນທຶນ 200 ລ້ານໂດລາ


ຍ້ອນການເຕີບໃຫຍ່ຂະຫຍາຍຕົວວ່ອງໄວ ບັນຫາການຈະລາຈອນ ແອອັດ ໃນເຂດນະຄອນວຽງຈັນ ກໍຍັງຈະດຳເນີນຕໍ່ໄປ ທັງຍັງມີທ່າອຽງ ທີ່ຈະຮຸນແຮງຫຼາຍຂຶ້ນອີກດ້ວຍ.
ຍ້ອນການເຕີບໃຫຍ່ຂະຫຍາຍຕົວວ່ອງໄວ ບັນຫາການຈະລາຈອນ ແອອັດ ໃນເຂດນະຄອນວຽງຈັນ ກໍຍັງຈະດຳເນີນຕໍ່ໄປ ທັງຍັງມີທ່າອຽງ ທີ່ຈະຮຸນແຮງຫຼາຍຂຶ້ນອີກດ້ວຍ.

ອຳນາດການປົກຄອງນະຄອນວຽງຈັນ ຈະສ້າງທາງດ່ວນ 6 ເລນຄູ່ຂະໜານກັບ
ຖະໜົນໄກສອນ ເພື່ອແກ້ໄຂບັນຫາການຈະລາຈອນຕິດຂັດ ໃນເຂດນະຄອນຫຼວງ
ໂດຍຈະໃຊ້ເງິນທຶນກໍ່ສ້າງເຖິງ 200 ລ້ານໂດລາ.

ທ່ານແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນວຽງຈັນ ຖະແຫລງຢືນຢັນວ່າ
ຄະນະລັດຖະບານລາວ ໄດ້ອະນຸມັດ ໃນຫລັກການ ແລະມອບໝາຍໃຫ້ອຳນາດ
ການປົກຄອງນະຄອນວຽງຈັນ ເປັນພາກສ່ວນທີ່ຮັບຜິດຊອບ ໂຄງການກໍ່ສ້າງທາງ
ດ່ວນ ຄູ່ຂະໜານກັບຖະໜົນໄກສອນ ພົມວິຫານ ເພື່ອເປັນກາແກ້ໄຂ ບັນຫາການ
ຈະລາຈອນທີ່ແອອັດຫຼາຍຂຶ້ນນັບມື້.

ເຈົ້າໜ້າທີ່ຕຳຫຼວດ ຈະລາຈອນ ນະຄອນວຽງຈັນ ເບິ່ງແຍງການສັນຈອນ ຂອງຍວດຍານພາຫະນະ ຢູ່ໃນຕົວເມືອງ
ເຈົ້າໜ້າທີ່ຕຳຫຼວດ ຈະລາຈອນ ນະຄອນວຽງຈັນ ເບິ່ງແຍງການສັນຈອນ ຂອງຍວດຍານພາຫະນະ ຢູ່ໃນຕົວເມືອງ

ໂດຍທາງດ່ວນດັ່ງກ່າວ ຈະມີຂະນາດກວ້າງເຖິງ 110 ແມັດ ຊຶ່ງແລ່ງເປັນ 70 ແມັດ
ສຳລັບທາງແລ່ນທີ່ສວນກັນເບື້ອງລະ 3 ຊ່ອງທາງ ແລະ 40 ແມັດ ສຳລັບພື້ນທີ່
ສະຫງວນ ໃນທັງ 2 ເບື້ອງ ເບື້ອງລະ 20 ແມັດ ທີ່ເຊື່ອມຕໍ່ຈາກສູນການຄ້າ Lao-
ITEC-ຕະຫລາດຫົວຂົວ- ບຶງທາດຫລວງ-ໜອງໜ້ຽວ-ຖະໜົນ 450 ປີ ຜ່ານໄປ
ສະຖານີລົດໄຟ-ຖະໜົນເລກ 13 ໃຕ້ ແລະດົງໝາກຄາຍ ລວມລະຍະທາງ 14.08
ກິໂລແມັດ ຊຶ່ງຈະຕ້ອງໃຊ້ເງິນທຶນກໍ່ສ້າງທັງໝົດ 200 ລ້ານໂດລາ.

ແຕ່ຢ່າງໃດກໍຕາມ ຍັງບໍ່ມີກຳນົດການທີ່ຊັດເຈນວ່າ ການກໍ່ສ້າງທາງດ່ວນດັ່ງກ່າວ
ຈະສາມາດເລີ້ມລົງມື ໃນພາກຕົວຈິງໄດ້ເມື່ອໃດແທ້ ເນື່ອງຈາກວ່າ ອຳນາດການ ປົກຄອງນະຄອນວຽງຈັນ ຍັງບໍ່ມີເງິນທຶນດັ່ງກ່າວນີ້ ຈຶ່ງຈະຕ້ອງເຈລະຈາເພື່ອຂໍ
ການຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດໃຫ້ໄດ້ກ່ອນ ໝາຍຄວາມວ່າ ບັນຫາ
ການຈະລາຈອນແອອັດ ໃນເຂດນະຄອນວຽງຈັນ ກໍຍັງຈະດຳເນີນຕໍ່ໄປ ທັງຍັງມີ
ທ່າອຽງທີ່ຈະຮຸນແຮງຫຼາຍຂຶ້ນອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນນະຄອນວຽງຈັນ
ໃຫ້ການຢືນຢັນວ່າ:

“ການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ ພວກເຮົາແມ່ນເຕີບໃຫຍ່
ຂະຫຍາຍຕົວວ່ອງໄວ ດ້ວຍເຫດນັ້ນ ໃນເມື່ອເສດຖະກິດຂະຫຍາຍຕົວວ່ອງ
ໄວ ຍານພາຫະນະຕ່າງໆ ທີ່ຮັບໃຊ້ການຜະລິດມັນກໍຂະຫຍາຍຕົວ ອັນທີນຶ່ງ
ອັນທີສອງ ຖະໜົນຫົນທາງພວກເຮົາເຖິງຈະມີຫຼາຍ ແຕ່ຈຳນວນນຶ່ງກໍຍັງບໍ່
ທັນໄດ້ມາດຕະຖານປານໃດ ສະນັ້ນການສັນຈອນບວກໃສ່ຄວາມຮັບຮູ້
ທາງດ້ານລະບຽບການສັນຈອນຂອງຜູ້ໃຊ້ຍວດຍານພາຫະນະ ທີ່ບໍ່ທັນສູງ
ແລະບວກໃສ່ຖະໜົນຫົນທາງ ຈຳນວນນຶ່ງບໍ່ໄດ້ມາດຕະຖານ ຈຶ່ງເກີດມີ
ການແອອັດ.”

ໃນແຜນການປີ 2015-2016 ລັດຖະບານລາວ ໄດ້ຈັດສັນງົບປະມານໃຫ້ ກະຊວງໂຍທາທິການ ແລະຂົນສົ່ງ ໃນມູນຄ່າ 400 ຕື້ກີບ ສຳລັບນຳໃຊ້ໃນບ້ວງ ກອງທຶນທາງ ເພື່ອການປັບປຸງໂຄງຂ່າຍ ຄົມມະນາຄົມ-ຂົນສົ່ງພາຍໃນປະເທດ
ໃນແຜນການປີ 2015-2016 ລັດຖະບານລາວ ໄດ້ຈັດສັນງົບປະມານໃຫ້ ກະຊວງໂຍທາທິການ ແລະຂົນສົ່ງ ໃນມູນຄ່າ 400 ຕື້ກີບ ສຳລັບນຳໃຊ້ໃນບ້ວງ ກອງທຶນທາງ ເພື່ອການປັບປຸງໂຄງຂ່າຍ ຄົມມະນາຄົມ-ຂົນສົ່ງພາຍໃນປະເທດ

ໂດຍໃນແຜນການປີ 2015-2016 ລັດຖະບານລາວ ໄດ້ຈັດສັນງົບປະມານໃຫ້
ກະຊວງໂຍທາທິການ ແລະຂົນສົ່ງ ໃນມູນຄ່າ 400 ຕື້ກີບ ສຳລັບນຳໃຊ້ໃນບ້ວງ
ກອງທຶນທາງ ໂດຍໃນລະຍະທີ່ຜ່ານມາ ກໍໄດ້ນຳໃຊ້ກອງທຶນດັ່ງກ່າວນີ້ໄປ ເພື່ອ
ການປັບປຸງໂຄງຂ່າຍຄົມມະນາຄົມ-ຂົນສົ່ງພາຍໃນປະເທດໄດ້ເຖິງ 658 ໂຄງການ
ຊຶ່ງໃນນີ້ ກໍເປັນການບູລະນະຮັກສາ ແລະຊ້ອມແປງຂົວ ແລະທາງ 528 ໂຄງການ
ແລະການຍົກລະດັບເສັ້ນທາງຫລວງ 30 ໂຄງການ ເຮັດໃຫ້ລາວມີຖະໜົນຄິດເປັນ
ລະຍະທາງລວມເຖິງ 51,900 ກວ່າກິໂລແມັດ ທັງມີລະຍະທາງທີ່ເພີ້ມຂຶ້ນເຖິງ
10,836 ກິໂລແມັດ ທຽບໃສ່ປີ 2010 ແລະເຮັດໃຫ້ເສັ້ນທາງດັ່ງກ່າວສາມາດເຊື່ອມ
ຕໍ່ 148 ເມືອງໃນທົ່ວປະເທດໄດ້ຕະຫຼອດປີ.

ແຕ່ຢ່າງໃດກໍຕາມເນືອງຈາກວ່າ ໃນລະຍະທາງລວມຂອງເສັ້ນທາງ ຄົມມະນາຄົມ-
ຂົນສົ່ງດັ່ງກ່າວ ເປັນເສັ້ນທາງທີ່ປູດ້ວນຫີນແຮ່ 19,361 ກິໂລແມັດ ແລະປູດິນທຳມະ
ຊາດເຖິງ 22,838 ກິໂລແມັດ ຈຶ່ງເຮັດໃຫ້ບັນດາບ້ານສ່ວນໃຫຍ່ໃນເຂດຊົນນະບົດ
ຍັງບໍ່ສາມາດເຊື່ອມຕໍ່ກັບເຂດເມືອງໄດ້ຕະຫຼອດປີ ເພາະເສັ້ນທາງທີ່ປູດ້ວຍຫີນແຮ່
ແລະ ດິນທຳມະຊາດ ຈະບໍ່ສາມາດໃຊ້ການໄດ້ເລີຍ ໃນຊ່ວງລະດູຝົນ.

ນອກຈາກນີ້ ກໍມີລາຍງານວ່າ ການກໍ່ສ້າງຖະໜົນ 2 ໂຄງການໃນແຂວງຫົວພັນ ກັບ
3 ໂຄງການ ໃນແຂວງໄຊສົມບູນໄດ້ປະເຊີນກັບການຂາດແຄນດ້ານງົບປະມານ ແລະ
ເຮັດໃຫ້ເກີດການຊັກຊ້າ ນັບແຕ່ປີ 2013 ເປັນຕົ້ນມາ ເຊັ່ນການກໍ່ສ້າງຖະໜົນປູຢາງ
2 ຊັ້ນ ແຕ່ເມືອງຊຳໃຕ້ ໄປຫົວເມືອງ ແຂວງຫົວພັນ ລະຍະທາງ 31 ກິໂລແມັດ ກວ້າງ
6.5 ແມັດ ຄືບໜ້າພຽງ 24 ເປີເຊັນເທົ່ານັ້ນ ສ່ວນຖະໜົນປູຢາງ 2 ຊັ້ນ ແຕ່ບ້ານ
ໜອງຄ້າງ ໄປເມືອງແອດ ລະຍະທາງ 30 ກິໂລແມັດ ກວ້າງ 6.5 ແມັດນັ້ນ ເຖິງແມ່ນ
ວ່າ ຈະຄືບໜ້າໄປແລ້ວກວ່າ 70 ເປີເຊັນ ກໍຕາມ ແຕ່ບໍລິສັດຜູ້ລົງທຶນ ກໍໄດ້ສົ່ງຄືນ
ໂຄງການເພາະຂາດເງິນລົງທຶນນັ້ນເອງ.

XS
SM
MD
LG