ພວກຫົວຮຸນແຮງລັດອິສລາມ ທີ່ເມືອງບູຮານ Hatra ຂອງອີຣັກ
ໄດ້ທັບມ້າງທຳລາຍສະຖານທີ່ເກົ່າແກ່ບູຮານຂອງເມືອງ ໂດຍ
ການໃຊ້ຄ້ອນຂະໜາດໃຫຍ່ທຳລາຍຝາກຳແພງ ແລະໃຊ້ປືນ
ເຫລັກຍາວຍິງທຳລາຍພວກຮູບປັ້ນທີ່ລ້ຳຄ່າ ອີງຕາມພາບວີດີໂອ
ໃໝ່ ທີ່ກ່າວກັນວ່າ ພວກຫົວຮຸນແຮງນຳອອກມາເຜີຍແຜ່ນັ້ນ.
ບັນດາເຈົ້າໜ້າທີ່ ແລະຊາວເມືອງທ້ອງຖິ່ນກ່າວວ່າ ໃນເດືອນ
ແລ້ວນີ້ ພວກຫົວຮຸນແຮງ ໄດ້ໂຈມຕີເມືອງ Hatra ທີ່ອົງການ
UNESCO ໄດ້ປະກາດໃຫ້ເປັນເມືອງມໍລະດົກໂລກນັ້ນ ແຕ່
ລະດັບຂອງຄວາມເສຍຫາຍນັ້ນ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ
ເພາະວ່າເມືອງດັ່ງກ່າວຕັ້ງຢູ່ໃນດິນແດນທີ່ຢູ່ພາຍໃຕ້ການຄວບ
ຄຸມຂອງກຸ່ມລັດອິສລາມ.
ແຕ່ພາບໃນວີດີໂອ ແມ່ນສອດຄ້ອງກັບລາຍງານກ່ຽວກັບການໂຈມຕີຂອງອົງການຂ່າວ AP ແລະຖືກນຳລົງເຜີຍແຜ່ໃນ website ຂອງກຸ່ມຫົວຮຸນແຮງ ທີ່ກຸ່ມລັດອິສລາມມັກ
ໃຊ້ຢູ່ເລື້ອຍໆນັ້ນ.
ຄົນໜຶ່ງໃນບັນດາພວກຫົວຮຸນແຮງທີ່ທຳລາຍສະຖານທີ່ແຫ່ງນັ້ນເວົ້າເປັນພາສາ Arab
ທີ່ມີສຳນຽງຂອງຄົນໃນເຂດອ່າວເປີເຊຍວ່າພວກເຂົາທຳລາຍມັນ ເພາະວ່າ ມັນເປັນສະ
ຖານທີ່ທີ່ຜູ້ຄົນທຳການເຄົາລົບບູຊາ ແທນທີ່ຈະບູຊາພະເຈົ້ານັ້ນ.
ບັນດານັກໂບຮານນະຄະດີ ຕົກໃຈນຳ ການທຳລາຍວັດຖຸໂບຮານ ໂດຍພວກ IS: