ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ສະໝັກ ເປັນຮອງປະທານາທິບໍດີ ໂຕ້ວາທີ ເລື່ອງນະໂຍບາຍ ບໍ່ແມ່ນເລື່ອງ ທີ່ໜ້າອັບອາຍ


ໃນລະຫວ່າງການໂຄສະນາຫາສຽງ ປີ 2016 ທີ່ ປະກອບດ້ວຍການໂຕ້ວາທີ ຂອງຜູ້ຖືກສະເໜີຊື່ ເປັນຮອງປະທານາທິບໍດີ ເຈົ້າຄອງລັດ Indiana ທ່ານ Mike Pence ແລະ ສະມາຊິກສະພາສູງ ທ່ານ Tim Kaine ກຳລັງຕອບໂຕ້ຄາລົມກັນ.
ໃນລະຫວ່າງການໂຄສະນາຫາສຽງ ປີ 2016 ທີ່ ປະກອບດ້ວຍການໂຕ້ວາທີ ຂອງຜູ້ຖືກສະເໜີຊື່ ເປັນຮອງປະທານາທິບໍດີ ເຈົ້າຄອງລັດ Indiana ທ່ານ Mike Pence ແລະ ສະມາຊິກສະພາສູງ ທ່ານ Tim Kaine ກຳລັງຕອບໂຕ້ຄາລົມກັນ.

ໃນເວລາ ທີ່ທ່ານ Mike Pence ຈາກພັກຣີພັບບລີກັນ ແລະ ທ່ານ Tim Kaine ຈາກ ພັກເດໂມແຄຣັດ ໄດ້ນັ່ງຢູ່ກົງກັນຂ້າມກັນ ໃນຕອນແລງວັນອັງຄານວານນີ້ ບັນດາ ຜູ້ມີສິດອອກສຽງ ຢູ່ໃນສະຫະລັດ ໄດ້ຮັບຟັງການໂຕ້ວາທີຕົວຈິງ ເທື່ອທຳອິດ ກ່ຽວກັບ ນະໂຍບາຍຕ່າງໆ ທີ່ທ່ານ Donald Trump ຫຼືທ່ານນາງ Hillary Clinton ຈະດຳເນີນ ການ ຖ້າຫາກຖືກເລືອກ ໃຫ້ເປັນປະທານາທິບໍດີຂອງປະເທດ ຄົນຕໍ່ໄປ.

ຜູ້ປົກຄອງລັດ Indiana ທ່ານ Mike Pence ຕອບໂຕ້ ສະມາຊິກສະພາສູງ ທ່ານ Tim Kaine.
ຜູ້ປົກຄອງລັດ Indiana ທ່ານ Mike Pence ຕອບໂຕ້ ສະມາຊິກສະພາສູງ ທ່ານ Tim Kaine.

ມັນເປັນຄັ້ງທຳອິດ ແລະພຽງຄັ້ງດຽວ ທີ່ທັງສອງ ຜູ້ສະໝັກເປັນຮອງປະທານາທິບໍດີ ຈະມາຊ້ອງໜ້າກັນໂດຍກົງ ກ່ອນໜ້າການເລືອກຕັ້ງ ໃນວັນທີ 8 ພະຈິກນີ້ ແລະ ການ ໂຕ້ວາທີແບບງ່າຍໆທີ່ອະນຸຍາດໃຫ້ທັງສອງທ່ານ ຕອບໂຕ້ກັນຄືນ ຕໍ່ຄຳຖະແຫລງ ຂອງຄູ່ແຂ່ງຂອງຕົນ ແລະ ກົດດັນການສົນທະນາກັນ ກ່ຽວກັບບັນຫາຕ່າງໆ ເຊັ່ນວ່າ ການປະຕິຮູບ ຂະບວນການຍຸຕິທຳ ແລະ ສະຫະລັດ ຄວນຈະເຮັດແນວໃດ ໃນຊີເຣຍ.

ຜູ້ໄດ້ຮັບການສະເໜີຊື່ ເປັນຮອງປະທານາທິບໍດີ ສັງກັດພັກເດໂມແຄຣັດ, ສະມາຊິກສະພາສູງ ທ່ານ Tim Kaine ສະແດງທ່າທີ ໃນລະຫວ່າງ ການໂຕ້ວາທີ ໃນວັນອັງຄານວ່ານນີ້.
ຜູ້ໄດ້ຮັບການສະເໜີຊື່ ເປັນຮອງປະທານາທິບໍດີ ສັງກັດພັກເດໂມແຄຣັດ, ສະມາຊິກສະພາສູງ ທ່ານ Tim Kaine ສະແດງທ່າທີ ໃນລະຫວ່າງ ການໂຕ້ວາທີ ໃນວັນອັງຄານວ່ານນີ້.

ທ່ານ John Hudak ເຈົ້າໜ້າທີ່ອາວຸໂສ ດ້ານນະໂຍບາຍ ຢູ່ທີ່ ສະຖາບັນ Brookings ກ່າວວ່າ “ມັນເປັນການປຽບທຽບ ຂໍ້ແຕກຕ່າງ ຈາກການໂຕ້ວາທີ ປະທານາທິບໍດີ ຄັ້ງທຳອິດ ຊຶ່ງໄດ້ເນັ້ນໄປໃນທາງທີ່ເປັນສ່ວນຕົວຫຼາຍ, ໄດ້ເພັ່ງເລັງໃສ່ ເລື່ອງລາວ ທີ່ບໍ່ຈົບບໍ່ງາມຫຼາຍ, ໄດ້ເພັ່ງເລັງໃສ່ ນ້ຳສຽງດ້ານການເມືອງຫຼາຍ ແລະ ບໍ່ຫຼາຍ ປານໃດກ່ຽວກັບ ອະນາຄົດຂອງອາເມຣິກາ ຈະອອກມາໃນຮູບໃດ ນັ້ນ.”

ທ່ານ Kaine ແລະ ທ່ານ Pence ໄດ້ເວົ້າທັບຖົມກັນ ກັບໄປກັບມາ ເລື້ອຍໆ ຊຶ່ງໃນ ຫຼາຍຄັ້ງ ຜູ້ດຳເນີນລາຍການ ທ່ານນາງ Elaine Quijano ໄດ້ຮ້າຍພວກເພິ່ນ ລວມທັງ ໄດ້ກ່າວໃນຄັ້ງໜຶ່ງວ່າ ບໍ່ມີຜູ້ຊົມທ່ານໃດ ຢູ່ທາງບ້ານ ສາມາດເຂົ້າໃຈ ອັນທີ່ພວກທ່ານ ໄດ້ເວົ້າໄປ.

ທ່ານນາງ Lisa Spies ປະທານ ຂອງກຸ່ມ LS ແລະ ອະດີດຜູ້ອຳນວຍການດ້ານການເງິນ ຂອງທ່ານ Pence ໃນລະຫວ່າງ ທ່ານຢູ່ໃນລັດຖະສະພາ ໄດ້ກ່າວວ່າ ການແລກປ່ຽນ ຄາລົມເຫຼົ່ານັ້ນ ອາດເຮັດໃຫ້ງຸດງິດກໍເປັນໄດ້ ແຕ່ວ່າ ບັນດາຜູ້ມີສິດອອກສຽງ ໄດ້ຮັບຜົນ ປະໂຫຍດ ດ້ວຍການຮຽນຮູ້ຫຼາຍຂຶ້ນກ່ຽວກັບ ການໂຄສະນາຫາສຽງ ຂອງແຕ່ລະທ່ານ.

ທ່ານນາງ Spies ໄດ້ບອກຕໍ່ວີໂອເອ ວ່າ “ພວກເຮົາໄດ້ຮັບລາຍລະ ອຽດຕ່າງໆ ພວກເຮົາໄດ້ຮັບຂໍ້​ເທັດຈິງຕ່າງໆ ພວກເຮົາໄດ້ຮັບຕົວເລກຕ່າງໆ. ໃນລະຫວ່າງ ການໂຕ້ວາທີ ປະທານາທິບໍດີ ພວກເຮົາໄດ້ຍິນ ຄຸນນາມ ແລະ ກິລິຍາວິເສດຕ່າງໆ ແລະພວກເຮົາໄດ້ຍິນການກ່າວດູຖູກກັນ ແລະດ່າກັນແລະກັນ. ຄ່ຳຄືນນີ້ ເຖິງແມ່ນວ່າ ມີການຕັດບົດກັນກໍ່ຕາມ ​ແຕ່ພວກເພິ່ນທັງສອງ ກໍໄດ້ກ່າວເຖິງນະໂຍບາຍຕ່າງໆນັ້ນ ຈະເປັນແນວໃດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Highlights From the Vice Presidential Debate
please wait

No media source currently available

0:00 0:02:30 0:00

ສິບອັນດັບ ການໂຕ້ວາທີ ຮອງປະທານາທິບໍດີ ທີ່ຊົມຫຼາຍທີ່ສຸດ

XS
SM
MD
LG