ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮອງ ປ. Biden ກ່າວຕໍ່ກອງ​ປະຊຸມ​ ຜູ້ນຳທຸລະ​ກິດ ຢູ​ເຄຣນ ແລະ ສະຫະລັດ


ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden (ຂວາ) ແລະ ນາຍົກລັດຖະມົນຕີ ຢູເຄຣນ ທ່ານ Arseniy Yatsenyuk (ຊ້າຍ)
ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden (ຂວາ) ແລະ ນາຍົກລັດຖະມົນຕີ ຢູເຄຣນ ທ່ານ Arseniy Yatsenyuk (ຊ້າຍ)

ຮອງ​ປະທານາທິບໍດີສະຫະລັດ ທ່ານ Joe Biden ກ່າວ​ວ່າ ​ໂລກ
​ມີພັນທະທີ່ ຈະສວຍເອົາ​ໂອ​ກາດ​ທີ່ມີຄວາມສຳຄັນປ​ະຫວັດ​ສາດ
ທີ່​ຈະ​ສ້າງສາ​ເສດຖະກິດຢູ​ເຄຣນ ໃຫ້ຈະເລີນເຕີບ​ໂຕ.

ທ່ານ Bieden ກ່າວ​ວ່າ “ນີ້​ອາດ​ເປັນ​ໂອກາດ​ອັນສຸດທ້າຍທີ່ແທ້ຈິງ
ທີ່​ປະຊາຊົນ ຢູ​ເຄຣນ ມີ ​ໃນ​ການ​ສະຖາປະນາ ສາທາລະນະ​ລັດ
ປະຊາທິປະ​ໄຕ ​ໃນ​ທາງ​ທີ່​ວ່າ ໃຫ້​ເສດຖະກິດ​ອຸດົມຮັ່ງມີ ​ແລະ​ຮວມ
ຕົວໂດຍເຕັມເຂົ້າກັບ​ຢູ​ໂຣບ.”

ຮອງ​ປະທາ​ນາ​ທິບໍດີ ກ່າວ​ຢູ່ ສະພາກ​ານຄ້າ ສະຫະລັດ ​ໃນ​ວັນ​ຈັນ​
ວານ​ນີ້ ທີ່​ກອງ​ປະຊຸມ​ກ່ຽວ​ກັບບັນດາ​ນັກທຸລະ​ກິດຢູ​ເຄຣນ. ກອງ
​ປະ​ຊຸມ​ນີ້ໄດ້​ເຕົ້າ​ໂຮມບັນດາ​ຜູ້ນຳໃນ​ການ​ສົນທະນາ​ລະດັບ​ສູງ ທີ່​ແນ​ໃສ່ເພື່ອສ້າງ​ຄວາມ​ກ້າວໜ້າໃຫ້ແກ່​ເສດຖະກິດ​ຢູ​ເຄຣນ ຊຶ່ງ​ເປັນຂີດໝາຍ​ເທຶ່ອທຳ​ອິດທີ່​ທັງ​ສອງ​ປະຊາ​ຄົນ​ທຸລະ​ກິດ ​ໄດ້​ພົບ​ພໍ້​ກັນ​ຢ່າງ​ເປັນ​ທາງ​ການ ນັບ​ແຕ່​ໄດ້​ພໍ້​ກັນໃນ​ການ​ປະຕິ​ວັດເມື່ອ​ປີ 2014.

​ໃນ​ຕອນ​ເຊົ້າຂອງ​ມື້ວານນີ້ ນາຍົກລັດຖະມົນຕີຢູ​ເຄຣນ ທ່ານ Arseniy Yatsenyuk ​ໄດ້
​ກ່າວ​ຕໍ່​ກອງ​ປະຊຸມ​ວ່າ ຊາວ​ຢູ​ເຄຣນ ​ແລະ​ຊາວ​ອາ​ເມຣິກັນ ຢືນ​ຢູ່​ຄຽງບ່າ​ຄຽງ​ໄຫລ່ “​ເພື່ອ​
ເຮັດ​ໃຫ້​ໂລກມີເສລີຢ່າງ​ແທ້​ຈິງ."

ນາຍົກລັດຖະມົນຕີຢູ​ເຄຣນ ຮຽກຮ້ອງ​ຕໍ່ບັນດາຜູ້ໃຫ້ເງິນ​ກູ້​ຢືມ​ແກ່​ປະ​ເທດ​ຂອງ​ທ່ານວ່າ
“ຈົ່ງ​ໃຫ້​ການ​ຮ່ວມມື ​ແລະ​ປະສານ​ງານກັນ” ​ໂດຍ​ກ່າວ​ວ່າ ນີ້​ຈະ​ເປັນ​ກະ​ແຈ​ຂອງຊ່ອງທາງ
ເພື່ອເຮັດໃຫ້ຢູ​ເຄຣນ ປະສົບ​ຜົນສຳ​ເລັດ. ທ່ານ​ຍັງ​ໄດ້​ຖ​ະ​ແຫລ​ງ​ກ່ຽວກັບ​ບັນ​ຫາການ​ສໍ້​
ລາດ​ບັງຫລວງ ໂດຍຮັບ​ຮູ້​ວ່າ​ຮາກ​ຖານ​ຂອງ​ບັນ​ຫາມີ​ແມ່ນຝັງຮາກ​ເລິກໃນ​ຢູ​ເຄຣນ ​ແຕ່
​ທ່ານ​ໄດ້ເນັ້ນ​ໜັກ​ວ່າ kyiv ກຳລັງ​ປະຕິບັດ​ງານ​ທີ່​ຈະແກ້ໄຂເລື້ອງ​ດັ່ງກ່າວ.

ທ່ານ Yatsenyuk ກ່າວ​ວ່າ “ບັນດາ​ຜູ້​ລົງທຶນ​ ສະຫະລັດ ກະລຸນາ​ໂດດ​ເຂົ້າ​ມາ ພວກ​ເຮົາ
​ມີ​ຄວາມດີ​ໃຈ ​ທີ່​ຈະເຫັນພວກ​ທ່ານ ຢູ່​ໃນຢູ​ເຄຣນ.”

​ໃນ​ຄຳ​ຖະ​ແຫລ​ງຕໍ່ໜ້ານາຍົກລັດຖະມົນຕີຢູເຄຣນນັ້ນ ລັດຖະມົນຕີກາ​ນຄ້າ ສະຫະລັດ
ທ່ານ​ນາງ Penny Pritzker ກ່າວ​ວ່າ ບັນດາ​ຜູ້ນຳ​ຢູ​ເຄຣນ ຕ້ອງການ​ເຮັດ​ວຽກກັບ ບັນດາ
ຜູ້ນຳທຸລະ​ກິດ ສະຫະລັດ ​ເພື່ອ “ສ້າງ​ຕັ້ງ​ນະໂຍບາຍ ທີ່ນິ ຍົມທຸລະ​ກິດ​ໃນຂອບເຂດ
ທີ່ກວ້າງຂວາງ.”

XS
SM
MD
LG