ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ເວເນຊູເອລາ ຫຼັ່ງໄຫຼໄປຊື້ ເຄື່ອງໃຊ້ຂອງສອຍໃນປະເທດ ໂຄລົມເບຍ


ປະຊາຊົນ ເວເນຊູເອລາ ຫິ້ວຖົງເຄື່ອງ ໃນຂະນະທີ່ພວກເຂົາ
ເຈົ້າຍ່າງຂ້າມເຂດຊາຍແດນ ໂຄລົມເບຍ - ເວເນຊູເອລາ ຜ່ານຂົວຂ້າມສາກົນ Simon Bolivar ຫຼັງຈາກໄປຊື້ເຄື່ອງ ແລະ ສວຍໂອກາດຈາກການເປີດດ່ານຂ້າມປະເທດຊົ່ວຄາວ ໃນເມືອງ San Antonio del Tachira, ປະເທດ ເວເນຊູເອລາ. 10 ກໍລະກົດ, 2016.
ປະຊາຊົນ ເວເນຊູເອລາ ຫິ້ວຖົງເຄື່ອງ ໃນຂະນະທີ່ພວກເຂົາ ເຈົ້າຍ່າງຂ້າມເຂດຊາຍແດນ ໂຄລົມເບຍ - ເວເນຊູເອລາ ຜ່ານຂົວຂ້າມສາກົນ Simon Bolivar ຫຼັງຈາກໄປຊື້ເຄື່ອງ ແລະ ສວຍໂອກາດຈາກການເປີດດ່ານຂ້າມປະເທດຊົ່ວຄາວ ໃນເມືອງ San Antonio del Tachira, ປະເທດ ເວເນຊູເອລາ. 10 ກໍລະກົດ, 2016.

ປະຊາຊົນ ເວເນຊູເອລາ ຫຼາຍພັນຄົນໄດ້ຫຼັ່ງໄຫຼຂ້າມເຂດຊາຍແດນເຂົ້າໄປໃນ ປະເທດ ໂຄລົມເບຍ ໃນວັນອາທິດວານນີ້ ເພື່ອຊື້ເຄື່ອງໃຊ້ທີ່ຈຳເປັນ ເຊິ່ງ ຊອກຫາບໍ່ໄດ້ ຫຼື ຊື້ບໍ່ໄດ້ ໃນປະເທດບ້ານເກີດຂອງຕົນ ຍ້ອນວິກິດການ ທາງດ້ານເສດຖະກິດທີ່ຮ້າຍແຮງ ທີ່ໄດ້ ເປັນສາເຫດເຮັດໃຫ້ມີຄວາມຂາດ ແຄນຢ່າງແຮງ.

ຫຼາຍຄົນໄດ້ຂັບລົດຫຼາຍຊົ່ວໂມງ ເພື່ອສວຍໂອກາດເວລາຊາຍແດນເປີດ 12 ຊົ່ວໂມງ ລະຫວ່າງ ເມືອງ Tachira ຂອງ ເວເນຊູເອລາ ແລະ ເມືອງ Cucuta ຂອງໂຄລົມເບຍ.

ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ໄດ້ປິດເຂດຊາຍແດນ ໃນປີກາຍ ນີ້ຍ້ອນເຫດຜົນຄວາມປອດໄພ, ແຕ່ໄດ້ສັ່ງໃຫ້ເປີດຊົ່ວຄາວໃນວັນ ອາທິດວານນີ້.

ປະຊາຊົນ ເວເນຊູເອລາ ສາມາດທີ່ຈະເກັບມ້ຽນເຄື່ອງຂອງໃນ ໂຄລົມເບຍ ທີ່ ມັນເກືອບ ວ່າເປັນໄປບໍ່ໄດ້ທີ່ຈະສາມາດຊອກຫາ ແລະ ຊື້ໄດ້ໃນ ເວເນຊູເອລາ ເຊັ່ນ ແປ້ງ, ນ້ຳມັນ, ເຈ້ຍຫ້ອງນ້ຳ, ຢາສະຫົວ ແລະ ຢາປົວພະຍາດ ຖ່າມກາງ ອັດຕາເງິນເຟີ້ເປີເຊັນສູງ.

ໃນສັບປະດາທີ່ຜ່ານມາ, ປະຊາຊົນ ເວເນຊູເອລາ ຫຼາຍຮ້ອຍຄົນໄດ້ລັກລອບ ຂ້າມເຂົ້າໄປໃນ ໂຄລົມເບຍ ຢ່າງຜິດກົດໝາຍ ເພື່ອຊອກຫາເຄື່ອງໃຊ້ພື້ນ ຖານ.

ການຂາດແຄນໄດ້ຖືກກ່າວຫາສ່ວນໃຫຍ່ໃສ່ລາຍໄດ້ຈາກການຂາຍນ້ຳມັນທີ່ຫຼຸດ ລົງໃນ ເວເນຊູເອລາ, ເຊິ່ງເປັນປະເທດທີ່ນຳເຂົ້າເກືອບວ່າໝົດທຸກຢ່າງທີ່ພວກ ເຂົາເຈົ້າບໍລິໂພກ ໃຊ້ສອຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Venezuela
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG