ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

Venezuela ກໍານົດ​ ວັນເລືອກຕັ້ງ ປະທານາທິບໍດີ ​ໃສ່ວັນທີ 14 ເມສາ (ວີ​ດິ​ໂອ)


ທ່ານ Nicolas Maduro ຮັກສາການຊົ່ວຄາວປະທານາທິບໍດີ
Venezuela
ທ່ານ Nicolas Maduro ຮັກສາການຊົ່ວຄາວປະທານາທິບໍດີ Venezuela
ພັກ​ການ​ເມືອງ​ຕ່າງໆ​ຂອງ​ເວ​ເນ​ຊູ​ເອລາ ກໍາລັງ​ຕຽມ​ການ​ໂຄສະນາ​ຫາ​ສຽງ ກັນຢ່າງ​ຂຸ້ນ ຂ້ຽວກ່ອນ​ການ​ເລືອກ​ຕັ້ງປະທານາທິບໍດີ​ທີ່​ກໍານົດໃສ່​ວັນ​ທີ 14 ​ເມສາ ​ເດືອນໜ້າ​ນີ້ເພື່ອ ​ເລືອກ​ເອົາ​ຜູ້ມາ​ແທນ​ທ່ານ Hugo Chavez ຜູ້​ນໍາ​ຫົວສັງຄົມ​ນິຍົມ ທີ່​ເຖິງ​ແກ່​ອະສັນ​ຍະ ກໍາ​ໄປ​ເມື່ອອາທິດຜ່ານ​ມານີ້ ຫຼັງຈາກ​ໄດ້​ຕໍ່ສູ້​ກັບ​ໂຣກມະ​ເຮັງ ມາເປັນ​ເວລາ​ຍາວ​ນານ.

​ຄະນະ​ກໍາມະການ​ເລືອກ​ຕັ້ງ​ຂອງເວ​ເນ​ຊູ​ເອລາ ໄດ້ປະກາດວັນ​ເລືອກ​ຕັ້ງ​ດັ່ງກ່າວ​ ​ເມື່ອ​ວັນ​ເສົາ​ວານ​ນີ້ ມື້​ນຶ່ງຫຼັງຈາກ ທ່ານ Nicolas Maduro ຮອງ​ປະທານາທິບໍດີ ​ແລະ​ເປັນ​ຜູ້​ທີ່​ທ່ານ Chavez ​ເລືອກ​ໃຫ້​ເປັນ​ຜູ້​ສືບຕໍາ​ແໜ່​ງ​ແທນ​ທ່ານ​ ​ໄດ້​ສາບານ​ຕົວ​ເປັນ​ປະທານາທິ
ບໍດີ​ຮັກສາ​ການ​ຊົ່ວຄາວນັ້ນ.

ເບິ່ງ​ຊົງວ່າທ່ານ ມາ​ດູ​ໂຣ ​ຈະ​ປະ​ເຊີນ​ກັບ​ຜູ້​ນໍາ​ຝ່າ​ຍຄ້ານ ທ່ານ Henrique Capriles ຜູ້​ວ່າການ​ລັດ ມິຣິນດາ ທີ່​ເສຍໄຊ​ໃຫ້​ແກ່​ທ່ານChavez ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ເມື່ອ​ເດືອນ​ຕຸລາ​ປີຜ່ານມາ.

Chavez Legacy Praised at Funeral
please wait

No media source currently available

0:00 0:01:46 0:00
ລິງໂດຍກົງ

ທ່ານ Capriles ​ໄດ້​ປະນາມ​ພິທີ​ສາບານ​ຕົ​ວຂອງ​ທ່ານ​ມາ​ດູ​ໂຣ ເມື່ອ​ວັນ​ສຸກ​ຜ່ານມາ​ນີ້ ວ່າ​ ຜິດຫຼັກລັດຖະທໍາ​ມະນູນ.ປະທານາທິບໍດີ​ຈາກ​ຂົງ​ເຂດ​ອະ​ເມ​ຣິກາ​ລາ​ຕິນ 18 ທ່ານ ​ແລະ​ຜູ້​ນໍາ​ຕ່າງ ປະ​ເທດ​ອີກຫຼາຍຄົນ ​ໄດ້​ເຂົ້າຮ່ວມ​ໃນ​ພິທີ​ສົ່ງສະການ​ທ່ານ Chavez. ສ່ວນ​ສະຫະລັດ​ກໍ​ໄດ້​ສົ່ງ​ຜູ້ຕາງໜ້າ​ທາງ​ການ​ທູດ​ໄປ​ຮ່ວມ.

ປະທານາທິບໍດີ Chavez ​ເຖິງ​ແກ່​ອະສັນ​ຍະ​ກໍາ​ເມື່ອ​ວັນ​ອັງຄານ​ຜ່າ​ນມາ​ນີ້ ສອງ​ປີຫຼັງ ຈາກ​ທ່ານ​ໄດ້​ປະກາດວ່າ​ເປັນ​ໂຣກມະ​ເຣັງ. ການ​ເສຍ​ຊີວິດ​ຂອງ​ທ່ານໄດ້ສ້າງ​ຄວາມ​ສິ້ນ​ຫວັງ​ຢ່າງ​ໃຫຍ່​ ​ໃຫ້​ແກ່​ປະຊາຊົນຫຼາຍລ້ານ​ຄົນ ສ່ວນ​ໃຫຍ່​ແມ່ນພວກ​ສະໜັບສະໜຸນ​ທ່ານ​ທີ່​ເປັນ​ຄົນ​ທຸກ​ຈົນ ​ທີ່​ບູຊາທ່ານ Chavez ຍ້ອນ​ທ່ານ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ແກ່​ພວກ​ເຂົາ​ເຈົ້າ​ວ່າ ​ຈະ​ສ້າງສາ​ອະນາຄົດ​ຂອງ​ພວກ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ​. ຂະນະ​ດຽວ​ກັນ ການເສຍ​ຊີວິດ​ຂອງ​ທ່ານ ​ກໍແມ່ນ​ໃຫ້​ຄວາມ​ຫວັງ​ໃໝ່​ແກ່​ພວກ​ຝ່າຍ​ຄ້ານ ທີ່​ປະນາມ​ທ່ານ Chavez ວ່າ​ ເປັນ​ຈອມ​ຜະ​ເດັດ​ການ.
XS
SM
MD
LG