ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Chavez ທີ່ເປັນມະເຮັງ ປະເຊີນ ກັບອາການ ຫັນໃຈຍາກ


ຮູບປະທານາທິບໍດີ Hugo Chavez ຂອງ Venezuela ທີ່ໄດ້ຮັບການປິ່ນປົວດ້ວຍການບໍາບັດທາງເຄມີ ຢູ່ໃນໂຮງໝໍທະຫານ ໃນນະຄອນ Caracas
ຮູບປະທານາທິບໍດີ Hugo Chavez ຂອງ Venezuela ທີ່ໄດ້ຮັບການປິ່ນປົວດ້ວຍການບໍາບັດທາງເຄມີ ຢູ່ໃນໂຮງໝໍທະຫານ ໃນນະຄອນ Caracas
ລັດຖະມົນຕີກະຊວງຖະແຫລງຂ່າວຂອງ Venezuela ເວົ້າວ່າ
ທ່ານ Hugo Chavez ກໍາລັງທົນທຸກຕໍ່ການຕິດເຊື້ອ “ຄັ້ງໃໝ່
ແລະຮ້າຍແຮງ” ທີ່ເຮັດໃຫ້ທ່ານຫັນໃຈໄດ້ຍາກຂຶ້ນ.

ທ່ານ Ernesto Villegas ລັດຖະມົນຕີກະຊວງຖະແຫລງຂ່າວ
ໄດ້ໃຫ້ຄວາມ ເຫັນດັ່ງກ່າວ ທີ່ໂຮງໝໍທະຫານ ຢູ່ນະຄອນ
Caracas ບ່ອນທີ່ທ່ານ Chavez ອາຍຸ 58 ປີ ໄດ້ຮັບການ
ປິ່ນປົວຢູ່ນັ້ນ. ທ່ານເວົ້າວ່າ ຜູ້ນໍາທີ່ເປັນໂຣກມະເຮັງທ່ານນີ້
ມີການ “ຕິດເຊື້ອທີ່ຮ້າຍແຮງ” ແລະຢູ່ໃນສະພາບທີ່ອ່ອນແອ.

ໃນວັນເສົາຜ່ານມາ ຮອງປະທານາທິບໍດີ ຂອງ Venezuela
ເວົ້າວ່າ ທ່ານ Chavez ຍັງເປັນຜູ້ຮັບຜິດຊອບໃນການປົກ
ຄອງປະເທດ ແລະທໍາການຕັດສິນໃຈກ່ຽວກັບນະໂຍບາຍ
ຕ່າງໆຢູ່ ເຖິງແມ່ນວ່າທ່ານຈະໄດ້ຮັບການປິ່ນປົວດ້ວຍການ
ບໍາບັດທາງເຄມີ ຢູ່ໃນໂຮງໝໍທະຫານກໍຕາມ.

ທ່ານ Nicolas Maduro ກ່າວຕໍ່ໂທລະພາບຂອງ Venezuela
ວ່າ ທ່ານ Chavez ຫາກໍສົ່ງໜັງສື ກ່ຽວກັບນະໂຍບາຍຕ່າງໆ ໄປໃຫ້ຄະນະລັດຖະບານຂອງທ່ານ ຄັ້ງ ຫລ້າສຸດກໍແມ່ນໃນວັນສຸກຜ່ານມານີ້.

ກ່ອນໜ້ານັ້ນ ທ່ານ Maduro ເວົ້າວ່າ ການປິ່ນປົວຂອງທ່ານ Chavez ແມ່ນພົບ ຄວາມ
ຫຍຸ້ງຍາກ ແລະວ່າ ທ່ານກໍາລັງຕໍ່ສູ້ຢ່າງລໍາບາກ ເພື່ອໃຫ້ມີຊີວິດຢູ່ລອດໄດ້. ແຕ່ທ່ານ
ກໍເວົ້າວ່າ ທ່ານ Chavez ແມ່ນຢູ່ໃນລັກສະນະທີ່ມີສະຕິດີ ແລະວ່າທ່ານມີຄວາມແຂງ
ແຮງກວ່າ ການປິ່ນປົວດ້ວຍການບໍາບັດທາງເຄມີ ທີ່ກໍາລັງຈະໝົດໄປຂອງທ່ານນັ້ນ.
XS
SM
MD
LG