ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຝ່າຍຄ້ານເວເນຊູເອລາ ກົດດັນ ໃຫ້ນັບ ບັດຄະແນນສຽງ ເລືອກຕັ້ງ ຄືນໃໝ່ (ສະໄລດ໌/ວີດິໂອ)


ພວກປະທ້ວງ ຖືປ້າຍຜູ້ນໍາຝ່າຍຄ້ານ ທ່ານ Henrique Capriles ກໍາລັງປະເຊີນໜ້າກັບເຈົ້າໜ໊າທີ່ຕໍາຫລວດ
ພວກປະທ້ວງ ຖືປ້າຍຜູ້ນໍາຝ່າຍຄ້ານ ທ່ານ Henrique Capriles ກໍາລັງປະເຊີນໜ້າກັບເຈົ້າໜ໊າທີ່ຕໍາຫລວດ
ບັນດາ​ຜູ້​ສະ​ໜັບສະ​ໜູນ ຜູ້​ນໍາຝ່າ​ຍຄ້ານ​ເວ​ເນ​ຊູ​ເອລາ ທ່ານ
Henrique Capriles ທີ່​ມີ​ຄວາມ​ໂກດ​ແຄ້ນ​ ວາງ​ແຜນ​ເດີນ​ຂະ​
ບວນເປັນມື້​ທີ່​ສອງ ​ໃນ​ວັນ​ອັງ​ຄານ​ມື້​ນີ້ ​ເພື່ອປະ​ທ້ວງ​ການ​ການ
​ປາ​ໄຊຢ່າງ​ໝິ່ນ​ໆ​ຂອງ​ທ່ານ ​ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີ
ໃນ​ວັນອາທິດຜ່ານ​ມາ​ນັ້ນ.

ບັນດາ​ຜູ້​ສະໜັບສະ​ໜູນ​ທ່ານ Capriles ພາກັນ​ຕີ​ໜໍ້​ແຫກ​ແຕກ
ໂປະ ​ແລະ​ຈູດ​ຖົງ​ຂີ້​ເຫ​ຍື້ອ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພາກັນເດີນ​ຂະ
ບວນ ​ໄປ​ຕາມຖະໜົນຂອງ​ນະຄອນຫລວງCaracas ​ໃນ​ວັນຈັນ
​ວານ​ນີ້ ຮຽກຮ້ອງ​ໃຫ້​ມີ​ການ​ນັບ​ຄະ​ແນນ​ຄືນ​ໃໝ່. ​

ພວກ​ປະ​ທ້ວງ​ໄດ້​ປະ​ເຊີນ​ໜ້າ​ກັບຕໍາຫລວດ ທີ່​ຍິງ​ແກ໊ສນໍ້າຕາ​ ​
ແລະ​ລູກປືນ​ຢາງ​ໃສ່ ​ເພື່ອ​ຂັບ​ໄລ່​ພວກ​ປະ​ທ້ວງ. ມີ​ລາຍງານ​ວ່່າ ​
ໄດ້​ມີການ​ປະ​ທ້ວງ​ຂອງ​ພວກຝ່າຍ​ຄ້ານຢູ່ໃນຫົວເມືອງ​ຂອງ
​ຫລາຍໆແຂວງ​.



ການ​ປະ​ທ້ວງເກີດ​ຂື້ນ​ ຫລັງ​ຈາກຄະນະ​ກໍາມະການ​ເລືອກ​ຕັ້ງຂອງເວ​ເນ​ຊູ​ເອລາ ປະກາດ
ວ່າ ປະທານາທິບໍດີ​ພາງ ທ່ານ Nicolas Maduro ​ເປັນ​ຜູ້​ຊະນະການເລືອກຕັ້ງ​ໃນ​ວັນ​
ອາທິດ. ທ່ານ Maduro ຜູ້​ທີ່ ​ມື້​ລາງປະ​ທາ​ນາ​ທິບໍດີ Hugo Chavez ຄັດ​ເລືອກເອົາໃຫ້​
ມາ​ສືບ​ຕໍາ​ແໜ່​ງ​ແທນທ່ານ ​ໄດ້​ຮັບ​ໄຊຊະນະ​ຢ່າງ​ໝິ່ນໆ ດ້ວຍຄະ​ແນນ​ສຽງ 50.7 ​ເປີເຊັນ
​ຕໍ່ 49.1 ​ເປີ​ເຊັນ ຂອງທ່ານ Capriles.

ລຸນຫລັງ​ຜົນ​ການ​ປ່ອນ​ບັດ​ໄດ້​ຮັບ​ການ​ຢັ້ງຢືນ​ຢ່າງເປັນ​ທາງ​ການ ທ່ານ Capriles ຜູ້​ປົກ
ຄອງລັດ Miranda ​ກໍໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ສະໜັບ​ສະ​ໜູນທ່ານ ພາກັນໄປປະ​ທ້ວງ
ຢູ່​ນອກ​ຫ້ອງການຕ່າງໆຂອງ​ຄະນະ​ກໍາມະການ​ເລືອກ​ຕັ້ງ ​ໃນ​ວັນ​ອັງຄານມື້​ນີ້.

Venezuela
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG