ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. Chavez ອາດ ບໍ່ສາມາດ ສາບານໂຕ ເຂົ້າຮັບຕຳແໜ່ງ ໄດ້ຕາມກຳນົດ


ຮອງປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro (ກາງ) ມີ​ທ່າ​ທາງ​ວ່າຈະ​ພາໃຫ້​​ເກີດການ ຂັດ​ແຍ້​ງ ຂຶ້ນ ລະຫວ່າງ ລັດຖະບານ ​ແລະ​ຝ່າຍ​ຄ້ານ
ຮອງປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro (ກາງ) ມີ​ທ່າ​ທາງ​ວ່າຈະ​ພາໃຫ້​​ເກີດການ ຂັດ​ແຍ້​ງ ຂຶ້ນ ລະຫວ່າງ ລັດຖະບານ ​ແລະ​ຝ່າຍ​ຄ້ານ
ຮອງ​ປະທານາທິບໍດີ ​ເວ​ເນ​ຊູ​ເອລາ ກ່າວ​ວ່າ ຖ້າ​ຫາກ​ວ່າ ປະ​ທາ
​ນາ​ທິບໍດີ Hugo Chavez ບໍ່​ສາມາດ​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ ​
ໃນອາທິດ​ໜ້າ​ນີ້ ທ່ານສາມາດສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ​ໄດ້
ຕາມພາຍຫຼັງ ໂດຍສານ​ສູງ​ສຸດ​ຂອງ​ປະ​ເທດ.

ການ​ໃຫ້​ຄວາມ​ເຫັນ ​ຂອງຮອງ​ປະທານາທິບໍດີ Nicholas
Maduro ໃນວັນ​ສຸກວານນີ້ຜ່ານ​ທາງ​ໂທລະພາບຂອງ​ລັດຖະບານ ອາດຈະ​ເປັນ​ສັນຍານແຈ້ງ​ໃຫ້​ຮູ້​ວ່າ ປະທານາທິບໍດີທີ່​ປ່ວຍ​ເປັນມະ​ເຮັງ ຈະ​ບໍ່​ສາມາດໄປຮ່ວມ​ພິທີ​ເຂົ້າ​ຮັບ​ຕໍາແໜ່ງຕາມ​ໝາຍກຳນົດ​ການ​ໃນ​ວັນ​ພະຫັດໜ້າ ຢູ່​ຕໍ່ໜ້າສະພາ​ແຫ່ງ​ຊາດ.

ຄໍາ​ຖະ​ແຫລ​ງຂອງ ຮອງ​ປະທານ​າທິບໍດີ ມີ​ທ່າ​ທາງ​ວ່າຈະ​ພາໃຫ້ເກີດການ ​ຂັ ດ​ແຍ້​ງກັນ ຂຶ້ນ ລະຫວ່າງລັດຖະບານ ​ແລະ​ຝ່າຍ​ຄ້ານ ກ່ຽວ​ກັບຄວາມ​ຖືກຕ້ອງ​ຕາມ​ກົດໝາຍ ທີ່​ຈະ​ໂຈະ​ການ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ ຊຶ່ງ​ລັດຖະທໍາ​ມະນູນ​ເວ​ເນ​ຊູ​ເອລາ ບັນຍັດ​ໄວ້​ວ່າ ຄວນມີຂື້ນ​ໃນວັນ​ພະຫັດ.

ບັນດາ​ຜູ້​ນໍາ​ຝ່າຍ​ຄ້ານ​ໂຕ້​ຖຽງ​ວ່າ ປະທານາທິບໍດີ ທີ່​ບໍ່​ມີ​ຄວາມ​ສາມາດ ໄປ​ຮ່ວມພິທີ​ໃນ​ວັນ​ທີ 10 ມັງກອນ​ນີ້​ ແມ່ນມີ​ຄວາມ​ໝາຍເທົ່າກັນກັບວ່າ ຜູ້ກ່ຽວ​ໄດ້​ລາ​ອອກ​ຈາກ​ຕໍາ​ແໜ່ງ. ພວກ​ເຂົາ​ເຈົ້າ​ຮຽກຮ້ອງ​ໃຫ້​ລັດຖະ ບານ ​ເປີດ​ເຜີຍລາຍ​ລະ​ອຽດ​ເພີ້​ມ​ເຕີມ ກ່ຽວ​ກັບ​ອາ​ການ​ຂອງປະທານາ ທິບໍດີ.

ລັດຖະທໍາ​ມະນູນເວ​ເນ​ຊູ​ເອລາ ບັນຍັດໄວ້​ວ່າ ການ​ສາບານ​ໂຕເຂົ້າຮັບ ຕຳ​ແໜ່​ງຂອງປະ
ທານາທິບໍດີ ຄວນ​ຈະມີ​ຂື້ນ​ໃນ​ວັນ​ທີ 10 ມັງກອນ ຢູ່ ໜ້າ​ສະພາ​ແຫ່ງ​ຊາດ. ນອກ​ນັ້ນ ລັດ
ຖະທຳ​ມະນູນ​ຍັງບັນຍັດໄວ້​ອີກ​ວ່າ ຖ້າ​ຫາກປະທານາທິບໍດີ ບໍ່​ສາມາດສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງຢູ່ຕໍ່ໜ້າ​ສະພາແຫ່ງ​ຊາດ ທ່ານອາດ​ຈະ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງຢູ່ຕໍ່​ໜ້າສານ​ສູງ​ສຸດ. ​ຜູ້​ຊ່ຽວຊານ​ດ້ານ​ກົດໝາຍ​ບາງ​ທ່ານ​ໃຫ້​ຂໍ້ສັງ​ເກດວ່າ ປະ​ໂຫຍ​ກ​ທີ່ກ່າວ​ເຖິງສານ​ສູງ​ສຸດນັ້ນ ບໍ່​ໄດ້ເວົ້າ​ເຖິງ​ວັນ​ເວລາ.

ປັດ​ຈຸ​ບັນ​ນີ້ປະທານ​າທິບໍດີ Chavez ຍັງ​ຢູ່ທີ່ຄິວ​ບາ ບ່ອນ​ທີ່ທ່ານກໍາລັງ ​ພັກ​ຟື້ນຈາກ​ການ​ຜ່າຕັດ​ໂຣກ​ມະ​ເຮັງຮອບ​ຫຼ້າສຸດ. ທ່ານບໍ່​ໄດ້ປະກົດໂຕ​ຢູ່ໃນທີ່ສາທາລະນະ ມາຕັ້ງ​ແຕ່ວັນ​ທີ 11 ​ເດືອນ​ທັນ​ວາ.
XS
SM
MD
LG