ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວເວເນຊູເອລາ ຍັງສືບຕໍ່ປະທ້ວງ ລັດຖະບານ (ວີດີໂອ)


ການເດີນຂະບວນປະທ້ວງ ຢູ່ນະຄອນຫຼວງກາຣາກັສ ຂອງເວເນຊູເອລາ, ວັນທີ 8 ມີນາ 2014.
ການເດີນຂະບວນປະທ້ວງ ຢູ່ນະຄອນຫຼວງກາຣາກັສ ຂອງເວເນຊູເອລາ, ວັນທີ 8 ມີນາ 2014.
ພວກປະ​ທ້ວງ​ຕໍ່ຕ້ນລັດຖະບານ ຢູ່​ເວ​ເນ​ຊູ​ເອລາ ຍັງ​ບໍ່​ສະ​ແດງ​
ຮ່ອງຮອຍ​ໃຫ້​ເຫັນ​ເລີຍ​ວ່າ ຈະ​ປະລະການ​ຮຽກຮ້ອງ​ຂອງ​ເຂົາ
​ເຈົ້າ ທີ່​ຢາກ​ໃຫ້ປະທານາທິບໍດີ Nicolas Maduro ລາ​ອອກ​ນັ້ນ.

​ໃນ​ວັນ​ເສົາ​ວານ​ນີ້ ພວກ​ປະ​ທ້ວງ​ໄດ້​ປະ​ທະ​ກັນ​ກັບ​ຕໍາ ຫຼວດ ຢູ່
​ນະຄອນ​ຫຼວງກາຣາກັສ. ເປັນ​ເວລາ​ເກືອບ​ນຶ່ງ​ເດືອນ​ຜ່ານ​ມາ
​ແລ້ວ ທີ່​ຊາວ​ເວ​ເນຊູ​ເອລາ ​ໄດ້​ພາກັນ​ເດີນ​ຂະ​ບວນປະທ້ວງ ​ເພື່ອ​ລະບາຍ​ຄວາມ​ໂກດ​ແຄ້ນ​ຂອງ​ເຂົາ​ເຈົ້າ​ອອກ​ມາ ກ່ຽວ​ກັບ​ການ​ຂາດ​ແຄ​ນອາຫານ ​ເງິນ​ເຟີ້​ທີ່​ຖີບ​ຂຶ້ນ​ເລື້ອຍໆ ​ແລະ​ອາ​ຊະ​ຍາ​ກໍາາ. ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ເວົ້າ​ວ່າ:

“ພວກ​ເຮົາແມ່ນປະຊາຊົນ​ທີ່​ພາກັນ​ຕໍ່ສູ້ ​ເພື່ອ​ອະນາຄົດ​ທີ່​ດີ​ຂຶ້ນ ​ເພາະວ່າ
ຢູ່ເວ​ເນ​ຊູ​ເອລາ​ນີ້ ບໍ່​ມີ​ອະນາຄົດ ​ແລະ​ພວກ​ເຮົາ​ກໍ​ຕ້ອງການ​ການ​ປ່ຽນ​ແປງ​
ຢ່າງ​ແທ້​ຈິງ ແລະ​ບໍ່​ເປັນ​ຈັ່ງ​ໂຊກ ນີ້​ແມ່ນ​ຊັບພະຍາກ​ກອນ​ອັນ​ດຽວ​ທີ່​ພວກ​
ເຮົາ ຊາວ​ເວ​ເນ​ຊູ​ເອລາ ມີ​ຢູ່​ເວລາ​ນີ້ ກໍ​ຄື​ການ​ເວົ້າ​ວ່າ ພວກ​ເຮົາ​ມີ​ສັກ​ສີ.”


ປະທານາທິບໍດີ Maduro ​ເວົ້າ​ວ່າ ການ​ປະ​ທ້ວງ​ແມ່ນສ່ວນ​ນຶ່ງ​ຂອງ​ແຜນການ​ທີ່​ໄດ້​ຮັບ​
ການ​ສະໜັບສະໜຸນ​ຈາກ​ສະຫະລັດ ​ເພື່ອ​ໂຄ່ນ​ລົ້ມ​ລັດຖະບານ​ຂອງ​ທ່ານ.

ພວກປະທ້ວງແກວ່ງແກສນໍໍ້ າ ຕາ ໃສ່ຕໍ າ ຫຼວດ ໃນລະຫວ່າງ ການປະທ້ວງຢູ່ຈະຕຸລັດ Altamira ໃນນະຄອນຫຼວງ Caracas, Venezuela, ເມື່ອວັນທີ 6 ມີນາ 2014.
ພວກປະທ້ວງແກວ່ງແກສນໍໍ້ າ ຕາ ໃສ່ຕໍ າ ຫຼວດ ໃນລະຫວ່າງ ການປະທ້ວງຢູ່ຈະຕຸລັດ Altamira ໃນນະຄອນຫຼວງ Caracas, Venezuela, ເມື່ອວັນທີ 6 ມີນາ 2014.


ສະຫະລັດໄດ້​ປະຕິ​ເສດ​ ຂໍ້​ກ່າວ​ຫາ​ອັນນັ້ນ.

ທ່ານ Henrique Capriles ຜູ້​ນໍາ ຝ່າຍ​ຄ້ານ​ທີ່​ມີ​ຊື່​ສຽງ ​ເວົ້າ​ວ່າ​
ປະທານາທິບໍດີ ​Maduro ໄດ້​ຫັນ​ຫລັງ​ໃຫ້​ປະຊາຊົນ ຮວມທັງ
ພວກ​ທີ່​ພາກັນ​ຕີ​ໝໍ້​ແຫກ​ແຕກ​ໂປະ ​ເພື່ອ​ປະ​ທ້ວງ​ການ​ຂາດ​ແຄ​ນ
ອຫານ​ນັ້ນ. ຜູ້​ປະ​ທ້ວງ​ແມ່ຍິງ​ ຄົນ​ນຶ່ງ​ເວົ້າ​ວ່າ:

“ມັນ​ເປັນ​ໄປ​ໄດ້​ແນວ​ໃດ ທີ່​ພວກ​ເຮົາ ຊຶ່ງ​ເປັນ​ປະ​ເທ​ດທີ່​ອຸດົມ​
ຮັ່ງມີ​ໄປ​ດ້ວຍ​ນໍ້າ ມັນນັ້ນ ບໍ່ມີ​ຮອດ​ເຂົ້າ​ຊິ​ກິນ? ພວກ​ເຮົາ​ບໍ່​ມີ​
ຄວາມ​ໝັ້ນຄົງ​ເລີຍ ​ພວກ​ເຂົາ​ກໍາ ລັງຈະ​ຂ້າ​ລູກໆ​ຂອງ​ພວກ​ເຮົາ.”


ນັບ​ແຕ່​ເດືອນ​ແລ້ວ​ນີ້​ມາ ມີ​ຢ່າງ​ນ້ອຍ 20 ​ເສຍ​ຊີວິດ​ແລະ​ຫລາຍ​ຮ້ອຍ​ຄົນ ​ໄດ້​ຮັບ​ບາດ​ເຈັບ​ໃນ​ລະຫວ່າງ​ການ​ປະ​ທ້ວງ.

Venezuela Protests 2-9-14
please wait

No media source currently available

0:00 0:00:08 0:00


Anti-government demonstrators in Venezuela are showing no signs of backing away from their demand that President Nicolas Maduro resign.

On Saturday, protesters clashed with police in Caracas. For nearly a month, people have been venting their anger over food shortages, rising inflation and crime.

((BEGIN ACT Anti-government protester (no name) in SPANISH))

"Here Are the people who are fighting for a better future because in Venezuela there is no future and we need real change and unfortunately this is the only resource we Venezuelans have today to say we have some dignity"

President Maduro says some of the demonstrations are misguided.

Mr. Maduro also says the protests are part of a Washington-backed plot to bring down his government.

The United States has rejected that accusation.

A well known opposition leader (Henrique Capriles) says President Maduro has turned his back on the people, including those who bang empty pots in protest over food shortages. One of those demonstrators explains her anger:

"How is it possible that we are an oil rich country and we don't even have food , we don't have security, they are killing our kids"

Since last month, at least 20 people have died and hundreds have been wounded during demonstrations.
XS
SM
MD
LG