ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ເວເນຊູເອລາ ຂົ່ມຂູ່ວ່າ ຈະຢຶດເອົາ ໂຮງງານ ທີ່ຍຸຕິ ການຜະລິດສິນຄ້າ

ປະທານາທິບໍດີ ເວເນຊູເອລາ ນິໂກລາສ ມາດູໂຣ, ກາງ, ແລະ ຮອງປະທານາທິບໍດີ ເວເນຊູເອລາ ຮັກສາການ ດ້ານເສດຖະກິດ ແລະ ການຜະລິດ ທ່ານມິກູແອລ ເປເຣັສ ອາບາດ ທັກທາຍ ພວກສະໜັບສະໜູນ ໃນລະຫວ່າງການເຕົ້າໂຮມຊຸມນຸມ ໃນນະຄອນ ກາຣາກັສ ຂອງປະເທດເວເນຊູເອລາ, ວັນທີ 14 ພຶດສະພາ 2016.

ວິກິດການທາງດ້ານເສດຖກິດ ແລະ ການເມືອງຍິ່ງໜັກໜ່ວງຂຶ້ນໄປຕື່ມໃນວັນເສົາວານນີ້ ເວລາປະທານາທິບໍດີ ນິໂກລາສ ມາດູໂຣ ຂົ່ມຂູ່ວ່າ ຈະຍຶດເອົາໂຮງງານຕ່າງໆ ທີ່ອັດ ຢູ່ແລ້ວ ແລະຈະຈັບກຸມພວກເຈົ້າຂອງທັງຫຼາຍ ທີ່ຜູ້ກ່ຽວເວົ້າວ່າ “ພະຍາຍາມສ້າງຄວາມ ບໍ່ສະຫງົບໃນປະເທດ” ນັ້ນ.

ທ່ານ ມາດູໂຣ ໄດ້ກ່າວຕໍ່ພວກສະໜັບສະໜູນຢູ່ທີ່ໂຮມຊຸມນຸມໃນນະຄອນ ກາຣາກັສ ໃນ ຂະນະທີ່ປະເທດຊາດ ພວມດີ້ນຮົນເພື່ອຮັບມື ກັບການຂາດແຄນອາຫານ ໄພເງິນເຟີ້ ແລະ ການຈະຣາຈົນທີ່ເປັນໄປຢ່າງວ່ອງໄວ ແລະລຸນຫຼັງພຽງວັນດຽວ ທີ່ຜູ້ກ່ຽວ ໄດ້ຕໍ່ອາຍຸ ພາວະສຸກເສີນ ແລະກ່າວຫາວ່າ ສະຫະລັດ ພະຍາຍາມສ້າງຄວາມບໍ່ທຸ່ນທ່ຽງໃນປະເທດ ຂອງຕົນ.

ພວກຄົນຮ້ອງໂຮຕໍ່ຕ້ານ ລັດຖະບານ ຂອງປະທານາທິບໍ ເວເນຊູເອລາ ທ່ານ Nicolas Maduro ໃນລະຫວ່າງການເດີນຂະບວນປະທ້ວງ ໃນນະຄອນ ກາຣາກັສ, ປະເທດເວເນຊູເອລາ, ວັນທີ 14 ພຶດສະພາ 2016.
ພວກຄົນຮ້ອງໂຮຕໍ່ຕ້ານ ລັດຖະບານ ຂອງປະທານາທິບໍ ເວເນຊູເອລາ ທ່ານ Nicolas Maduro ໃນລະຫວ່າງການເດີນຂະບວນປະທ້ວງ ໃນນະຄອນ ກາຣາກັສ, ປະເທດເວເນຊູເອລາ, ວັນທີ 14 ພຶດສະພາ 2016.

ທ່ານກ່າວວ່າ “ພວກສະຫາຍທັງຫຼາຍ ເຮົາພ້ອມແລ້ວ ທີ່ຈະຍົກອຳນາດຄວບຄຸມ ໂຮງງານ ທີ່ກຸ່ມຫົວຈາຮີດນິຍົມ ຂອງປະເທດທີ່ອັດໄວ້ນັ້ນ ໃຫ້ແກ່ສະຫະກອນ. ໂຮງ ງານທີ່ຖືກອັດ ເປັນໂຮງງານທີ່ຈະມອບໃຫ້ ປະຊາຊົນ. ແຕ່ພວກເຮົາຈະເປັນຜູ້ດຳ ເນີນງານ. ມັນຈະຕ້ອງແມ່ນພວກເຮົາ. ມັນເຖິງເວລາແລ້ວ ທີ່ເຮົາຈະຕ້ອງໄດ້ລົງມື ແລະຮື້ຟື້ນການປະຕິວັດ.”

ທ່ານ ມາດູໂຣ ກ່າວວ່າ ຖ້າເຈົ້າຂອງໂຮງງານຜູ້ໃດ ຢຸດເຊົາຜະລິດ ໃນໂຮງງານ ຂອງຕົນ ຜູ້ນັ້ນ ກໍຈະຕ້ອງໜີອອກຈາກປະເທດໄປ ຫຼືບໍ່ກໍຈະຖືກໃສ່ກັບມື ແລ້ວສົ່ງ ໄປຂັງຄຸກ.”

ຄຳສັ່ງດັ່ງກ່າວ ທີ່ ມາດູໂຣ ອອກມາ ໃນວັນສຸກນີ້ ຍັງຮຽກຮ້ອງໃຫ້ຮ້ອງ ໃຫ້ພວກທະຫານ ປະຕິບັດໜ້າທີ່ຕ້ານກັບການ “ແຊກແຊງຂອງຕ່າງຊາດ” ທີ່ຜູ້ກ່ຽວເວົ້າວ່າ ນຳໄປສູ່ວິກິດ ການ ດ້ານການເງິນໃນປັດຈຸບັນນັ້ນ.

ມາດູໂຣ ໄດ້ກ່າວຕໍ່ທີ່ຊຸມນຸມວ່າ ເຮົາໄດ້ອອກຄຳສັ່ງແລ້ວ ໃຫ້ທະຫານຝຶກຊ້ອມແຫ່ງ ຊາດ ໃນວັນເສົາໜ້າ ເພື່ອຕຽມການຮັບມື ກັບເຫດການໃດໆ ອັນອາດຈະເກີດຂຶ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Venezuela Politics
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG