ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. Chvez ປະເຊີນ ອາການແຊກຊ້ອນ ຈາກປອດອັກເສບ ຮ້າຍແຮງ (ສະໄລດ໌)


ບັນດາຜູ້ສະໜັບສະໜຸນ ທ່ານ Hugos Chvez ພາກັນ ສູດມົນພາວະນາ ໃຫ້ສຸຂະພາບຂອງ ທ່ານ Chevez ຈົ່ງຫາຍເຊົາ.
ບັນດາຜູ້ສະໜັບສະໜຸນ ທ່ານ Hugos Chvez ພາກັນ ສູດມົນພາວະນາ ໃຫ້ສຸຂະພາບຂອງ ທ່ານ Chevez ຈົ່ງຫາຍເຊົາ.
ລັດຖະບານ ​Venezuela ກ່າວ​ວ່າ ປະທານາທິບໍດີ Hugo
Chavez ກໍາລັງ​ປະ​ເຊີນໜ້າ​ກັບ​ບັນຫາ​ແຊກ​ຊ້ອນ ຈາກ​ປອດ
​ອັກ​ເສບທີ່​ຮ້າຍ​ແຮງ.

ລັດຖະມົນຕີຖະ​ແຫລ​ງຂ່າວ Venezuela ທ່ານ Ernesto Villegas ກ່າວ​ໃນ​ວັນ​ພະຫັດ ວານ​ນີ້ວ່າ ປອດ​ອັກ​ເສບ ​ເຮັດ​ໃຫ້ “ການ​ຫາຍ​ໃຈ​ບໍ່​ພຽງພໍ” ທີ່​ບັງຄັບ​ໃຫ້ທ່ານ Chavez ຕ້ອງ​ໄດ້​ປະຕິບັດ​ຢ່າງ​ເຄັ່ງ​ຄັດ​ ຕໍ່​ການ​ປິ່ນປົວຂອງ​ແພດ. ທ່ານບໍ່​ໄດ້ໃຫ້ລາຍ​ລະອຽດຫຍັງ
​ເພີ້​ມ​ເຕີມ.

ຜູ້​ນໍາຂອງ Venezuela ບໍ່ໄດ້​ປະກົດ​ຕົວໃນທີ່ສາທາລະນະ ນັບ​ຕັ້ງ​ແຕ່ ທ່ານໄດ້​ຮັບ​ການຜ່າຕັດ​ມ​ະ​ເຮັງຢູ່ທີ່ຄິວບາ ​ໃນ​ວັນ​ທີ 11 ​ເດືອນ​ທັນວາ. ທ່ານ​ໄດ້​ຖືກ​ກວດ​ພົບ​ວ່າ​ ​ເປັນມະ​ເຮັງໃນ​ປີ 2011 ​ແຕ່​ບໍ່​ເຄີຍ​ເປີດ​ເຜີຍໃຫ້​ຊາບ​ກ່ຽວ​ກັບ​ຊະນິດຫລື​ຄວາມ​ຮ້າຍ​ແຮງຂອງ​ມະ​ເຮັງ​ນັ້ນ​ແຕ່​ຢ່າງ​ໃດ.

​ໃນ​ຕົ້ນ​ອາທິດ​ນີ້ ຮອງ​ປະທານາທິບໍດີ Nicholas Maduno ​ໄດ້​ກ່າວ ​ເຖິງ​ອາການ​ຂອງທ່ານ Chavez ວ່າ “ຢູ່​ໃນ​ຂັ້ນອັນຕະລາຍ.”

ບັນດາ​ຜູ້​ນໍາ​ຝ່າຍ​ຄ້ານ​ຂອງ Venezuela ​ພາກັນ​ຮຽກຮ້ອງ​ຢາກ​ຊາບ ກ່ຽວ​ກັບ​ອາການ​ຂອງທ່ານ Chavez ຫລາຍ​ກວ່າ​ນີ້.

ທ່ານມີ​ກໍານົດ​ທີ່​ຈະ​ເຂົ້າ​ສາບານ​ໂຕ​ ​ເຂົ້າຮັບ​ຕຳ​ແໜ່​ງຕື່ມ​ອີກ​ສະ​ໄໝ​ນຶ່ງ ​ເປັນ​ເວລາ 6 ປີ ​ໃນ​ວັນ​ທີ 10 ເດືອນມັງກອນຈະ​ມາ​ເຖິງ​ນີ້ ຫລັງ​ຈາກ​ໄດ້ຊະນະ​ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ Henrique Capriles ​ໃນ​ການ​ລົງ​ຄະແນນ​ສຽງເມື່ອ​ເດືອນ​ຕຸລາປີ​ກາຍ.

ລັດ​ຖະທໍາ​ມະນູນຂອງ Venezuela ລະບຸ​ໄວ້​ວ່າ ຖ້າ​ຫາກປະທານາທິ ບໍດີ​ເສຍ​ຊີວິດ​ລົງ​ໄປ ຫລື​ປະກາດ​ວ່າ ບໍ່​ມີ​ຄວາ​ມາ​ສາມາດ​ໃນ​ການ​ປະຕິ ບັດ​ໜ້າ​ທີ່​ແລ້ວ​ ການ​ເລືອກ​ຕັ້ງ​ໃໝ່​ຈະ​ຕ້ອງ​ໄດ້​ຈັດຂື້ນພາຍ​ໃນ 30 ​ມື້.

XS
SM
MD
LG