ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍຮ້ອຍພັນຄົນ ເດີນຂະບວນ ຮຽກຮ້ອງໃຫ້ ຈັດການລົງປະຊາມະຕິ ປົດທ່ານ Maduro


ການປະທ້ວງ ຂອງພັກຝ່າຍຄ້ານ ທີ່ນະຄອນຫລວງ Caracas ປະເທດເວເນຊູເອລາ. (1 ກັນຍາ 2016)
ການປະທ້ວງ ຂອງພັກຝ່າຍຄ້ານ ທີ່ນະຄອນຫລວງ Caracas ປະເທດເວເນຊູເອລາ. (1 ກັນຍາ 2016)

ພວກ​ຕໍ່ຕ້ານ​ປະທານາທິບໍ​ດີ​ເວ​ເນ​ຊູ​ເອລາ ທ່ານ Nicolas Maduro ຫຼາຍຮ້ອຍພັນ​ຄົນຊຶ່ງ ​ຈຳນວນ​ນຶ່ງ ​ແມ່ນ​ເດີ​ນທາງ​ໄປ​ແຕ່​ໝູ່​ບ້ານ​ ທີ່ຢູ່ສອກຫຼີກຫ່າງ​ໄກ​ໃນ​ເຂດ Amazon ​ໄດ້​ພາ ກັນ​ເດີນ​ຂະ​ບວນຢູ່​ຕາມ​ຖະໜົນ​ຫົນທາງ​ ​ໃນ​ນະຄອນຫລວງ Caracas.

ພວກ​ປະ​ທ້ວງ​ຈຳນວນ​ນຶ່ງ ​ພາກັນ​ຮ້ອງໂຮ​ຂຶ້ນວ່າ “​ເວ​ເນ​ຊູ​ເອລາ​ກຳລັງອຶ​ດຫິວ” ຊຶ່ງທັງ​ໝົດ​ແມ່ນ​ພາກັນ​ໃສ່​ຊຸດ​ສີຂາວ​ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ເດີນ​ຂະ​ບວນ​ໄປ​ຍັງ ​ເຂດ​ກ້ຳ​ຕາ​ເວັນ​ອອກ​ຂອງ​ນະຄອນ​ຫຼວງ.

ພວກ​ປະ​ທ້ວງ​ກຳລັງ​ກົດ​ດັນ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ລົງ​ປະຊາ​ມະຕິ​ປົດ​ປະທານາທິບໍດີ ​ອອກ​ຈາກ​ຕຳ​ແໜ່​ງ ຊຶ່ງ​ຄະ​ແນນ​ນິຍົມ​ຂອງ​ທ່ານ​ໃນ​ປັດຈຸບັນ ແມ່ນ​ຫຼຸດຕ່ຳລົງສູ່​ລະດັບ​ທີ່​ໜ້າ​ເປັນ​ຫ່ວງ 25 ​ເປີ​ເຊັນ​ໃນປີນີ້.

ພວກ​ຝ່າຍ​ຄ້ານ​ຫວັງ​ວ່າ ​ຈະ​ມີ​ປະ​ຊາ​ຊົນຫຼາຍ​ເຖິງ​ນຶ່ງ​ລ້ານ​ຄົນ​ເຂົ້າຮ່ວມ ໃນ​ການ​ເດີນ​ຂະ​ບວນ​ຢູ່​ທີ່​ນະຄອນຫຼວງໃນ​ວັນ​ພະຫັດ​ວານ​ນີ້ ເພື່ອ​ປະ​ທ້ວງສະພາບ​ເສດຖະກິດຖົດຖອຍ ​ເງິນເຟີ້ທີ່​ສູງ​ກວ່າ 100 ​ເປີ​ເຊັນ ຕະຫຼອດທັງ​ການ​ຂາດ​ແຄນ​ອາຫານ​ການ​ກິນ​ແລະ​ເຄື່ອງ​ ໃຊ້ຂອງ​ສອຍຈຳ​ເປັນ​ຕ່າງໆ​ ທີ່ຍັງ​ມີ​ຢູ່​ຕໍ່​ມານັ້ນ.

ທ່ານ Maduro ​ໄດ້​ຂູ່​ວ່າ ຈະ​ຈັບ​ພວກ​ຜູ້ນຳ​ຝ່າຍ​ຄ້າຍ​ຂັງ​ຄຸກຖ້າ​ຫາກ​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ ​ແຕ່​ທ່ານ Jesus Torrealba ຜູ້ນຳ​ຂອງ​ພັກສາ​ມັກ​ຄີ​ປະຊາທິປະ​ໄຕ​ໂຕະມົນຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ກ່າວ​ວ່າ ການ​ເດີນ​ຂະ​ບວນຈະ​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ສະຫງົບ.

ທ່ານ​ເວົ້າວ່າ “ບໍ່​ມີ​ໃຜ​ແກວ່ງ​ກ້ອນ​ຫີນ ບໍ່​ມີ​ໃຜ​ໃສ່​ເຄື່ອງ​ຄຸມ​ຫົວ ບໍ່​ມີ​ຜູ້​ໃດ​ທັບ​ແກ້ວໃຫ້​ແຕກ ສິ່ງ​ທີ່​ຈະ​ເກີດ​ຂຶ້ນກໍ​ແມ່ນ ​ການສະ​ແດງ​ອອກ​ຊຶ່ງ​ປະຊາທິປະ​ໄຕ​ຂອງ​ປະ​ຊາ​ຊົນ ຢູ່​ຕາມ​ຖະ ໜົນຫົນທາງ​ທໍ່​ນັ້ນ.”

ພວກ​ຝ່າຍ​ຄ້ານ​ເອີ້ນການ​ປະ​ທ້ວງ​ນີ້ວ່າ “​ເຂົ້າຍຶດ​ເອົານະຄອນ Caracas” ​ໄດ້​ພາກັນ​ຮ້ອງ​ໂຮ​ຂຶ້ນ “ລັດຖະບານ​ຊຸດ​ນີ້ຈະ​ພັງ​ທະລາ​ຍ” ​ໃນ​ຂະນະ​ທີ່ເຂົາ​ເຈົ້າ​ເດີນ​ຂະ​ບວນ​ ໄປຕາມຖະ ໜົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ນະຄອນຫຼວງ ​ເພື່ອ​ທວງ​ໃຫ້​ມີ​ການ​ເອົາ​ມາດຕະການ​ຕໍ່​ປະທາ ນາທິບໍດີ.

​ແຕ່​ຄະນະ​ກຳມະການ​ເລືອກ​ຕັ້ງບໍ່​ຍອມເຄື່ອນ​ໄຫວ​ຫຍັງ ​ຈຶ່ງ​ເຮັດ​ໃຫ້ການ​ລົງ​ປະຊາມະຕິ​ປົດ​ປະ​ທາ​ນາ​ທິບໍດີໃນ​ປີນີ້ ບໍ່​ມີ​ທ່າ​ທາງ​ວ່າ​ຈະ​ເກີດ​ຂຶ້ນ.

ຂະ​ນະ​ດຽວ​ກັນ ການ​ປະ​ທ້ວງ​ຂອງ​ພວກ​ເສື້ອ​ແດງ​ທີ່​ສະໜັບສະໜຸນ​ລັດຖະບານ ກໍ​ໄດ້​ມີ​ຂຶ້ນ​ໃນ​ວັນ​ພະຫັດ​ວານ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG