ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເວເນຊູເອລາ ຈະຖອນໂຕ ອອກຈາກ ອົງການ ບັນດາປະເທດ ໃນທະວີບອາເມຣິກາ ຫຼື OAS


ພວກອາສາສະໝັກ ຊ່ອຍຜູ້ປະທ້ວງຄົນນຶ່ງ ຜູ້ທີ່ໄດ້ຮັບບາດເຈັບ (ກາງ) ໃນລະຫວ່າງການຊຸມນຸມປະທ້ວງຕໍ່ຕ້ານ ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ໃນນະຄອນຫຼວງ Caracas ຂອງເວເນຊູເອລາ, ວັນທີ 24 ເມສາ 2017.
ພວກອາສາສະໝັກ ຊ່ອຍຜູ້ປະທ້ວງຄົນນຶ່ງ ຜູ້ທີ່ໄດ້ຮັບບາດເຈັບ (ກາງ) ໃນລະຫວ່າງການຊຸມນຸມປະທ້ວງຕໍ່ຕ້ານ ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ໃນນະຄອນຫຼວງ Caracas ຂອງເວເນຊູເອລາ, ວັນທີ 24 ເມສາ 2017.

ເວເນຊູເອລາ ໄດ້ປະກາດ ເມື່ອຕອນແລງວັນພຸດວານນີ້ ວ່າ ຕົນຈະຖອນໂຕອອກຈາກ
ອົງການບັນດາປະເທດ ໃນທະວີບອາເມຣິກາ ຫຼື OAS ຫຼັງຈາກການຈັດຕັ້ງພາຍໃນ
ຂົງເຂດ ໄດ້ລົງຄະແນນສຽງ ທີ່​ຈະຈັດກອງປະຊຸມນັດພິເສດ ​ເພື່ອປຶກສາຫາລື ກ່ຽວ​ກັບ
ວິກິດການດ້ານການເມືອງ ​ໃນເວເນຊູເອລາ.

ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ ທ່ານນາງ Delcy Rodriguez ໄດ້ກ່າວວ່າ
ປະເທດຂອງທ່ານ​ນາງ ຈະນຳສະເໜີເອກກະສານຮ້ອງຮຽນສະບັບນຶ່ງ ໃນວັນພະຫັດມື້ນີ້
ທີ່ຈະລິເລີ່ມຂັ້ນຕອນ ຂອງການຖອນໂຕ ທີ່​ໃຊ້​ເວລາ 2 ປີ.

ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ ທ່ານນາງ Delcy Rodriguez ກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ທີ່ ວັງ Miraflores ໃນນະຄອນຫຼວງ Caracas ຂອງເວເນຊູເອລາ, ວັນທີ 26 ເມສາ 2017.
ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ ທ່ານນາງ Delcy Rodriguez ກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ທີ່ ວັງ Miraflores ໃນນະຄອນຫຼວງ Caracas ຂອງເວເນຊູເອລາ, ວັນທີ 26 ເມສາ 2017.

ທ່ານນາງ Rodriguez ໄດ້ກ່າວວ່າ “ເວເນຊູເອລາ ຈະບໍ່ເຂົ້າຮ່ວມ ໃນກິດຈະ ກຳ ຫລື
​ພິທີ​ໃດໆ ​ໃນ​ອະນາຄົດ ຊຶ່ງກຸ່ມບັນດາປະເທດດັ່ງກ່າວນີ້ ພຽງ​ແຕ່ຢາກຈະລົບ​ກວນ​
ຕໍ່ ສະຖຽນລະພາບ ແລະ ສັນຕິພາບ ຂອງປະເທດພວກເຮົາ ໂດຍຫາທາງ ທີ່ຈະ
ເຂົ້າມາແຊກແຊງ ແລະ ຫາ​ທາງ​ກ້າວ​ກ່າຍ.”

ເວເນຊູເອລາ ໄດ້ເຕືອນອົງການ OAS ໄປແລ້ວວ່າ ການລົງຄະແນນສຽງທີ່​ຈະຈັດ
ກອງປະຊຸມນັດພິເສດ ນັ້ນ ຖືວ່າ ເປັນການຢືນຢັນຕໍ່ການຕັດສິນໃຈຖອນໂຕອອກ.

ເມື່ອຕົ້ນເດືອນນີ້ ອົງການ OAS ໄດ້ມີມະຕິ ທີ່ຮຽກຮ້ອງໃຫ້ລັດຖະບານຂອງ ປະທານາ
ທິບໍດີ Nicolas Maduro ເຄົາລົບນັບຖື ລະບຽບການແບ່ງແຍກອຳນາດ ແລະ ໃຫ້ຟື້ນ
ຟູລະບຽບການ​ປົກຄອງ ທີ່ເປັນປະຊາທິປະໄຕຢ່າງຄົບຖ້ວນ.

ເວເນຊູເອລາ ໄດ້ປະເຊີນກັບການປະທ້ວງມາໄດ້ເດືອນນຶ່ງແລ້ວ ທີ່ກົດດັນໃຫ້ ທ່ານ
ມາດູໂຣ ຈັດການເລືອກຕັ້ງທົ່ວປະເທດໃໝ່ ແລະຄາດກັນວ່າ ຈະມີການປະທ້ວງຕື່ມອີກ
ໃນວັນພະຫັດມື້ນີ້. ການເດີນຂະບວນປະທ້ວງ ໄດ້ເຮັດໃຫ້ປະ ຊາຊົນ 29 ຄົນເສຍຊີວິດ
ຫຼາຍກວ່າ 400 ຄົນ ໄດ້ຮັບບາດເຈັບ ແລະເກືອບ 1,000 ຄົນ ໄດ້ຖືກຄວບຄຸມໂຕ.

ກຸ່ມຝ່າຍຄ້ານ ຖິ້ມໂທດໃສ່ລັດຖະບານກ່ຽວ​ກັບບັນຫາທີ່ເກີດຂຶ້ນກັບປະເທດ ຊຶ່ງໃນ
ຄັ້ງນຶ່ງ ເສດຖະກິດ​ໄດ້ຂະຫຍາຍໂຕຢ່າງວ່ອງໄວ ແຕ່ໃນປັດຈຸບັນນີ້ ໄດ້ຫາຍໄປແລ້ວ
ຫຼົງເຫຼືອພຽງແຕ່ການຂາດແຄນອາຫານການກິນ ຢາປົວພະຍາດ ແລະ ສິນຄ້າ​ທີ່​
ຈຳ​ເປັນຕ່າງໆ.

ທ່ານ ມາດູໂຣ ໄດ້ປະນາມອົງການ OAS ທີ່ມີຫ້ອງການຕັ້ງຢູ່ໃນນະຄອນຫຼວງ ວໍຊິງຕັນ
ໂດຍປຽບທຽບການກະທຳຂອງກຸ່ມນີ້ ຄືກັນກັບການກໍ່ລັດຖະປະຫານ.

Venezuela OAS
please wait
Embed

No media source currently available

0:00 0:01:28 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG