ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. Chavez ແຫ່ງ ເວເນຊູເອລາ ເຖິງແກ່ ອະສັນຍະກໍາ (ສະໄລດ໌/ວີດີໂອ)


ປະທານາທິບໍດີ ເວເນຊູເອລາ ທ່ານ Hugo Chavez ໄດ້ເຖິງແກ່ ອະສະຍະກໍາ ແລ້ວຍ້ອນມະເຮັງຢູ່ງ່າມຂາ
ປະທານາທິບໍດີ ເວເນຊູເອລາ ທ່ານ Hugo Chavez ໄດ້ເຖິງແກ່ ອະສະຍະກໍາ ແລ້ວຍ້ອນມະເຮັງຢູ່ງ່າມຂາ
ປະທານາທິບໍດີ​ເວ​ເນ​ຊູ​ເອລາ ທ່ານ Hugo Chavez ​ໄດ້​ເຖິງ
ແກ່​ອະ ສັນຍະ​ກໍາ​ແລ້ວຫລັງ​ຈາກໄດ້​ຕໍ່​ສູ້ກັບ​ໂຣກ​ມະ​ເຮັງມາ​
ເປັນ​ເວລາ​ດົນນານ ຮວມ​ອາຍຸ​ໄດ້ 58 ປີ.

ຮອງ​ປະທານາທິບໍດີ ທ່ານ Nicholas Maduro ​ໄດ້ປະກາດ
ໃຫ້​ຊາບ ກ່ຽວ​ກັບ​ການ​ເຖິງ​ແກ່​ອະສັນ​ຍະກຳ ຜ່ານ​ທາງ​ໂທລະ
ພາບ​ແຫ່ງ​ຊາດ​ໃນ​ວັນ​ອັງຄານ​ວານ​ນີ້. ທ່ານ​ໄດ້​ຮຽກຮ້ອງ​ໃຫ້
​ຊາວ​ເວ​ເນ​ຊູ​ເອລາຈົ່ງ​ສ​ະແດ​ງ ຄວາມ​ເຂັ້ມ​ແຂງ ​ແລະ​ກ້າຫານ ​
ພ້ອມ​ທັງ​ເປັນ​ນໍ້າ​ນຶ່ງ​ໃຈ​ດຽວ​ກັນ ​ແລະ​ເຮັດ​ໃຫ້​ຫລ້ອນຄວາມ
ຄາດ​ໝາຍ​ຂອງບຸກຄົນທີ່​ທ່ານ​ຮ້ອງ​ວ່າ “ຜູ້​ນໍາ​ທີ່​ຍິງ​ໃຫຍ່” ນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດທ່ານ​ Elias Jaua ​ໄດ້​ປະກາດກ່ຽວ​ກັບ​ການໄວ້ອາ​ໄລ​ແຫ່ງ​ຊາດ​ເປັນ​ເວລາເຈັດ​ມື້. ທ່ານກ່າວ​ວ່າ ສົບ​ຂອງທ່ານ Chavez ຈະ​ນໍາ​ໄປ​ດອຍ​ໄວ້ ​ທີ່ວິທະຍາ​ໄລ​ທະຫານ ກ່ອນ​ພິທີ​ສົ່ງສະ ການ ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້.

ປະທານາທິບໍດີ Chavez ​ໄດ້ໄປ​ຮັບ​ການ​ປິ່ນປົວມະ​ເຮັງຢູ່ຄິວ​ບາກ່ອນ ​ກັບ​ມານະຄອນຫຼວງ Caracas ​ໃນ​ເດືອນ​ແລ້ວ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານໄດ້​ຕິດ​ເຊື້ອຢ່າງ​ຮ້າຍ​ແຮງ ຫລັງ​ຈາກການ​ປິ່ນປົວດ້ວຍ​ເຄ ມີ​ບຳບັດ​ຫຼື chemotherapy ທີ່​ໂຮງໝໍ​ທະຫານ​ໃນ​ນະຄອນຫລວງ Caracas.


ທ່ານ Chavez ເປັນ​ມະ​ເຮັງ​ທີ່ກະດູກ​ງ່າມຂາ. ທ່ານບໍ່​ໄດ້​ປະກົດຕົວ​ໃນ​ທີ່ສາທາລະນະ​ ນັບ​ຕັ້ງ​ແຕ່​ເດືອນ​ທັນວາ​ເປັນຕົ້ນມາ ແລະ​ບໍ່​ໄດ້​ໄປຮ່ວມ ​ພິທີ​ເຂົ້າ​ຮັບຕໍາ​ແໜ່​ງຕື່ມ​ອີກ​ສະ​ໄໝ​ນຶ່ງ ​ໃນເດືອນ​ມັງກອນຜ່ານ​ມາ.

ຮອງ​ປະທານາທິບໍດີ Maduro ກ່າວ​ຫາ​ສັດຕູ ​ຂອງ​ເວ​ເນ​ຊູ​ເອລາວ່າ ​ເຮັດປະທານາທິ
ບໍດີ Chavez ​ເປັນມະ​ເຮັງ. ທ່ານ​ບໍ່​ໄດ້​ກ່າວວ່າ ມັນ​ເຮັດ​ດ້ວຍ​ວິ​ທີໃດ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ອອກ​ຖະ​ແຫລ​ງການ ​ໂດຍ​ກ່າວ​ວ່າ ສະຫະລັດ ​ໄດ້​ໃຫ້ການຢືນຢັນ​ອີກ​ຄັ້ງນຶ່ງ ໃນ​ການສະໜັບສະ​ໜຸນ​ຂອງ​ຕົນ ຕໍ່
ປະຊາຊົນເວ​ເນ​ຊູ​ເອລາ ​ແລະ​ໝາຍໝັ້ນ​ຕໍ່ນະ​ໂຍບາຍ ​ເພື່ອ​ຊຸກຍູ້​ປະຊາທິປະໄຕ ​ແລະ​ສິດທິ​ມະນຸດ.

​ນອກ​ນັນ ໃນ​ວັນ​ອັງຄານມື້​ນີ້ ​ເວ​ເນ​ຊູ​ເອລາ ​ໄດ້ຂັບ​ໄລ່​ນັກ​ການ​ທູດສະ ຫະລັດສອງ​ຄົນ​ອອກ​ຈາກ​ປະ​ເທດ ​ໂດຍກ່າວ​ຫາ​ວ່າ​ເຂົາ​ເຈົ້າວ່າ ໄດ້​ພົບ​ກັບບັນດາ​ນາຍ​ທະຫານ ​ແລະ​ວາງ​ແຜນ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ໃຫ້​ແກ່​ລັດ ຖະບານ.

ບັນດາ​ນັກ​ການ​ທູດ​ສອງ​ຄົນ​ນັ້ນ​ແມ່ນທີ່ປຶກສາທະຫານ​ອາກາດ ​ເຈົ້າ​ໜ້າ​ທີ່​ທະຫານ​ອາກາດ ທີ່​ສັງກັດ​ຢູ່​ໃນ​ສະຖານທູດ.

ຖະ​ແຫລ​ງການ​ສະບັບ​ນຶ່ງ​ຈາກກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້​ປະຕິ​ເສດ​ການ​ກ່າວ​ຫາຂອງເວ​ເນ​ຊູ​ເອລາກ່ຽວ​ກັບພວກ​ນັກ​ການທູດແລະ​ຮ້ອງ​ການ​ກ່າວ​ຫາທີ່​ວ່າ ສະຫະລັດພົວພັນ​ກັບ​ການ​ເຮັດ​ໃຫ້​ທ່ານ Chavez ​ເປັນ​ມະ​ເຮັງນັ້ນ​ວ່າ ​ເປັນ​ໜ້າ​ຢາກຫົວ.

XS
SM
MD
LG