ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະສະພາ ເວເນຊູເອລາ ກ່າວວ່າ ລັດຖະບານ ໄດ້ກໍ່ລັດຖະປະຫານ


ຮູບພາບທົ່ວໄປຂອງສະພາແຫ່ງຊາດຂອງ ເວເນຊູເອລາ ໃນຂະນະທີ່ບັນດາຜູ້ສະໜັບສະໜູນຂອງປະທານາທິບໍດີ
ທ່ານ Nicolas Maduro ບຸກເຂົ້າໄປໃນກອງປະຊຸມ
ຂອງສະພາແຫ່ງຊາດ ໃນນະຄອນຫຼວງ Caracas, ເວເນຊູເອລາ, 23 ຕຸລາ, 2016.
ຮູບພາບທົ່ວໄປຂອງສະພາແຫ່ງຊາດຂອງ ເວເນຊູເອລາ ໃນຂະນະທີ່ບັນດາຜູ້ສະໜັບສະໜູນຂອງປະທານາທິບໍດີ ທ່ານ Nicolas Maduro ບຸກເຂົ້າໄປໃນກອງປະຊຸມ ຂອງສະພາແຫ່ງຊາດ ໃນນະຄອນຫຼວງ Caracas, ເວເນຊູເອລາ, 23 ຕຸລາ, 2016.

ລັດຖະສະພາຂອງ ເວເນຊູເອລາ ໄດ້ປະກາດໃນວັນອາທິດວານນີ້ວ່າ ລັດຖະບານ ໄດ້ກໍ່ ລັດຖະປະຫານດ້ວຍການກີດກັ້ນຄວາມພະຍາຍາມໃນການລົງປະຊາມະຕິ ທີ່ອາດນຳໄປ ສູ່ການຂັບໄລ່ປະທານາທິບໍດີ Nicolas Maduro ອອກຈາກຕຳແໜ່ງນັ້ນ.

ໃນລະຫວ່າງກອງປະຊຸມສຸກເສີນສະໄໝວິສນມັນນັ້ນ, ສະຖາບັນນິຕິບັນຍັດສຽງສ່ວນ ຫຼາຍຂອງພັກຝ່າຍຄ້ານໄດ້ຮັບຮອງມະຕິສະບັບໜຶ່ງເພື່ອປະກາດ ກ່ຽວກັບ “ການລົ້ມລະ ລາຍຂອງຄຳສັ່ງຂອງລັດຖະທຳມະນູນ” ແລະ “ການກໍ່ລັດຖະປະຫານດຳເນີນໂດຍລະ ບອບ ການປົກຄອງຂອງທ່ານ Nicolas Maduro.”

ຜູ້ນຳສຽງສ່ວນຫຼາຍທ່ານ Julio Borges ຈາກພັນທະມິດສາມັກຄີປະຊາທິປະໄຕໄດ້ກ່າວ ວ່າ “ການກໍ່ລັດຖະປະຫານຢ່າງຕໍ່ເນື່ອງໄດ້ຖືກກະທຳຢ່າງບໍ່ຖືກຕ້ອງໃນ ເວເນຊູເອລາ, ໄປຈົນເຖິງການຕັດສິນໃຈທີ່ຈະຍາດແຍ່ງລົ້ມເລີກການລົງປະຊາມະຕິຂອງພວກເຮົາ. ພວກເຮົາມາທີ່ນີ້ເພື່ອປະກາດຢ່າງເປັນທາງການເຖິງຄວາມໜ້າສະຫຼົດໃຈ ແລະ ການ ແຕກຫັກທີ່ເຈັບປວດຂອງ ລັດຖະທຳມະນູນ.”

ນອກນັ້ນ ສະພານິຕິບັນຍັດ ຍັງໄດ້ສະເໜີວ່າຈະສັບປ່ຽນບັນດາຜູ້ພິພາກສາສານສູງສຸດ ແລະ ບັນດາເຈົ້າໜ້າທີ່ເລືອກຕັ້ງແຫ່ງຊາດອີກດ້ວຍ.

ບັນດາສະມາຊິກສະພາທີ່ສະໜັບສະໜູນລັດຖະບານຂອງທ່ານ Maduro ໄດ້ກ່າວຫາພັກ ຝ່າຍຄ້ານວ່າເອົາລັດເອົາປຽບຈາກສະຖານະການ ເພື່ອກໍ່ລັດຖະປະຫານ.

ຜູ້ນຳພັກຝ່າຍຄ້ານທ່ານ Henrique Capriles ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງ ຂ່າວໃນນະຄອນຫຼວງ Caracas, ເວເນຊູເອລາ. 21 ຕຸລາ 2016.
ຜູ້ນຳພັກຝ່າຍຄ້ານທ່ານ Henrique Capriles ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງ ຂ່າວໃນນະຄອນຫຼວງ Caracas, ເວເນຊູເອລາ. 21 ຕຸລາ 2016.

ທ່ານ Earle Herrera ສະມາຊິກສະພາ ກ່າວວ່າ “ຢ່າພະຍາຍາມເອົາລັດເອົາປຽບຊ່ວງ ເວລາທີ່ຫຍຸ້ງຍາກນີ້ເພື່ອທຳລາຍປະເທດຂອງພວກເຮົາ.”

ໃນວາລະກອງປະຊຸມຂອງມື້ວັນອາທິດວານນີ້, ລັດຖະສະພາຍັງຢາກລົງຄະແນນສຽງ ເພື່ອນຳຕົວທ່ານ Maduro ໄປດຳເນີນຄະດີ, ແຕ່ບັນດາຜູ້ແທນກຳໄດ້ຖືກຢຸດຢັ້ງໄວ້ ຫຼັງ ຈາກພວກປະທ້ວງທີ່ສະໜັບສະໜູນລັດຖະບານໄດ້ບຸກເຂົ້າໄປໃນຕຶກທີ່ມີການຮັກສາ ຄວາມປອດໄພຢ່າງເຄັ່ງຄັດນັ້ນ.

ໂຄສົກພັກຝ່າຍຄ້ານທ່ານ Jesus Torrealba ກ່າວວ່າ ສິ່ງທີ່ໄດ້ເກີດຂຶ້ນຢູ່ໃນຕຶກລັດຖະ ສະພາ ໄດ້ສະແດງໃຫ້ເຫັນວ່າ ປະຊາທິປະໄຕແມ່ນກຳລັງດີ້ນຮົນຢູ່ໃນປະເທດນີ້ແນວໃດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Venezuela Politics
please wait
Embed

No media source currently available

0:00 0:01:22 0:00

XS
SM
MD
LG