ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເວເນຊູເອລາ ຈັບຕໍາຫລວດ 12 ຄົນ ທີ່ພົວພັນກັບ ການສັງຫານລູກສາວ ກົງສູນຊີເລ


ທ່ານ Fernando Berendique, ທາງໜ້າຂ້າງຂວາ ກົງສູລຊີເລປະຈໍາ
ເວເນຊູເອລາ ຊ່ອຍຫາມຫີບສົບລູກສາວຂອງທ່ານ ທີ່ຖືກຕໍາຫລວດ
ຍິງຕາຍໃນວັນເສົາວານນີ້.
ວັນທີ 18 ມີນາ 2012.2012.
ທ່ານ Fernando Berendique, ທາງໜ້າຂ້າງຂວາ ກົງສູລຊີເລປະຈໍາ ເວເນຊູເອລາ ຊ່ອຍຫາມຫີບສົບລູກສາວຂອງທ່ານ ທີ່ຖືກຕໍາຫລວດ ຍິງຕາຍໃນວັນເສົາວານນີ້. ວັນທີ 18 ມີນາ 2012.2012.

ເຈົ້າ​ໜ້າ​ທີ່ເວ​ເນ​ຊູ​ເອລາ ​ໄດ້​ຈັບ​ກຸມ​ສະມາຊິກ 12 ຄົນ​ຂອງ​ໜ່ວຍສືບ ສວນ​ສອບ​ສວນ​ຂອງ​ຕໍາຫລວດ​ ທີ່​ສົງ​ໄສ​ວ່າ​ມີ​ສ່ວນ​ພົວພັນໃນ​ການ​ຍິງ​ລູກ​ສາວ​ໄວ​ຮຸ່ນ ຂອງ​ນັກ​ການ​ທູດຊີ​ເລ​ຄົນ​ນຶ່ງນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ເວ​ເນ​ຊູ​ເອລາ ກ່າວ​ວ່າ ນາງ Karen Berendique ​ໄວ 19 ປີ​ ໄດ້​ຖືກຍິງ​ຕາຍ​ໃນ​ເຊົ້າ​ວັນ​ເສົາ​ວານ​ນີ້​ ໃນ​ຂະນະ​ທີ່​ຂີ່​ໄປ​ໃນ​ລົດ​ຄັນ​ນຶ່ງ ຊຶ່ງ​ອ້າຍ​ຂອງ​ລາວ​ເປັນ​ຜູ້​ຂັບ​ ​ໃນ​ເມືອງ Maracaibo ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ເວ​ເນ​ຊູ​ເອລາ. ນາງ Karen ​ເປັນ​ລູກ​ສາວ​ຂອງ​ທ່ານ Fernando Berendique ກົງ​ສູນ​ຂອງ​ຊີ​ເລ.

ທາ​ງການ​ເວ​ເນ​ຊູ​ເອ​ລາ ກ່າວ​ວ່າ ຕໍາຫລວດ​ໄດ້​ເປີດ​ສາກ​ຍິງ​ໃສ່​ລົດຂອງ​ເຂົາ​ເຈົ້າ ຫລັງ​ຈາກ​ຄົນ​ຂັບ​ບໍ່​ຍອມ​ຢຸດລົດ ເວລາ​ຕໍາຫລວດ​ສັ່ງໃຫ້ຢຸດ.

ທ່ານ Jose Ramirez ຫົວໜ້າ​ໜ່ວຍ​ສືບສວນ​ທາງ​ອາຍາແລະ​ວິທະ ຍາສາດ ຊຶ່ງ​ເປັນ​ຫົວໜ້າ​ຂອງ​ພວກ​ຕໍາຫລວດ 12 ຄົນ​ທີ່ຖືກ​ຈັບ​ກຸມ​ນີ້ ກ່າວ​ວ່າ ຕໍາຫລວດກໍ​າລັງ​ທໍາ​ການ​ສືບສວນເລື້ອງ​ການ​ລັກຂະ​ໂມ​ຍລົດ​ ​ໃນ​ເວລາ​ທີ່​ມີ​ການ​ຍິງ​ລົດ​ຂອງ​ລູກ​ສາວ​ຂອງ​ກົງສູນ Berendique ນັ້ນ.

ລັດຖະບານ​ຊີ​ເລ ​ໄດ້​ກ່າວ​ປະນາມ​ການ​ໃຊ້​ກໍາລັງ​ດັ່ງກ່າວ ​ແລະ​ທວງເອົາ​ຄໍາຊີ້​ແຈງກ່ຽວ​ກັບ​ເຫດການຍິງ​ນາງ Karen ​ຕາຍ ໃນ​ເວລາອັນໄວ​ທີ່​ສຸດ ເທົ່າ​ທີ່​ຈະ​ໄວ​ໄດ້.

XS
SM
MD
LG