ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເວເນຊູເອລາ ປະທ້ວງ ການລົງໂທດ ຂອງສະຫະລັດ


ແມ່ຍິງຄົນນຶ່ງ ພວມຮ້ອງເພງໃຫ້ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez ຂະນະທີ່ທ່ານກັບມາເຖິງ ທຳນຽບປະທານາທິບໍດີ ຫຼັງຈາກໄປປົວໂຣກມະເຮັງຄັ້ງທີ 3 (2 ກັນຍາ 2011)
ແມ່ຍິງຄົນນຶ່ງ ພວມຮ້ອງເພງໃຫ້ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez ຂະນະທີ່ທ່ານກັບມາເຖິງ ທຳນຽບປະທານາທິບໍດີ ຫຼັງຈາກໄປປົວໂຣກມະເຮັງຄັ້ງທີ 3 (2 ກັນຍາ 2011)

ໃນມື້ວັນສຸກວານນີ້ ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez ໄດ້ທ້າໃຫ້
ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ພິສູດກ່ຽວກັບການກ່າວອ້າງ ທີ່ວ່າ
ເຈົ້າໜ້າທີ່ເວເນຊູເອລາ 4 ຄົນພົວພັນກັບການຄ້າຢາເສບຕິດແລະຄ້າອາວຸດນັ້ນ.

ສະຫະລັດ ໄດ້ກ່າວຫາບຸກຄົນທັງ 4 ໃນວັນພະຫັດ ຜ່ານມານີ້ວ່າ ເປັນຜູ້ຕິດອາວຸດ
ໃຫ້ການຄຸ້ມກັນຄວາມປອດໄພ ແລະໃຫ້ການຝຶກແອບແກ່ກຸ່ມກະບົດ FARC ຂອງ
ໂຄລອມເບຍ.

ເຈົ້າໜ້າທີ່ເວເນຊູເອລາທັງ 4 ໄດ້ຖືກຈົດເຂົ້າໃນບັນຊີລາຍຊື່ພວກຄ້າຢາເສບຕິດ ຂອງ
ສະຫະລັດ ໂດຍທີ່ທາງການສາມາດຢຶດຊັບສິນໃດໆກໍຕາມ ທີ່ພວກກ່ຽວອາດຈະມີຢູ່
ໃນສະຫະລັດ ແລະຫ້າມບໍ່ໃຫ້ຊາວອະເມຣິກັນ ເຮັດທຸລະກິດກັບພວກກ່ຽວ.

ວໍຊິງຕັນ ລະບຸຊື່ພວກຜູ້ຊາຍທັງ 4 ວ່າ ມີນາຍພົນ Cliver Alcala ສະມາຊິກສະພາ
Freddy Bernal ຜູ້ຕາງໜ້າປະຈຳສະພາລາຕິນອະເມຣິກາ Amilcar Figueroa
ແລະເຈົ້າໜ້າທີ່ສືບລັບ Ramon Madriz.

ປະທານາທິບໍດີ Chavez ເວົ້າວ່າ ໂດຍການຈົດຊື່ເຈົ້າໜ້າທີ່ເວເນຊູເອລາເຫຼົ່ານີ້ເຂົ້າໃນ
ບັນຊີດຳນັ້ນ ສະຫະລັດອາດຈະກຳລັງວາງພື້ນຖານ ຊຶ່ງໃນທີ່ສຸດຈະຈັດເອົາເວເນຊູເອລາ ເຂົ້າໄວ້ໃນບັນຊີລາຍຊື່ປະເທດທີ່ໃຫ້ການສະໜັບສະໜຸນພວກກໍ່ການຮ້າຍນັ້ນ.

ເຈົ້າໜ້າທີ່ເວເນຊູເອລາ ໄດ້ຍື່ນໜັງສືປະທ້ວງຢ່າງເປັນທາງການກ່ຽວກັບການລົງໂທດ
ໃນມື້ວັນສຸກວານນີ້ ຕໍ່ສະຖານທູດຂອງສະຫະລັດ.

ລັດຖະບານຂອງທ່ານ Chavez ໄດ້ປະຕິເສດມາເປັນເວລາດົນນານແລ້ວກ່ຽວກັບການ
ກ່າວຫາຂອງວໍຊິງຕັນ ແລະໂຄລອມເບຍທີ່ວ່າ ເວເນຊູເອລາໃຫ້ບ່ອນຫຼົບລີ້ ແລະໃຫ້ການ
ຊ່ອຍເຫຼືອ ແກ່ກຸ່ມກະບົດ FARC.

XS
SM
MD
LG