ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາພັກຝ່າຍຄ້ານ ເວເນຊູເອລາ ຈົດທະບຽນ ສະມັກເລືອກຕັ້ງ ​ປະທານາທິບໍດີ (ວີດີໂອ)


ເບິ່ງວີດິໂອເປັນພາສາອັງກິດ

ທ່ານ Henrique Capriles ຜູ້​ນໍາພັກຝ່າຍຄ້ານຂອງເວເນຊູເອລາ ໄດ້ນໍາພາປະຊາຊົນ
ເປັນແສນໆຄົນ ເດີນຂະບວນຜ່ານນະຄອນຫລວງ Caracas ໃນຂະນະທີ່ທ່ານເລີ້ມ
ຕົ້ນການລົງສະມັກເລືອກຕັ້ງ​ເອົາ​ຕໍາ​ແໜ່ງ ປະທານາທິບໍດີຂອງທ່ານ.

ທ່ານ Capriles ໄວ 39 ປີ ທັງຍ່າງ ແລະແລ່ນກັບພວກສະໜັບສະໜູນທ່ານ ໃນວັນ
ອາທິດວານນີ້ ມຸ້ງໄປສູ່ສໍານັກງານ​ຂອງສະພາເລືອກຕັ້ງແຫ່ງຊາດ ບ່ອນທີ່ທ່ານໄດ້
ຈົດທະບຽນ ລົງສະມັກເລືອກຕັ້ງຢ່າງເປັນທາງການ.

ທ່ານ Capriles ໄດ້ສັນຍາວ່າ ຈະສ້າງໃຫ້ມີວຽກເຮັດງານທໍາ, ປາບ ອາຊະຍາກໍາ ແລະ
ຖອນ​ຮາກການສໍ້ລາດບັງຫລວງ, ເຖິງແມ່ນວ່າ ການ ຢັ່ງຫາງສຽງສ່ວນໃຫຍ່ສະແດງໃຫ້
ເຫັນວ່າ ທ່ານມີຄະແນນນໍາຫລັງປະທາ ນາທິບໍດີ Hugo Chavez ກ່ອນໜ້າການເລືອກ
ຕັ້ງ ທີ່​ຈະ​ມີ​ຂຶ້ນໃນວັນທີ 7 ຕຸລານັ້ນ ກໍຕາມ.

ທ່ານ Henrique Capriles ຜູ້ນໍາພັກຝ່າຍຄ້ານຂອງເວເນຊູເອລາ (AP Photo/Miguel Gutierrez)
ທ່ານ Henrique Capriles ຜູ້ນໍາພັກຝ່າຍຄ້ານຂອງເວເນຊູເອລາ (AP Photo/Miguel Gutierrez)

ທ່ານ Capriles ເປັນຜູ້​ສະມັກ​ເລືອກ​ຕັ້ງ​ຈາກຝ່າຍຄ້ານຄົນ​ດຽວເທົ່າ​ນັ້ນ ທີ່ຖືກຄັດເລືອກ
ໃຫ້ແຂ່ງຂັນ ກັບປະທານາທິບໍດີ Chavez ທີ່ປ່ວຍໂຊຢູ່ນັ້ນ.

ທ່ານ Chavez ​ໄດ້ເວົ້າວ່າ
ທ່ານມີແຜນທີ່ຈະສະມັກ
ເປັນປະທານາທິບໍດີຮອບ
ທີຫົກ ເຖິງແມ່ນວ່າທ່ານ​
ໄດ້ຖືກນາຍ​ແພດວິນິໄສວ່າ ເປັນໂຣກມະເຮັງກໍຕາມ.
ໃນວັນເສົາຜ່ານມານີ້ ທ່ານ
ປະທານາທິບໍດີເວົ້າວ່າ ການ
ກວດທາງການແພດ ທີ່ມີ
ຂຶ້ນລຸນຫລັງການປິ່ນປົວ
ໂຣກມະເຮັງຂອງທ່ານ ໄດ້
ສະແດງໃຫ້ເຫັນວ່າ ສຸຂະພາບຂອງທ່ານແມ່ນ “ບໍ່ມີບັນຫາຫຍັງແທ້ໆ ແລ້ວ.” ທ່ານ
Chavez ຍັງກ່າວອີກວ່າ ການກວດສຸຂະພາບຂອງທ່ານແມ່ນມີລວມທັງການ ຖ່າຍ
ພາບທາງ​ໃນ ຊຶ່ງໃຊ້ເພື່ອກວດເບິ່ງການກັບຄືນ​ມາ​ໃໝ່ຂອງເນື້ອງອກຕ່າງໆ.

ຢ່າງໃດກໍຕາມ ທ່ານ Chavez ກໍຍັງບໍ່ທັນໄດ້ເປີດເຜີຍໃຫ້ຮູ້ລາຍລະອຽດ ກ່ຽວກັບປະ
ເພດຂອງໂຣກມະເຮັງຂອງທ່ານເທື່ອ. ທ່ານໄດ້ເດີນທາງໄປ ກຸຍບາຫລາຍຄັ້ງ ເພື່ອຕັດ
ເນື້ອງອກອອກຈາກບໍລິ​ເວນກະດູກກະໂທ້ຍກົ້ນ ຂອງທ່ານ ແລະໄດ້ຮັບ​ການ​ບໍາບັດທາງ
ເຄມີ ແລະ ການປິ່ນປົວໂດຍສາຍ ແສງລັງສີ ນໍາ​ຫລາຍ​ຄັ້ງ.

ການຂາດຄວາມ​ໂປ່​ງ​ໃສ​ກ່ຽວກັບອາການປ່ວຍຂອງທ່ານ ໄດ້​ເປັນ​ເຊື້ອ​ໄຟ​ກະ​ຕຸ້ນ​ໃຫ້​ມີ​ການ
​ສັນນິຖານ​ກັນວ່າ ທ່ານຈະມີສຸຂະພາບແຂງແຮງພຽງພໍ ເພື່ອທໍາການອອກຫາສຽງໄດ້ຫລືບໍ່.

ຜູ້ນໍາຫົວສັງຄົມນິຍົມຂອງ​ເວ​ເນ​ຊູ​ເອລາ ​ໄດ້​ກ່າວໃນວັນເສົາຜ່ານມານີ້ວ່າ ທ່ານມີສັດທາ
ໃນພະເຈົ້າວ່າຈະຄຸ້ມຄອງທ່ານ ແລະຄວາມຕັ້ງ​ໃຈ​ອັນ​ເດັດ ດ່ຽວຂອງທ່ານ ທີ່ຈະດໍາລົງ
ຊີວິດຢູ່ ເພື່ອຕໍ່ສູ້ເພື່ອປະເທດເວເນຊູເອລາຂອງທ່ານ ຕໍ່ໄປ.

ປະທານາທິບໍດີ Hugo Chavez ​ໄດ້​ກ່າ​ວວ່າ ທ່ານຈະລົງທະບຽນ ສະມັກເລືອກຕັ້ງ
ປະທານາທິບໍດີ ຢ່າງເປັນທາງການ ໃນວັນຈັນມື້ນີ້.

XS
SM
MD
LG