ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ທ. ທຣໍາ ຕໍານິ ​ເວ​ເນຊູ​ເອລາ​ວ່າ "​ເປັນປະ​ເທດທີ່ວຸ້ນວາຍ"


ວິກິດການທາງການເມືອງຢູ່ໃນເວເນຊູເອລາ: ການປະທ້ວງຂອງຊາວເວເນຊູເອລາ ຢູ່ນະຄອນຫລວງ Caracas ໃນວັນພະຫັດ ທີ 27ເມສາ 2017 ຜ່ານມານີ້.
ວິກິດການທາງການເມືອງຢູ່ໃນເວເນຊູເອລາ: ການປະທ້ວງຂອງຊາວເວເນຊູເອລາ ຢູ່ນະຄອນຫລວງ Caracas ໃນວັນພະຫັດ ທີ 27ເມສາ 2017 ຜ່ານມານີ້.

ປະທານາທິບໍດີ ດໍໂນ​ລທຣໍາ ​ເອີ້ນ​ເວ​ເນຊູ​ເອລາ​ວ່າ "​ເປັນ​ປະ​ເທດທີ່ວຸ້ນວາຍ" ພາຍ
ຫລັງ​ທີ່​ປະ​ເທດ​ດັ່ງກ່າວ​ໄດ້​ຖອນ​ໂຕ​ອອກ​ຈາກ ​ອົງການຂອງບັນດາປະ​ເທດ​ໃນ​ທະ
ວີ​ບອາ​ເມຣິກາ.

ທ່ານ​ທຣໍາ​ໄດ້​ກ່າວ ​ໃນ​ກອງ​ປະຊຸມ​ກັບ ທ່ານ Mauricio Macri ປະທານາທິບໍດີ​ຂອງ
ອາ​ເຈນ​ຕີ​ນາ ​ໃນ​ວັນ​ພະຫັດ​ວານນີ້ ກ່າ​ວວ່າ "ຂ້າພ​ະ​ເຈົ້າຮູ້ສຶກ​ເສົ້າ​ເສຍໃຈ​ນໍາປະ​
ເທດ​ເວ​ເນສຊູ​ເອລາ, ຂ້າພ​ະ​ເຈົ້າຮູ້ສຶກ​ເສົ້າ​ເສຍໃຈຕໍ່​ເຫດການ​ທີ່​ເກີດ​ຂຶ້ນ ຢູ່​ໃນເວ
​ເນຊູ​ເອລາ. ​ສະຖານະການ​ຂອງເວ​ເນຊູ​ເອລາ​ເປັນສະຖານະ​ການ​ທີ່ໜ້າ​ເສົ້າ​ໃຈ
​ຫລາຍ
."

ທ່ານ Delcy Rodriguez ລັດຖະມົນຕີ​ຂອງເວ​ເນຊູ​ເອລາ ກ່າວ​ວ່າ ກະຊວງ​ຂອງ​ທ່ານ
ຈະ​ເອົາໜັງສືຮ້ອງຂໍຍື່ນ​ຕໍ່ອົງການຂອງບັນດາປະ​ເທດ​ໃນ​ທະວີ​ອາ​ເມຣິກາ ຫລື OAS
​ໃນ​ໄວໆນີ້ ຊຶ່ງ​ເປັນ​ບາດກ້າວ​ທໍາ​ອິດ​ໃນ​ຂັ້ນຕອນ​ການ​ຖອນ​ໂຕ​ອອກ​ຈາກ​ກຸ່ມ​ປະ​ຈໍາ​ພາກພື້ນດັ່ງກ່າວ.

ລັດຖະບານ​ຂອງ​ນະຄອນ Caracas ມີ​ຄວາມ​ບໍ່ພໍ​ໃຈ​ທີ່​ອົງການ OAS ​ໄດ້ລົງ​ຄະ​ແນນ
​ສຽງ ທີ່​ຈະ​ຈັດ​ກອງ​ປະຊຸມ​ສະ​ໄໝວິສາມັນ​ຂຶ້ນ ​ເພື່ອ​ສົນທະນາ​ກ່ຽວກັບ​ວິ​ກິດ​ການ​ທາງ​
ການ​ເມືອງ ຢູ່​ໃນ​ເວ​ເນຊູ​ເອລາ.

ທ່ານ Rodriguez ກ່າວ​ວ່າ "​ເວ​ເນຊູ​ເອລາຈະ​ບໍ່​ເຂົ້າຮ່ວມ​ກິດຈະ​ກໍາ​ໃດໆທັງ​ນັ້ນ
ທີ່​ຈະ​ຈັດ​ຂຶ້ນ​ໃນ​ອານາ​ຄົດ ​ແລະ​ຈະບໍ່​ໃຫ້​ມີ​ການປະຊຸມ​ໃດໆ ທີ່ກຸ່ມ​ຂອງປະ​ເທດ​
ເຫລົ່ານີ້ ທີ່​ຢາກ​ຈະລົບ​ກວນ​ສະຖຽນລະ​ພາບ ​ແລະ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດ​
ເຮົາ ​ໂດຍ​ການ​ພະຍາຍາມທີ່ຈະ​ແຊກ​ແຊງ ​ແລະ​ໃຊ້​ມາດ​ຕະການຂັດ​ຂວາງຕ່າງໆ.”


ທີ່​ນະຄອນຫລວງວໍ​ຊິງ​ຕັນ, ທ່ານ Mark Toner ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ
ຂອງ​ສະຫະລັດ​ກ່າວ​ວ່າ ອົງການ OAS ສາມາດມີ "ອິດ​ທິພົນ​ທີ່​ມີ​ລັກສະນະ​ສ້າງສັນ"
ຕໍ່ເວ​ເນຊູ​ເອລາ . ທ່ານ​ກ່າວ​ວ່າ "ຊຶ່ງ​ໃນ​ນັ້ນລວມມີ ການ​ເລືອກ​ຕັ້ງທີ່​ເສລີ,​ໃຫ້ການ
ເຄົນ​ລົບ​ຕໍ່ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ, ​ແລະ​ໃຫ້​ອິດ​ສະລະ​ພາບ​ຕໍ່ພວກ​ນັກ​ໂທ
ດ​ການ​ເມືອງ​ທັງໝົດຂອງ
ເວ​ເນຊູ​ເອລາ. ສິ່ງ​ເຫລົ່ານີ້ ບໍ່ສາມາດ​ເກີດ​ຂຶ້ນ​ໃນ​ບຶດ​ນຶ່ງ
ຍາມ​ດຽວ​ໄດ້. ສະນັ້ນພວກ​ເຮົາ​ເຊື່ອ ການ​ສົ່ງ​ອິດ​ທິພົນ​ຂອງ​ກຸ່ມ ຍັງ​ມີ​ຄວາມ​ເໝາະ
ສົມ​ທີ່ຈະນໍາໃຊ້​ໄດ້​ຢູ່."

ເຊີນອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG