ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນການ​ເລືອກ​ຕັ້ງ​ທີ່ Venezuela


ການປ່ອນບັດເລືອກຕັ້ງທີ່ Venezuela
ການປ່ອນບັດເລືອກຕັ້ງທີ່ Venezuela

ບັນດາ​ເຈົ້າ​ໜ້າ​ທີ່ເລືອກ​ຕັ້ງ​ໃນ Venezuela ກ່າວ​ວ່າ
ພັກ​ສັງຄົມ​ນິຍົມ​ຂອງລັດຖະບານ​ປະທານາທິບໍດີ Hugo
Chavez ​ໄດ້​ຊະນະ​ບ່ອນ​ນັ່ງ​ຂ້າງ​ຫລາຍ​ໃນ​ການ​ເລືອກ​ຕັ້ງ​
ສະພາ​ໃນ​ວັນ​ອາທິດ​ວານ​ນີ້ ​ແຕ່​ບໍ່​ໄດ້​ຮັບ​ຮອດ​ສອງ​ສ່ວນ​ ສາມຂອງ​ບ່ອນ​ນັ່ງທັງ​ໝົດ ທີ່​ຕ້ອງການ​ເພື່ອ​ຮັບ​ຜ່ານ​ຮ່າງ​ ກົດໝາຍສໍາຄັນໆ​ຕ່າງໆ​ນັ້ນ.

ເຈົ້າ​ໜ້າ​ທີ່​ຈາກສະພາ​ກໍາກັບ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກ່າວ
ໃນ​ວັນ​ຈັນມື້​ນີ້​ວ່າ ພັກ​ຂອງ​ທ່ານ Chavez ​ໄດ້​ຮັບ​ບ່ອນ​ນັ່ງ
ຢ່າງ​ນ້ອຍ 90 ບ່ອນນັ່ງ​ ໃນ​ຈໍານວນ​ທັງ​ໝົດ 165 ບ່ອນ​
ໃນ​ສະພາ ​ໃນ​ຂະນະ​ດຽວ​ທີ່ພັກ​ປະສົມ​ຝ່າຍ​ຄ້ານ​ໄດ້​ຮັບ​ບ່ອນ​ນັ່ງ​ຢ່າງ​ນ້ອຍ 59 ບ່ອນ​ນັ່ງ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ບ່ອນ​ນັ່ງ​ທີ່​ເຫລືອ​ນັ້ນ ​ແມ່ນ​ຕົກ​ເປັນ​ຂອງ​ພັກ​ທີ​ສາມ ຫລື​ບໍ່ກໍ​ຍັງ​ບໍ່​ທັນ​ໄດ້​ຕັດສິນ ​ເທື່ອ​ວ່າ​ເປັນ​ຂອງ​ພັກ​ໃດ.

ຜົນ​ຂອງ​ການ​ເລືອກ​ຕັ້ງ​ທີ່​ວ່າ​ນີ້​ ອໍານວຍ​ໃຫ້​ພວກ​ຜູ້​ນໍາ​ຝ່າຍ​ຄ້ານມີ​ບ່ອນ​ນັ່ງ​ຫລາຍ​ກວ່າ
1 ສ່ວນ 3 ຢູ່​ໃນ​ສະພາ ຊຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ສາມາດ​ຂັດຂວາງ​ປະທານາທິບໍດີ
Chavez ບໍ່​ໃຫ້ຮັບ​ຜ່ານ​ຮ່າງ​ຍັດຕິ​ທີ່​ສໍາຄັນໆ​ໄດ້ເພາະ​ຕ້ອງໄດ້​ຮັບສຽງ​ສະໜັບສະໜຸນ
ຮອດ 2 ສ່ວນ 3 ຈຶ່ງ​ຈະ​ຮັບ​ຜ່ານ​ເປັນ​ກົດໝາຍ​ໄດ້​ນັ້ນ.

ປະທານາທິບໍດີ Chavez ບໍ່​ໄດ້​ຢູ່​ໃນ​ລາຍ​ຊື່​ຂອງ​ຜູ້​ສະໝັກ​ເລືອກ​ຕັ້ງ ​ແຕ່ການ​ລົງຄະ​ ແນນ​ສຽງ​ນີ້​ ຖືວ່າ​ເປັນ​ການ​ລົງ​ປະຊາ​ມະຕິກ່ຽວ​ກັບ​ທ່ານ Chavez ​ເອງ ກ່ອນ​ການ​
ເລືອກ​ຕັ້ງ​ປະທານາທິບໍດີສະ​ໄໝ​ໜ້າ​ ຊຶ່ງ​ກໍາ​ນົນ​ຈະ​ມີ​ຂຶ້ນ​ໃນ​ປີ 2012 ນັ້ນ.

XS
SM
MD
LG