ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສໍານັກວາຕິກັນ ຢືນຢັນ ການຈັບກຸມ ຄົນຮັບໃຊ້ປະຈໍາສັນຕະປາປາ


ນາຍ Paolo Gabriele (ຊ້າຍ-ລຸ່ມ) ຄົນຮັບໃຊ້ປະຈໍາໂຕ ສັນຕະປາປາ Benedict XVI, ຮູບຖ່າຍເມື່ອວັນທີ 23ພຶດສະພາ 2012.
ນາຍ Paolo Gabriele (ຊ້າຍ-ລຸ່ມ) ຄົນຮັບໃຊ້ປະຈໍາໂຕ ສັນຕະປາປາ Benedict XVI, ຮູບຖ່າຍເມື່ອວັນທີ 23ພຶດສະພາ 2012.

ສໍານັກ​ວາ​ຕິ​ກັນ​ຢືນຢັນ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ຊາຍຄົນ​ຮັບ​ໃຊ້ປະ​ຈໍາ​ສັນຕະປາປາ Benedict
ໄດ້​ຖືກ​ຈັບ​ກຸມ​ໃນ​ຖານຕ້ອງສົງ​ໄສ​ວ່າ ​ປ່ອຍ​ຂ່າວ ເອກະສານແລະ​ຈົດໝາຍ​ລັບຈາກ​ທີ່​ພັກ​
ສ່ວນ​ຕົວ​ຂອງ​ສັນຕະປາປາ​.

ທ່ານ Federico Lombardi ​ໂຄສົກສໍານັກ​ວາ​ຕິ​ກັນ ກ່າວ​ວ່າ ນາຍ Paolo Gabriele ​ໄວ
46 ປີ​ໄດ້​ຖືກ​ຈັບ​ກຸມ​ໃນ​ວັນ​ພຸດ​ຜ່ານ​ມາ ຫຼັງ​ຈາກ​ໄດ້​ພົບ​ເຫັນ​ເອກະ​ສານລັບຫລາຍ​ສະບັບ
ຢູ່​ໃນ​ບ້ານ​ເຮືອນ​ຂອງ​ຜູ້ກ່ຽວ ​ໃນ​ບໍລິ​ເວນ​ສໍານັກ​ວາ​ຕິ​ກັນ ທີ່​ເອີ້ນ​ວ່າ Vatican City ​ໃນ​ກຸງ
​ໂຣມນັ້ນ. ນາຍ Gabriele ​ໄດ້​ເປັນ​ຄົນ​ຮັບ​ໃຊ້​ສ່ວນ​ຕົວ​ຂອງ​ສັນຕະ ປາປາ​ ມາ​ຕັ້ງ​ແຕ່​ປີ
2006 ຊຶ່ງ​ເປັນ​ນຶ່ງ​ໃນພວກ​ຄົນ​ຮັບ​ໃຊ້ບໍ່​ເທົ່າ​ໃດ​ຄົນ ປະ​ຈໍາ​ທີ່​ພໍານັກ​ຂອງ​ອົງ​ສັນຕະປາປາ
ທີ່​ຮວມທັງ​ພວກແມ່​ຊີ​ແລະ​ເລຂ​າ​ຈໍານວນ​ບໍ່​ເທົ່າ​ໃດ​ຄົນ.

ຂ່າວ​ນອງ​ນັນ​ທີ່​ສື່​ມວນ​ຊົນ​ຂະໜານ​ນາມ​ວ່າ “Vatileaks” ​ແມ່ນພົວພັນ​ກັບການ​ປ່ອຍ​ຂ່າວ
ລັບ ​ໃຫ້ສື່​ມວນ​ຊົນ​ອີ​ຕາ​ລີເມື່ອຕົ້ນ​ປີນີ້ ຈາກເອກະສານ​ຈໍານວນ​ນຶ່ງ​ ​ທີ່ກ່າວ​ຫາ​ວ່າ​ມີ​ການ​
ສໍ້​ລາດ​ບັງ​ຫຼວງໃນດານການ​ເງິນ​ຂອງສໍານັກ​ວາ​ຕິ​ກັນ ​ແລະ​ໄດ້​ລວມຈຸດ​ໃສ່​ການ​ເຄື່ອນ​ໄຫວ
​ຕ່າງໆ​ຂອງຣາຊາຄະນະ ​ຫຼື Cardinal Tarcisio Bertone ຊຶ່ງ​ເປັນລັດຖະມົນຕີ​ຕ່າງປະ
​ເທດ ປະ​ຈໍາ​ສໍານັກ​ວາ​ຕິ​ກັນ​ນັ້ນ.

ອົງ​ສັນ​ຕະປາປາ​ໄດ້​ສັ່ງ​ໃຫ້​ທໍາ​ການ​ສືບສວນ​ສອບ​ສວນ​ຫລາຍຄັ້ງ​ກ່ຽວກັບ ​ການ​ຮົ່ວ​ໄຫຼ​
ອອກ​ມາ​ຂອງ​ຂ່າວ​ເຫລົ່ານີ້ ຊຶ່ງເປັນ​ທີ່​ໜ້າ​ເຊື່ອ​ຖືຫຼາຍ​ຂຶ້ນ​ໃນ​ໄລຍະ​ຫຼາຍ​ມື້​ຜ່ານມາ​ ຫລັງ​
ຈາກມີ​ການ​ພິມ​ເຜີຍແຜ່​ປຶ້ມ His Holiness ກ່ຽວ​ກັບ​ສັນຕະປາປາ ​ທີ່​ຂຽນ​ໂດຍທ່ານ
Gianluigi Nuzzi ທີ່ລວມ​ເອົາ​ຈົດໝາຍແລະເອກະສານ​ລັບ​ຫລາຍໆ​ສະບັບ ​ມາລົງ​ພິມ
ທີ່​ປື້​ມ​ເວົ້າ​ວ່າ ຖືກ​ລັກ​ລອບ​ເອົາ​ອອກ​ມາ​ໂດຍພວກຄົນ​ທີ່​ບໍ່ແຈ້ງ​ຊື່​ໃຫ້​ຊາບ ທີ່ຢາກ​ເປີດ​ເຜີຍ
​ຄວາມ​ບໍ່​ດີຢູ່​ໃນ​ສໍານັກ​ວາ​ຕິ​ກັນ​ນັ້ນ.

XS
SM
MD
LG