ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອູ່ແກ້ວ ໄຊຍະວົງ: ກຸຫລາບໃນວັນແຫ່ງຄວາມຮັກ (ຄາຣາໂອເກະ)


ດອກກຸຫລາບແດງ - ສັນຍາລັກຂອງວັນ Valentine.
ດອກກຸຫລາບແດງ - ສັນຍາລັກຂອງວັນ Valentine.
ສະບາ​ຍດີ ປີ​ໃໝ່​ຈີນ ປີ​ໃໝ່​ຫວຽດ ​ແລະ​ປີ​ໃໝ່​ໄທ​ດໍາ ທ່ານຜູ້​ຟັງ
ທີ່​ເຄົາລົບ ບັນດາ​ທ່ານ​ທີ່​ສະຫລອງ​ປີ​ໃໝ່​ເຫລົ່າ​ນີ້ ​ກໍ​ຄົງ​ຈະ​ກໍາລັງ
​ສະ​ນຸກ​ສະໜາ​ນກັນຢູ່​ ກໍ​ຂໍ​ໃຫ້​ທຸກໆ​ທ່ານ​ຈົ່ງ​ມີ​ຄວາມສຸກ​ໃນ​ມື້​ນີ້
​ແລະ​ທຸກໆ​ມື້​ຕະຫລອດ​ປີໃໝ່​ນີ້ ສໍາລັບ​ໄທ​ເຮົາ​ເຈົ້າ​ຂ້ອຍ ທີ່​ບໍ່
​ສະຫລອງ ກະ​ມາ​ມ່ວນ​ກັນ​ກັບ​ເພງ​ຮັກ​ຫວານໆ ສະຫລອງ​ວັນ​
Valentine ລ່ວງ​ໜ້າ​ເນາະ ​ເພາະ​ອີກພຽງ​ສີ່​ມື້​ກໍ​ຈະ​ຮອດວັນ
ແຫ່ງ​ຄວາມ​ຮັກແລ້ວ. ຂ້າພະ​ເຈົ້າ​ຂໍຖື​ໂອກາດ​ນີ້ສະ​ເໜີ​ເພງ​ຮັກ​
ຫວານໆ ອ່ວຍ​ພອນ​ທ່ານ​ຜູ້​ຟັງ​ລ່ວງ​ໜ້າ ຂໍ​ໃຫ້​ມີ​ຄວາມສຸກ​ສົດ
​ຊື່ນກັບ​ຜູ້​ເປັນສຸດ​ທີ່​ຮັກ ​ໃນ​ວັນທີ 14 ກຸມພາ ຈະມາ​ເຖິງ​ນີ້ ບໍ່​ວ່າ
​ຈະ​ເປັນ​ຄົນ​ຮັກ ສາມີ​ພັນ​ລະ​ຍາ ຫລື​ວ່າ ພໍ່​ແມ່​ອ້າຍ​ເອື້ອຍ​ນ້ອງ
ກໍ​ດີ. ກະ​ຂໍ​ມອບ​ເພງ​ນີ້​ໃຫ້​ທຸກໆ​ທ່ານ​ ກຸຫລາບ​ໃນ​ວັນ​ແຫ່ງ​
ຄວາມ​ຮັກ
ຂອງ​ອູ່​ແກ້ວ ​ໄຊ​ຍະ​ວົງ. ຂໍ​ມອບ​ເປັນ​ພິ​ເສດ​ໃຫ້​
ຄອບຄົວ​ແກ້ວມະນີ ທີ່​ຟັງ​ລາຍ ການ​ນີ້​ທຸກໆ​ແລງ​ວັນ​ອາທິດ ​
ແລະຫລານ​ອານຸ​ລັກ ທີ່​ຂໍ​ຟັງ​ເພງ ກຸ​ຫລາບປາກ​ຊັນ​ມາ ​ເອົາ​ໄວ້​ອາທິດ​ໜ້າ​ ປ້າ​ຈະ​ຈັດໃຫ້​ຟັງ​.




ຟັງ​ເພງລາວ​ໄປ​ແລ້ວ ບັດ​ນີ້​ມາ​ຟັງ​ເພງ​ອັງກິດ​ກັນ​ເນ​າະ Valentine ຂອງ​ນັກ​ຮ້ອງ​ອາ​ເມຣິ
ກັນ​ຊື່​ດັງ Martina McBride ​ເປັນ​ເພງ​ຫວານ​ສຸດໆ​ ​ເພາະ​ເນື້ອ​ຮ້ອງ​ຊຶ້ງ​ໃຈ​ຫລາຍ ​ເຈົ້າ​ເປັນ
ຄວາມ​ຮັກຂອງ​ຂ້ອຍ ​ເປັນ​ສຸດ​ທີ່​ຮັກ​ຂອງ​ຂ້ອຍ ເພາະວ່າ ເຈົ້າ​ຄື​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຂ້ອຍ​ຕ້ອງ
​ການ You are my love, my Valentine because you're all I need.



ວັນ Valentine ​ເປັນ​ວັນ​ສະ​ແດງ​ຄວາມ​ຮັກ​ຕໍ່​ກັນ​ແລະ​ກັນ ​ໂດຍ​ສະເພາະສາມີ​ພັນ​ລະ​ຍາ
ຫລືຄູ່​ຮັກ ​ເພາະສະ​ນັ້ນ ​ກໍ​ຢ່າ​ລືມ​ສະ​ແດງ​ຄວາມ​ຮັກ​ຂອງ​ທ່ານ​ ໂດຍສະ​ເພາະທ່ານ​ຊາຍ
ດ້ວຍ​ການ​ຊື້ຂອງຂວັນ​ເລັກ​ນ້ອຍໆ​ໃຫ້​ແຟນຫລື​ພັນ ​ລະ​ຍາ​ ຫລື​ພາກັນ​ໄປ​ກິນ​ເຂົ້າ​ກໍ​ຍັງ​ດີ
ຖ້າ​ຫາກ​ເຮັດ​ໄດ້ ຫລື​ພາ​ໄປ​ຂີ່​ລົດ​ຫລິ້ນ​ກິນລົມ​ຊົມ​ວິວກໍ​ຍັງ​ດີ​ເນ​າະ​. ​ແນວ​ໃດ​ກໍ​ຕາມ ຂໍ​ໃຫ້​
ທຸກໆ​ທ່ານ​ຈົ່ງ​ມີ​ແຕ່​ຄວາມສຸກ​ສົດ​ຊື່ນ​ສົມ​ຫວັງ ​ໃນ​ວັນ Valentine ທີ່​ຈະ​ມາ​ເຖິງ​ນີ້. ​ແລ້ວ​ຢ່າ
ລືມ​ເຂົ້າ​ໄປ​ເວັບ​ໄຊ້ຂອງ​ວີ​ໂອ​ເອ ລາວ ຟັງ​ລາຍການ​ນີ້​ອີກ​ເດີ້ ຈະ​ໄດ້​ເຂົ້າ​ກັບ​ບັນ​ຍາກາດ​ໃນ​
ມື້​ນັ້ນ. ຂ້າພະ​ເຈົ້າ​ຂໍ​ລາ​ທ່ານ​ໄປ​ພ້ອມ​ກັບ​ເພງ​ນີ້​ເລີຍ ​ເໝາະ​ທີ່​ສຸດ​ສໍາລັບ​ວັນ​ Valentine
ຮັກ​ເຈົ້າ​ສຸດ​ຫົວ​ໃຈ ຂອງ​ລັດສະໝີ ພູ​ດິນ​ດົງ. ຂໍ​ມອບ​ເປັນ​ພິ​ເສດ​ໃຫ້ ນ້ອງ​ຄໍາ​ປະ​ເສີດ
ພັນທະ​ວົງ ​ແທນ​ເພງ​ສຸກ​ສັນ​ວັນ​ເກີດ​ ທີ່​ຂໍ​ຟັງມາ. ​ເອົາ​ໄວ້​ອາທິດ​ໜ້າ​ ຈະ​ຈັດ​ໃຫ້. ພົບ​ກັນ​
ໃໝ່​ອາທິດ​ໜ້າ ຈາກ​ຂ້າພະ​ເຈົ້າ ດາຣາ ບັກ​ຄໍາ.

XS
SM
MD
LG