ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສະຫລອງ ວັນແຫ່ງຄວາມຮັກ ວາລັນທາຍ ທີ 14 ກຸມພາ


ກັບເຂົ້າໜົມໂຊໂຄແລັດ ທີ່ຜູ້ຄົນມັກຊື້ໃຫ້ກັນເປັນຂອງຂວັນ ໃນວັນ Valentine (AP Photo/Elise Amendola)
ກັບເຂົ້າໜົມໂຊໂຄແລັດ ທີ່ຜູ້ຄົນມັກຊື້ໃຫ້ກັນເປັນຂອງຂວັນ ໃນວັນ Valentine (AP Photo/Elise Amendola)

ທ່ານຜູ້ຟັງທີ່ເຄົາຣົບ ໃນລາຍການຊີວິດ ຊາວລາວໃນຕ່າງແດນ ໃນແລງວັນພະຫັດມື້ນີ້ ເຮົາຈະນຳເອົາການ ສຳພາດກັບ ທ່ານ ວໍລະເດດ ດິດທະວົງ ອະດີດໂຄສົກ ວິທະຍຸສຽງອາເມຣິກາ ແລະນັກຮ້ອງ ນັກປະພັນເພງ ລາວສະໄໝ ທີ່ຍັງເປັນທີ່ ນິຍົມຂອງປະຊາຄົມລາວໃນທົ່ວໂລກ. ໃນຕອນແລງວັນເສົາ ທີ 9 ກຸມພາ ທ່ານ ວໍລະເດດ ພ້ອມດ້ວຍຄະນະ ເນຣະມິດ ພາກັນສະແດງດົນຕີ ຮ້ອງເພງ ຫາລາຍໄດ້ຊ່ວຍ ສະມາຄົມຍິງລາວ-ອາເມຣິກັນ ໃນເຂດພາກເໜືອຂອງລັດເວີຈີເນຍ ຊຶ່ງ ກິ່ງສະຫວັນ ມີລາຍງານມາສະເໜີທ່ານ.

ວັນ​ທີ 14 ເດືອນ​ກຸມ​ພາ ມື້​ນີ້ ແມ່ນ​ວັນ ວາລັນ​ທາຍ
(Valentine) ຫລື “ວັນ​ແຫ່ງຄວາມ​ຮັກ” ທີ່​ມີ​ການ​ສະຫລອງ​
ກັນ​ຢູ່​ໃນ​ທົ່ວ​ໂລກ ​ບໍ່​ສະ​ເພາະ​ແຕ່​ໃນລະຫວ່າງ​ໜຸ່ມ​ສາວ ຄູ່​ຮັກ
ຫລື​ສາມີ​ພັນ​ລະ​ຍາ ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນ​ປະ​ເພນີ​ນຶ່ງ​ທີ່​ເດັກ
ນ້ອຍ​ໂຮງຮຽນປະຖົມ​ເຂົາ​ປະ​ຕິບັດ​ກັນ ດ້ວຍ​ການ​ສົ່ງບັດ
ວາລັນ​ທາຍ ​ໃຫ້​ນາຍຄູ ໝູ່ຄູ່​ໃນ​ຫ້ອງ ​ແລະ​ພໍ່​ແມ່​ພີ່ນ້ອງ. ​

ໃນ​ບັດ​ກໍ​ຈະ​ມີ​ຂໍ້ຄວາມ​ສະ​ແດງ​ຄວາມ​ຮັກ ທໍານອງວ່າ “You are my Valentine ຫລື ​ເຈົ້າ​ເປັນ​ສຸດ​ທີ່​ຮັກ​ຂອງ​ຂ້ອຍ” ຫລື​ຖ້າ​ເປັນ
​ໝູ່​ໃໝ່ ກໍ​ຈະ​ຖາມ​ວ່າ “Will you be my Valentine? ຫລື ​
ເຈົ້າ​ຈະເປັນ​ສຸດ​ທີ່​ຮັກ​ຂອງ​ຂ້ອຍ​ໄດ້​ບໍ່?”
ທ່ານ ດາວສະເດັດ ແລະ ທ່ານນາງ ພູສັກສິດ ຈັນທະປັນຍາ ກໍໄປຮ່ວມໃນງານ
ທ່ານ ດາວສະເດັດ ແລະ ທ່ານນາງ ພູສັກສິດ ຈັນທະປັນຍາ ກໍໄປຮ່ວມໃນງານ



ອີ​ງ​ຕາມ​ບັນ​ທຶກຄົ້ນ​ຄວ້າ ​ຄວາມ​ເປັນ​ມາ​ຂອງ ​ວາລັນ​ທາຍ ​ນັ້ນ
ແມ່ນ​ເລີ້ມຂື້ນ​ຢູ່​ໃນ ສັດ​ຕະ​ວັດ ທີ ສາມ ​ຈາກ ຄຸນ​ພໍ່​ສາ​ສະ​ໜາ
ຄາ​ໂທ​ລິກ ຊື່​ວ່າ Valentine. ​ເວ​ລາ​ນີ້ແມ່ນໃນສະ​ໄໝອານາ​ຈັກ​
ກຸງ​ໂຣມ ພາຍ​ໃຕ້​ຈັກກະພັດ Claudius II ທີ່ຊົງເຫັນ​ວ່າ ພວກ
ຊາຍ​ໂສດທີ່ເປັນ​ທະ​ຫານ ມີ​ສະ​ມັດ​ຕະ​ພາບດີ​ກ່ວາພວກ​ຜູ້​ຊາຍ
​ທີ່​ແຕ່ງ​ງານ​ແລ້ວ ດ້ວຍ​ເຫດ​ນີ້​ ຈັກ​ກະ​ພັດ Claudius II ຈຶ່ງໄດ້
​ອອກ​ກົດ​ໝາຍ​ຫ້າມ​ບໍ່​ໃຫ້​ຊາຍ​ໂສດແຕ່ງ​ງານ ​ແຕ່​ວ່າ ຄຸນ​ພໍ່
Valentine ເຫັນ​ວ່າ​ບໍ່​ມີ​ຄວາມ​ທຽງ​ທຳ ​ທ່ານ ຈຶ່ງໄດ້ລັກ​ແຕ່ງ​ງານ​ໃຫ້​ ​ແກ່ພວກ​ໜຸ່ມສາວ ທີ່​ມັກ​ຮັກ​ກັ​ນຢ່າງ​ລັບໆ. ຫລັງຈາກ​ ຈັກ​ກະ​ພັດ Claudius ຮູ້​ເລື້ອງ ຄຸນ​ພໍ່ Valentine ກໍໄດ້ຖືກສັ່ງໃຫ້ປະ​ຫານ​ຊີ​ວິດ ​ແລະ​ຕໍ່​ມາ​ຈຶ່ງມີການຕັ້ງ​ ວັນ​ແຫ່ງ​ຄວາມ​ຮັກ ​ຂື້ນ​ມາ ​ເພື່ອ​ໃຫ້​ກຽດ​ແກ່ ​ຄຸນ​ພໍ່ Valentine.

ທ່ານ ພູວິລາວົງ ແລະທ່ານນາງ ຄໍາສະຫວັນ ພົມມະຈັນ
ທ່ານ ພູວິລາວົງ ແລະທ່ານນາງ ຄໍາສະຫວັນ ພົມມະຈັນ

ເຖິ​ງ​ແມ່ນ​ວ່າ ຄວາມ​ຈິງ​ຂອງ ວາ​ລັນ​ທາຍ ຈະ​ບໍ່ເປັນ​ທີ່ແຈ່ມ​ແຈ້ງ
ແຕ່​ວ່າ​ມັ​ນກໍ​ເປັ​ນ​ເລື້ອງ​ທີ່ໜ້າເຫັນ​ອົກ​ເຫັນ​ໃຈ ຕົກ​ມາ​ເຖິງສັດ​ຕະ
​ວັດ 5 ຫາ 15 ຊື່​ສຽງ​ຂອງ ຄຸນ​ພໍ່ Saint Valentine ໄດ້​ກາຍ​ມາ​
ເປັນ​ທີ່​ເຄົາ​ລົບ​ນັບ​ຖືຢູ່​ໃນ ອັງ​ກິດ ແລະຝ​ຣັ່ງ ແລະໄດ້ເກີດ​ເປັນ
​ທີ່​ນິຍົມແຜ່ຂະ​ຫ​ຍາຍ​ການ​ສ​ະ​ຫລອງ ວັນແຫ່ງ​ຄວາມ​ຮັກ ມາ​ຈົນ​
ເຖິງ​ເທົ້າ​ທຸກວັນ​ນີ້.
ທ່ານ ໂມນິເລດ ແລະ ທ່ານນາງ ກົງຈັນ ສະຣະມີນີ
ທ່ານ ໂມນິເລດ ແລະ ທ່ານນາງ ກົງຈັນ ສະຣະມີນີ


ຢູ່​ໃນ ສະຫະລັດ ອາ​ເມຣິກາ ​ບັນ​ຍາ​ກາດ​ຂອງ​ວັນ​ສະ​ຫລອງ
ວາ​ລັນ​ທາຍ ​ບັນດາ​ສະຕີຈະພາກັນ​ລໍຖ້າ​ໃຫ້​ວັນ​ດັ່ງກ່າວ​ນີ້​ມາ​
ເຖິງ ຮ້ານ​ຄ້າ​ທັງ​ຫລາຍ​ປະ​ດັບ​ປະ​ດາ​ດ້ວຍ​ກັບ​ຂະ​ໜົມ​ຊອກ​
ໂກ​ແລດສີ​ແດງ ​ເປັນຄືຮູບ​ຫົວ​ໃຈ ວາງ​ຂາຍ​ຢູ່​ຕາມ​ຕະ​ຫລາດ ​
ຢູ່ຕາມແຈຖະ​ໜົນ​ຫົນ​ທາງບາງ​ບ່ອນ ຈະ​ມີ​ການ​ຂາຍມັດ​ດອກ​
ກຸ​ຫລາບສີ​ແດງ ຮ້ານອາ​ຫານ​ຕ່າງໆ​ ຈະ​ເຕັມ​ໄປດ້ວຍ​ຄູ​ບ່າວ
ສາວ ຜົວ​ເມຍ ໝູ່​ຄູຮັກ​ແພງ ຄົນ​ຮັກ​ທັງ​ຫລາຍ ພາ​ກັ​ນ​ອັ່ງ​ແອ
ກັ​ນມາ​ກິນ​ເຂົ້າ ເພື່ອ​ສະ​ແດງອອກ​ມາ​ໃຫ້​ເຫັນເຖິງ ວັນ​ແຫ່ງ
ຄວາມ​ຮັກ ​ຄູ່​ບ່າວ​ສາວ ​ມັກຈະ​ພາກັນເລືອກ​ເອົາ​ວັນ​ນີ້​ເປັນ​
ວັນສະ​ເໜີ​ໝັ້ນ​ໝາຍທີ່​ຈະ​ແຕ່ງງານ​ກັນ ​ແລະອາດ​ຈະ​ເປັນ
​ວັນ​ທີ່​ຫ​ງອຍ​ເຫງົາ​ ສໍລັບ​ຜູ້​ທີ່​ບໍ່​ມີ​ຄູ່.
ທ່ານ ອານຸສອນ ແລະ ທ່ານນາງ ພອນແກ້ວ ຈີນຍາວົງ
ທ່ານ ອານຸສອນ ແລະ ທ່ານນາງ ພອນແກ້ວ ຈີນຍາວົງ


ເພື່ອສະຫລອງໂອ​ກາດ​ ວັນ​ແຫ່ງ​ຄວາມ​ຮັກ​ນີ້ ສະ​ມາ​ຄົມ​
ຍິ​ງ​ລາວ-ອາ​ເມ​ຣິ​ກັນ ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່​ານ
​ນາງ ແກ້ວ​ມະ​ນີ​ວັນ ສີ​ຫາ​ລາດ ​ພ້ອມ​ດ້ວຍ​ຄະ​ນະບໍ​ລິ​ຫານ
ໄດ້​ຈັດ​ງານ​ສັງ​ສັນ ຢູ່ທີ່​ຮ້ານ​ອາ​ຫານ​ແຫ່ງ​ນຶ່ງ ທີ່​ພາກ​ເໜືອ​
ຂອງ​ລັດ ​ເວີ​ຈີ​ເນຍ ໂດຍ​ການ​ປະ​ສານ​ງານ​ຈາກ ທ່ານ
ວໍ​ລະ​ເດດ ດິດ​ທະ​ວົງ ພ້ອມ​ດ້ວຍ​ຄະ​ນະ​ວົງ​ດົນ​ຕີ ເນ​ຣະ​ມິດ
ທີ່ມາສ້າງ​ຄວາມ​ບັນ​ເທິງ​ໃຫ້​ແຂກ ​ດ້ວຍ​ສຽງ​ເພງ​ອຳ​ມະ​ຕະ​
ຕ່າງໆໃຫ້​ບັນ​ດາແຂກ​ໄດ້​ຮັບ​ຄວາມສະ​ໜຸກ​ສະ​ໜານ. ​ທ່ານ
ວໍ​ລະ​ເດດ ດິດ​ທະ​ວົງ ອະດີດ​ໂຄສົກ ວິທະຍຸ ວີ​ໂອ​ເອ ນັກຮ້ອງ ນັກ​ປະ​ພັນ​ເພງ ໄດ້ໃຫ້​
ສຳ​ພາດ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:
please wait

No media source currently available

0:00 0:03:34 0:00
ລິງໂດຍກົງ

ທ່ານ ວໍລະເດດ ດິດທະວົງ ແລະ ທ່ານນາງ ເກດມະນີ
ທ່ານ ວໍລະເດດ ດິດທະວົງ ແລະ ທ່ານນາງ ເກດມະນີ


ແລະ​ນັ້ນ​ກໍ​ແມ່ນ ທ່ານ ວໍລະ​ເດດ ດິດທະ​ວົງ ອະດີດ​ນັກ​ຂ່າວ​ວີ​ໂອ​ເອ ພະ​ແນ​ກພາສາ​ລາວ ທີ່​ຍັງເຄື່ອນ​ໄຫວ​ຢ່າງ​ແຂງ​ຂັນ ຢູ່​ໃນ​ວົງ​ການ​ດົນຕີ​ທີ່​ທ່ານ​ມັກ ​ແລະເພື່ອ​ໃຫ້​ເຂົ້າ​ກັບ​ບັນຍາກາດຂອງ ​ວັນ​ແຫ່ງ​ຄວາມ​ຮັກ​ມື້​ນີ້ ​ເຮົາ​ຂໍ​ອ່ວຍ​ພອນ​ໃຫ້​ບັນດາ​ຄູ່​ຮັກ​ ແລະສາມີ​ພັນ​ລະ​ຍາ ​ຈົ່ງ​ຮັກ​ກັນ​ໝັ້ນຍືນ ດ້ວຍ​ການ​ມອບ​ຫົວ​ໃຈ​ໃຫ້​ກັນ​ແລະ​ກັນ​ ຈົນຊົ່ວ​ຟ້າ​ດິນ​ສະຫລາຍ ຄືໃນ​ເພງ​ນີ້​ My Valentine ຂອງ Martina McBride.

Happy Valentine’s Day ຈາກ​ຂ້າພະ​ເຈົ້າ ກິ່ງ​ສະ​ຫວັນ ປະ​ຖຳ​ມະ​ວົງ.

ເຊີນຟັງເພງ Valentine ຂອງ Martina McBride:

XS
SM
MD
LG